ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຄົມ ໄທ, ຈີນ, ລາວ ຈະຮ່ວມມື ໃນການພັດທະນາ ສີ່ຫຼ່ຽມເສດຖະກິດ ໃນລຸ່ມແມ່ນໍ້າຂອງ ຕອນເທິງ


​ເຂດ​ເສດ​ຖະ​ກິດ​ພິ​ເສດເຂດ​ສາມ​ຫລ່ຽມ​ຄຳ​ທີ່​ລົງ​ທຶນ​ໂດຍ​ຈີນ ​ໃນ​ເມືອງ​ຕົ້ນ​ເຜິ້ງ, ແຂວງບໍ່​ແກ້ວ​ຂອງ​ລາວ
​ເຂດ​ເສດ​ຖະ​ກິດ​ພິ​ເສດເຂດ​ສາມ​ຫລ່ຽມ​ຄຳ​ທີ່​ລົງ​ທຶນ​ໂດຍ​ຈີນ ​ໃນ​ເມືອງ​ຕົ້ນ​ເຜິ້ງ, ແຂວງບໍ່​ແກ້ວ​ຂອງ​ລາວ

ສະມາຄົມ ໄທ, ຈີນ, ລາວ ຈະຮ່ວມມືໃນການພັດທະນາສີ່ຫຼ່ຽມເສດຖະກິດໃນລຸ່ມແມ່ນໍ້າຂອງຕອນເທິງ ດ້ວຍທຶນກູ້ຢືມກວ່າ 1,000 ລ້ານໂດລາຈາກທະນາຄານເພື່ອການລົງທຶນພັດທະນາພື້ນຖານໂຄງລ່າງແຫ່ງເອເຊຍ.

ທ່ານ ໄພສານ ພືດມົງຄຸນ ເລຂາທິການ ສະມາຄົມວັດທະນະທຳ ແລະ ເສດຖະກິດໄທ-ຈີນ ຢືນຢັນວ່າການພົບປະເຈລະຈາ 3 ຝ່າຍລະຫວ່າງຄະນະບໍລິຫານສະມາຄົມຂອງໄທ, ຈີນ ແລະ ລາວ ໄດ້ຕົກລົງໃນຫຼັກການທີ່ຈະຮ່ວມມືກັນໃນການພັດທະນາສີ່ຫຼ່ຽມເສດຖະກິດໃນເຂດລຸ່ມແມ່ນໍ້າຂອງຕອນເທິງທີ່ເຊື່ອມຕໍ່ລະຫວ່າງ ຈີນ-ມຽນມາ-ລາວ-ໄທ ໃຫ້ໄດ້ໄວທີ່ສຸດ ດ້ວຍເງິນກູ້ຢືນຈາກທະນາຄານເພື່ອການລົງທຶນພັດທະນາພື້ນຖານໂຄງລ່າງແຫ່ງເອເຊຍ (AIIB) ຊຶ່ງລັດຖະບານ ຈີນ ເປັນຜູ້ຖືຮຸ້ນໃຫຍ່ທີ່ສຸດນັ້ນ ກໍຈະເຮັດໃຫ້ເຂດສາມຫຼ່ຽມຄຳໃນແມ່ນໍ້າຂອງລະຫວ່າງ ມຽນມາ-ລາວ-ໄທ ກາຍເປັນເຂດເສດຖະກິດດຽວກັນທີ່ເຊື່ອມຕໍ່ກັບຈີນທັງດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວໄດ້ຢ່າງຄົບວົງຈອນ ດ້ວຍການກໍ່ສ້າງຂົວຂ້າມແມ່ນໍ້າຂອງທີ່ເຊື່ອມຕໍ່ເຂດເສດຖະກິດພິເສດສາມຫຼ່ຽມຄຳທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຂອງລາວກັບ ອຳເພີຊຽງແສນ ຈັງຫວັດຊຽງຣາຍຂອງໄທ ແລະ ເມືອງທ່າຂີ້ເຫຼັກໃນເຂດລັດສານຂອງມຽນມາ ດັ່ງທີ່ທ່ານ ໄພສານ ໄດ້ໃຫ້ການຢືນຢັນວ່າ

