ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການກໍ່ອາດຊະຍາກໍາ ທາງເສດຖະກິດໃນໄທ ອາດຈະບໍ່ຖືກກວດພົບ ຂະນະທີ່ການສໍາຫຼວດ ລາຍງານວ່າ ເຫດການນີ້ ຫລຸດລົງ


ຊາຍຄົນນຶ່ງໃສ່ໜ້າກາກປິດປາກເພື່ອຫລຸດຜ່ອນການແຜ່ຜາຍຂອງໄວຣັສໂຄໂຣນາສາຍພັນໃໝ່ ຢືນຢູ່ຕໍ່ໜ້າຮ້ານຂາຍປຶ້ມແຫ່ງນຶ່ງທີ່ບາງກອກ (ພາບຖ່າຍໃນວັນທີ 26 ພຶດສະພາ, 2020 ໂດຍ AP Photo/Sakchai Lalit)
ຊາຍຄົນນຶ່ງໃສ່ໜ້າກາກປິດປາກເພື່ອຫລຸດຜ່ອນການແຜ່ຜາຍຂອງໄວຣັສໂຄໂຣນາສາຍພັນໃໝ່ ຢືນຢູ່ຕໍ່ໜ້າຮ້ານຂາຍປຶ້ມແຫ່ງນຶ່ງທີ່ບາງກອກ (ພາບຖ່າຍໃນວັນທີ 26 ພຶດສະພາ, 2020 ໂດຍ AP Photo/Sakchai Lalit)

ປະຊາຊົນໄທ ທີ່ພະຍາຍາມດຶງເອົາ ຫລືດາວໂຫລດແອບສືບທາວຫາຜູ້ທີ່ມີການຕິດຕໍ່ສໍາພັດ ກັບຄົນຕິດພະຍາດໂຄວິດ-19 ທີ່ເລີ້ມຕົ້ນເອົາມາໃຊ້ໂດຍລັດຖະ ບານໃນອາທິດແລ້ວນີ້ ພົບວ່າໃນບາງກໍລະນີ, ພວກລັກເຈາະຂໍ້ມູນ ພະຍາຍາມ ທີ່ຈະຫລອກໃຫ້ເຂົາເຈົ້າໄປຫາແອບທີ່ປອມ. ໄທໄດ້ກະທໍາການໃນທັນທີທັນໃດ ເພື່ອເຕືອນປະຊາຊົນກ່ຽວກັບການກໍ່ອາດຊະຍາກໍາທາງອິນເຕີແນັດ ແຕ່ວ່າພວກ ນັກສັງເກດການແບບກວ້າງກວ່າ ບໍ່ມີຄວາມຫວັງໄປໃນແງ່ດີວ່າ ການຫລອກ ລວງທາງອິນເຕີແນັດ ແລະດ້ານເສດຖະກິດແບບອື່ນ ຈະຫລຸດລົງເລີຍ.

33 ເປີເຊັນຂອງຈໍານວນບໍລິສັດທີ່ເຂົ້າຮ່ວມການສໍາຫລວດຢູ່ໃນໄທລາຍງານວ່າ ພວກເຂົາເຈົ້າປະສົບກັບການກໍ່ອາດຊະຍາກໍາ ແລະຫລອກລວງທາງດ້ານເສດ ຖະກິດເມື່ອທຽບໃສ່ 48 ເປີເຊັນໃນປີ 2018, ອີງຕາມການສໍາຫລວດທີ່ເຜີຍແຜ່ ອອກມາໃນອາທິດແລ້ວນີ້ ໂດຍບໍລິສັດ PwC, ຊຶ່ງເປັນບໍລິສັັດທີ່ປຶກສານັ້ນ. ແຕ່ຢ່າງໃດກໍຕາມ ພວກທໍາການສໍາຫລວດບໍ່ເຫັນວ່າອັນນັ້ນ ເປັນຂ່າວດີ ຄືກັນ ກັບສິ່ງທີ່ມັນປາກົດໃຫ້ເຫັນເລີຍ. ຂ້ອນຂ້າງວ່າ ມັນຍັງມີການຫຼອກລວງຢູ່ ແຕ່
ວ່າ ມີຄົນລາຍງານກ່ຽວກັບເລື້ອງນີ້ໜ້ອຍກວ່າ, ອີງຕາມການໃຫ້ເຫດຜົນຂອງ ທ່ານ ຊິນ ຮອນມາ (Shin Honma), ຫຸ້ນສ່ວນໃນການໃຫ້ບໍລິການດ້ານດໍາ ເນີນຂັ້ນຕອນທາງກົດໝາຍຂອງບໍລິສັດ PwC ຢູ່ໄທ.

