ການໃຊ້ຄວາມຮຸນແຮງຕໍ່ຄົນເຊື້ອສາຍເອເຊຍທີ່ມີແຮງຈູງໃຈຈາກຄວາມຄຽດຊັງດ້ານເຊື້ອຊາດຜິວພັນ ຍັງເປັນຄວາມທ້າທາຍທີ່ເກີດຂຶ້ນໃນ ສະຫະລັດ ແລະ ສົ່ງຜົນຕໍ່ຊຸມຊົນຊາວໄທ ຢູ່ທີ່ນັ້ນ. ທີ່ຜ່ານມາມີຄວາມພະຍາຍາມຢ່າງຕໍ່ເນື່ອງ ຂອງອົງການຕ່າງໆໃນຊຸມຊົນໄທ ເພື່ອຫາແນວທາງປ້ອງກັນ, ແກ້ໄຂ ແລະ ຊ່ອຍເຫຼືອຜູ້ປະສົບເຫດການດັ່ງກ່າວ.
ທ້າວ ຊີວິນທອນ ກາຣະພັດ ຫຼື ແພັທ ໄດ້ຍ້າຍມາໃຊ້ຊີວິດໃນນະຄອນ ແຊນ ແຟຣນຊິສໂກ ລັດຄາລີຟໍເນຍ ມາດົນກວ່າ 8 ປີແລ້ວ ແຕ່ຕ້ອງປະສົບກັບເຫດ ການຈູ່ໂຈມທຳຮ້າຍຈົນໄດ້ຮັບບາດເຈັບ ຂະນະທີ່ຍ່າງຢູ່ຕາມແຄມທາງໃນໃຈ ກາງນະຄອນໃຫຍ່ ຈົນເກືອບເອົາຊີວິດບໍ່ລອດເຖິງຕັ້ງ 2 ຄັ້ງ.
ຄັ້ງຫຼ້າສຸດ ເກີດຂຶ້ນໃນຊ່ວງຕອນເຊົ້າມືດ ກາງເດືອນກັນຍາ ປີ 2024 ທີ່ຜ່ານມາ ຂະນະທີ່ຍ່າງກັບເມືອບ້ານໃນຄຸ້ມ ເທັນເດີລອຍນ໌.
ທ້າວ ຊີວິນທອນ ກາຣະພັດ ເລົ່າໃຫ້ວີໂອເອ ໄທ ຟັງວ່າ “ແພັທ ກໍບໍ່ຮູ້ເລີຍວ່າ ເປັນໃຜ ແຕ່ຢູ່ດີໆເຂົາກໍຍ່າງມາ ເຂົາຄືວ່າພະຍາຍາມຍ່າງມາຈາກຂ້າງຫລັງ ເຂົາກໍມາຊົກແພັທເລີຍ ແພັທກໍເຫັນເຂົາເປັນຄົນຜິວສີ..ແພັທຂ້ອນຂ້າງຢ້ານ ແລ້ວກໍເຮັດຫຍັງບໍ່ຖືກເລີຍ ແຕ່ຄືພະຍາຍາມຕັ້ງສະຕິຢູ່ວ່າ ເຮົາຕ້ອງແລ່ນໜີ ຫຼືເຮົາຕ້ອງຫລົບເຂົາໄປ ແລະແພັທກໍພະຍາຍາມແລ່ນໃຫ້ໄວເທົ່າທີ່ຈະແລ່ນໄດ້ ຈົນເຖິງອະພາດເມັ້ນໄດ້ ຫຼັງຈາກນັ້ນ ກໍພໍເຖິງອາພາດເມັ້ນແລ້ວ ແພັທ ກໍເຈັບ ແລ້ວກໍຕ້ອງໂທຫາຕຳຫຼວດ.”
ນອກຈາກຈະໄດ້ຮັບບາດເຈັບຈົນຕ້ອງເຂົ້າຮັກສາໂຕໃນໂຮງໝໍ ຈາກເຫດການ ທັງສອງຄັ້ງແລ້ວ ຜົນຮັບທີ່ຕິດຕາມມາຄ້າຍກັນ ກໍຄືວ່າ ຕຳຫຼວດບໍ່ສາມາດຈັບ ຄົນຮ້າຍມາລົງໂທດໄດ້.
ລາວບອກອີກວ່າ “ຄັ້ງທີທີ່ຜ່ານມາ ແພັທ ຖືກໜັກເລີຍ ແພັທ ຖືກຈີ້ ແລ້ວຄົນ ຮ້າຍມີປອກຂາທີ່ເອີ້ນວ່າ EM ທີ່ໃສ່ຢູ່ຂາດ້ວຍ, ແລ້ວຕຳຫຼວດສາມາດຈັບໄດ້ ແລ້ວ ເພາະປະຫວັດ ຕຳຫຼວດກໍມາຈັບໄປ ແຕ່ສຸດທ້າຍຕຳຫຼວດເຂົາກໍບໍ່ໄດ້ເຮັດ ຫຍັງ ຄືແພັທກໍບໍ່ໄດ້ເຂົ້າໃຈຂັ້ນຕອນຂອງການດຳເນີນງານຂອງຕຳຫຼວດ ຫຼື ແມ່ນຫຍັງຢ່າງນີ້ເທົ່າໃດ ແຕ່ກະຄືແບບເຮົາກໍເປັນຄົນນຶ່ງເນາະ ທີ່ມາຮຽນ ມາເຮັດວຽກ ມາໃຊ້ຊີວິດໃນອາເມຣິກາ ເຮົາກໍຕ້ອງການຄວາມປອດໄພໃນ ຊີວິດ.”
ນາງ ຣູຈິຣາ ອ່ຳບຸນ ຊາວໄທ ໃນແຊນແຟຣນຊິສໂກ ອາຍຸ 33 ປີ ເຄີຍຖືກ ທຳຮ້າຍຢູ່ເທິງລົດໂດຍສານປະຈຳທາງ ຂະນະກຳລັງເດີນທາງກັບຄືນໄປທີ່ພັກ ເມື່ອປາຍປີ 2022 ທີ່ຜ່ານມາ ນາງເຊື່ອວ່າ ເຫດທີ່ເກີດກັບນາງ ລວມທັງກັບ ຄົນໄທ ແລະຄົນເຊື້ອສາຍເອເຊຍ ຢູ່ຫຼາຍຄັ້ງ ໜ້າຈະມີແຮງຈູງໃຈຈາມຄວາມ ກຽດຊັງທາງເຊື້ອຊາດ.