“ເອກະຊົນກໍຕ້ອງການຈະເຊື່ອມຕໍ່ສາມຫຼ່ຽມເສດຖະກິດ ຊຶ່ງມີການປະຊຸມສາມຝ່າຍ ໄທ-ຈີນ-ລາວ ກໍປະຊຸມກັນເພື່ອທີ່ຈະສ້າງຂົວເຊື່ອມຕໍ່ຈາກຊຽງແສນ, ຂ້າມມາເຂດເສດຖະກິດ ແລະ ເຊື່ອມໄປທີ່ສາມຫຼ່ຽມຄຳຂອງມຽນມາ ຊຶ່ງອັນນີ້ ຖ້າເຮັດໄດ້ນີ້ ຕໍ່ໄປນັກທ່ອງທ່ຽວເຂົ້າມາເຖິງໄທ ກໍຂ້າມມາເຂດເສດຖະກິດໄປ ລາວ ເຊັກອິນ-ເຊັກອ້າວ ໄດ້ໂດຍໃຊ້ ບອດດິ້ງພາສ ຈາກເຂດເສດຖະກິດກໍມາໄທ ໄປຊັອບປິ້ງ ອີຫຍັງຕໍ່ອີຫຍັງໄດ້ ໄປມຽນມາ ໄປຊື້ເຂົ້າ-ຊື້ຂອງໄດ້ ເພາະສະນັ້ນໃນວັນດຽວນີ້ ກໍຈະສາມາດທ່ອງທ່ຽວໄດ້ສາມປະເທດ.”

ທ່ານ ໄພສານ ຢືນຢັນດ້ວຍວ່າສະມາຄົມວັດທະນະທຳ ແລະ ເສດຖະກິດໄທ-ຈີນ ໄດ້ເຈລະຈາກັບ AIIB ໃນຂັ້ນເບື້ອງຕົ້ນແລ້ວເມື່ອບໍ່ດົນມານີ້ ຊຶ່ງກໍປາກົດວ່າປະທານຄະນະບໍລິຫານຂອງທະນາຄານໄດ້ສະແດງທ່າທີເຫັນດີທີ່ຈະໃຫ້ການສະໜັບສະໜູນໂຄງການທີ່ຄາດວ່າຈະນຳໃຊ້ເງິນລົງທຶນປະມານ 1,000 ລ້ານໂດລາທີ່ຈະເປັນການກູ້ຢືມຮ່ວມກັນລະຫວ່າງ ໄທ-ລາວ-ມຽນມາ ໂດຍສຳລັບຝ່າຍລາວກໍຄືກຸ່ມລົງທຶນພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄຳ ສ່ວນຝ່າຍ ໄທ ນັ້ນກໍຄືບັນດາບໍລິສັດໃນສະມາຄົມວັດທະນະທຳ ແລະ ເສດຖະກິດ ໄທ-ຈີນ ຈຶ່ງຍັງເຫຼືອພຽງການເຈລະຈາກັບທາງການມຽນມາທີ່ຈະມີຂຶ້ນໄວໆນີ້.

ຍິ່ງໄປກວ່ານັ້ນທາງການໄທຍັງໄດ້ວາງແຜນການພັດທະນາລະບົບ ໂລຈິສຕິກ ທັນສະໄໝເພື່ອເຊື່ອມຕໍ່ກັບຈີນ-ມຽນມາ-ລາວໃຫ້ໄດ້ໃນປີ 2030 ໂດຍການພັດທະນາຈັງຫວັດຊຽງຣາຍໃຫ້ເປັນສູນກາງຂອງການເຊື່ອມຕໍ່ດັ່ງກ່າວ ດ້ວຍເງິນລົງທຶນລວມເກີນກວ່າ 1 ແສນລ້ານບາດ ສຳລັບໂຄງການຂະຫຍາຍສະໜາມບິນຊຽງຣາຍ ໂຄງການພັດທະນາສູນປ່ຽນຖ່າຍຮູບແບບການຂົນສົ່ງສິນຄ້າຢູ່ເຂດຊາຍແດນທີ່ອຳເພີຊຽງຂອງ ກັບເມືອງຫ້ວຍຊາຍ ແລະ ໂຄງການກໍ່ສ້າງທາງລົດໄຟຈາກເດັ່ນໄຊ-ຊຽງຣາຍມາຊຽງຂອງ ໄປເຊື່ອມຕໍ່ຊຽງຂອງໄປທີ່ເມືອງຫ້ວຍຊາຍ ທັງຍັງຄາດຫວັງວ່າທາງການຈີນຈະລົງທຶນກໍ່ສ້າງທາງລົດໄຟ ແລະ ທາງດ່ວນຈາກດ່ານບໍ່ເຕັນ ມາທີ່ເມືອງຫ້ວຍຊາຍ ແລະ ຊຽງຂອງໃຫ້ໄດ້ພາຍໃນປີ 2030 ດ້ວຍນັ້ນກໍຍັງເຮັດໃຫ້ມີການຄາດໝາຍວ່າມູນຄ່າການຄ້າລະຫວ່າງ ຈີນ-ລາວ-ໄທ ຈະເພີ່ມຂຶ້ນເຖິງ 300 ເປີເຊັນອີກດ້ວຍ ດັ່ງທີ່ທ່ານ ຢູ ເຈຍຣະຍືນຍົງພົງ ຜູ້ບໍລິຫານສະຫະພັນການຂົນສົ່ງທາງບົກແຫ່ງປະເທດໄທຢືນຢັນວ່າ

“ເຂດເສດຖະກິດພິເສດບໍ່ເຕັນ ເຮົາເບິ່ງແລ້ວນີ້ ສັກກະຍະພາບ-ຄວາມເປັນໄປໄດ້ສູງຫຼາຍ ເຮົາສາມາດທີ່ຈະເຊື່ອມຕໍ່ລະບົບຂອງການຄ້າກັບດ່ານຊຽງຂອງໄດ້ສະບາຍເລີຍ ຖ້າລັດຖະບານສະໜັບສະໜູນແລ້ວ ກໍເປີດເຂດເສດຖະ ກິດພິເສດ ແລ້ວອຳນວຍຄວາສະດວກທຸກຢ່າງໃຫ້ວ່ອງໄວ ຂ້າພະເຈົ້າຄິດວ່າປະຕູນີ້ຈະຄ້າຂາຍເພີ່ມຂຶ້ນປີນຶ່ງນີ້ຂຶ້ນ 300 ເປີເຊັນນີ້ງ່າຍໆເລີຍ”.

ໃນປີ 2022​ ຜ່ານມາການຄ້າຊາຍແດນ ແລະ ການຄ້າຜ່ານແດນລະຫວ່າງໄທກັບລາວ-ມຽນ ແລະ ຈີນ ມີມູນຄ່າລວມເຖິງ 1,219,694 ລ້ານບາດໂດຍ ໄທ ເປັນຝ່າຍທີ່ໄດ້ປຽບດຸນການຄ້າຕໍ່ລາວກັບ ຈີນ ໃນມູນຄ່າ 89,925 ລ້ານບາດກັບ 22,247 ລ້ານບາດຕາມລຳດັບ ຊຶ່ງໃນນີ້ ໄທ ສົ່ງສິນຄ້າຜ່ານລາວໄປຈີນໃນມູນຄ່າເຖິງ 212,476 ລ້ານບາດ ແຕ່ວ່າ ໄທ ກໍຂາດດຸນການຄ້າຕໍ່ມຽນມາໃນມູນຄ່າ 21,171 ລ້ານບາດ ເພາະວ່ ໄທ ຕ້ອງນຳເຂົ້າແກັສທຳມະ ຊາດຈາກມຽນມາເພີ່ມຂຶ້ນຢ່າງຕໍ່ເນື່ອງນັ້ນເອງ.

XS
SM
MD
LG