ທ່ານກ່າວວ່າ “ພວກເຮົາເຊື່ອກັນວ່າ ເມື່ອໃດຫາກມີການລາຍງານກ່ຽວກັບເຫດ ການສູງຂຶ້ນ ດັ່ງທີ່ມີໃນປີ 2018 ນັ້ນ ສິ່ງນີ້ ກໍຈະສະແດງໃຫ້ເຫັນວ່າ ບໍລິສັດ ຕ່າງໆ ກໍາລັງມີການລົງທຶນເຂົ້າໃສ່ ໂປຣແກຣມກວດກາເບິ່ງການຫລອກລວງ ຫລາຍຂຶ້ນ.” ທ່ານກ່າວຕໍ່ໄປວ່າ “ເມື່ອໃດຫາກມີການລາຍງານກ່ຽວກັບເຫດການ ເຫລົ່ານີ້ຫລຸດລົງ ດັ່ງທີ່ເປັນຢູ່ໃນປີນີ້, ອັນນີ້ອາດຈະມີຄວາມໝາຍວ່າ ພວກທໍາ ການຫຼອກລວງກໍາລັງໄດ້ຮັບໄຊຊະນະໃນການທໍາສົງຄາມກໍເປັນໄດ້, ໂດຍການ ປັບປ່ຽນວິທີການຂອງພວກເຂົາ ແລະໃຊ້ເທັກໂນໂລຈີໃໝ່ ເພື່ອລ່ວງລໍ້າເຂົ້າໄປ ໃນບ່ອນປ້ອງກັນໄວ້ ໂດຍບໍ່ມີໃຜຮູ້.”

ການວິເຄາະດັ່ງກ່າວ ພາໃຫ້ເກີດມີຄວາມຄິດໂຕ້ຕອບ ທີ່ຮູ້ສຶກເອົາເອງໂລດວ່າ ເມື່ອໃດບໍລິສັດຕ່າງໆ ຫາກມີຄວາມປອດໄພກວ່າ ມັນຄວນຈະມີການບັນທຶກວ່າ ມີການກໍ່ອາດຊະຍາກໍາຫລາຍກວ່າ.

ພວກທີ່ຕັ້ງຂໍ້ສົງໄສເຊັ່ນເຈົ້າໜ້າທີ່ດ້ານການຮັກສາຄວາມປອດໄພ, ທ່ານ ອຽນ ລາວີ (Ian Levy) ກ່າວວ່າ ບໍລິສັດປ້ອງກັນຄວາມປອດໄພທາງອິນເຕີແນັດ

ໂດຍທົ່ວໄປແລ້ວມັກຈະເຮັດໃຫ້ຄິດວ່າມີໄພຂົ່ມຂູ່ເກີນຄວາມຈິງ ແລະຂາຍການ ບໍລິການເພື່ອຕໍ່ສູ້ກັບມັນ.

ຢູ່ໃນໄທ ບໍລິສັດຕ່າງໆ ປາກົດວ່າຈະຖືກການກໍ່ອາດຊະຍາກໍາໄດ້ງ່າຍ ເພາະ ວ່າ ຢູ່ໃນບັນດາບໍລິສັດທີ່ມີໂປຣແກຣມທີ່ຕໍ່ສູ້ກັບການຫລອກລວງແມ່ນມີບໍລິສັດ ທີ່ເຮັດຕາມວິທີການທີ່ດີບໍ່ຮອດ 10 ເປີເຊັນ, ອີງຕາມບໍລິສັດ PwC.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG