ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບໍ່ມີຄວາມແນ່ນອນ ວ່າ ຜົນຂອງການລົງປະຊາມະຕິ ໃນໄທ ຈະອອກມາແນວໃດ ໃນວັນອາທິດໜ້າ


ພວກທະຫານ ຍາມພື້ນທີ່ ເພື່ອປ້ອງກັນບໍ່ໃຫ້ມີການປະທ້ວງ ຕໍ່ຕ້ານການກໍ່ລັດຖະປະຫານ ຢູ່ທີ່ ອານຸສາວະລີໄຊສະໝໍລະ
ພູມ ໃນບາງກອກ, ປະເທດໄທ, ວັນທີ 29 ພຶດສະພາ 2014.
ພວກທະຫານ ຍາມພື້ນທີ່ ເພື່ອປ້ອງກັນບໍ່ໃຫ້ມີການປະທ້ວງ ຕໍ່ຕ້ານການກໍ່ລັດຖະປະຫານ ຢູ່ທີ່ ອານຸສາວະລີໄຊສະໝໍລະ ພູມ ໃນບາງກອກ, ປະເທດໄທ, ວັນທີ 29 ພຶດສະພາ 2014.

ຜູ້ມີສິດປ່ອນບັດ ຊາວໄທ ເຖິງ 50 ລ້ານຄົນ ແມ່ນພ້ອມທີ່ຈະຕັດສິນອະນາຄົດ ຕໍ່ຮ່າງ ລັດຖະທຳມະນູນສະບັບຫຼ້າສຸດ ຂອງປະເທດ ທີ່ໄດ້ຖືກມອງເຫັນວ່າ ມີຄວາມສຳຄັນຕໍ່ ເສັ້ນທາງ ຂອງລັດຖະບານທະຫານ ທີ່ຈະຈັດການເລືອກຕັ້ງທົ່ວໄປຂຶ້ນ.

ນາຍົກລັດຖະມົນຕີຂອງໄທ ທ່ານ ປຣາຍຸດ ຈັນໂອຊາ ເດີນທາງໄປເຖິງ ສະພາລັດຖະບານ ເພື່ອເຂົ້າກອງປະຊຸມປະຈຳສັບປະດາ ຢູ່ໃນນະຄອນຫຼວງບາງກອກ ປະເທດໄທ, ວັນທີ 16, 2016.
ນາຍົກລັດຖະມົນຕີຂອງໄທ ທ່ານ ປຣາຍຸດ ຈັນໂອຊາ ເດີນທາງໄປເຖິງ ສະພາລັດຖະບານ ເພື່ອເຂົ້າກອງປະຊຸມປະຈຳສັບປະດາ ຢູ່ໃນນະຄອນຫຼວງບາງກອກ ປະເທດໄທ, ວັນທີ 16, 2016.

ແຕ່ຜົນທີ່ຈະອອກມານັ້ນ ຍັງຖືກປົກຄຸມໄປດ້ວຍຄວາມບໍ່ແນ່ນອນ ໃນຂະນະທີ່ມີການຢັ່ງ ຫາງສຽງ ທີ່ຊີ້ໃຫ້ເຫັນເຖິງການສະໜັບສະໜູນ ແລະຍັງພົບເຫັນວ່າ ພວກມີສິດປ່ອນບັດ 60 ເປີເຊັນ ແມ່ນຕັດສິນໃຈບໍ່ໄດ້ ກ່ອນໜ້າ ການປ່ອນບັດ ໃນວັນທີ 7 ສິງຫາ ປີນີ້.

ສ່ວນທະຫານ ທີ່ກຳອຳນາດມາ ຕັ້ງແຕ່ປີ 2014 ໄດ້ຮັດກຸມໄວ້ຢ່າງໃກ້ຊິດ ການອະພິປາຍ ຕໍ່ຮ່າງລັດຖະທຳມະນູນນັ້ນ ໄດ້ຈັບກຸມ ພວກປຸກລະດົມໃຫ້ອອກສຽງບໍ່ສະໜັບສະໜູນ ຫຼາຍສິບຄົນ ສ່ວນຫຼາຍແມ່ນພວກນັກສຶກສາ ພ້ອມກັບທຳການກວດຄົ້ນຫ້ອງການ ສື່ມວນຊົນບາງແຫ່ງ.

ອະດີດນາຍົກ ລັດຖະມົນຕີ ທ່ານ Abhisit Vejjajiva ເຂົ້າຮ່ວມກອງປະຊຸມຖະແຫລງຂ່າວ ຢູ່ທີ່ ສະໂມສອນ ນັກຂ່າວແຫ່ງຊາດຍີ່ປຸ່ນ ໃນນະຄອນຫຼວງໂຕກຽວ.
ອະດີດນາຍົກ ລັດຖະມົນຕີ ທ່ານ Abhisit Vejjajiva ເຂົ້າຮ່ວມກອງປະຊຸມຖະແຫລງຂ່າວ ຢູ່ທີ່ ສະໂມສອນ ນັກຂ່າວແຫ່ງຊາດຍີ່ປຸ່ນ ໃນນະຄອນຫຼວງໂຕກຽວ.

ຂໍ້ກ່າວຫາຕ່າງໆ ໄດ້ມີຂຶ້ນ ວ່າ ກົດບັດໃໝ່ນີ້ ຈະມີການຕັດ ການບໍລິການດ້ານສຸຂະພາບ ຂອງມະຫາຊົນ ຊຶ່ງທັງໝົດໄດ້ຖືກປະຕິເສດໂດຍລັດຖະບານ.

ເມື່ອສອງສາມສັບປະດາ ບໍ່ດົນມານີ້ ທະຫານ ໄດ້ແຜ້ວທາງໃຫ້ມີການສົນທະນາກັນ ກ່ຽວກັບກົດບັດດັ່ງກ່າວ ຢູ່ສະຖານີໂທລະພາບຂອງທາງການ ຄື ສະຖານີ Thai Public Broadcasting Service ຫຼື TPBS.

ລັດຖະບານທະຫານ ໄດ້ຮຽກຮ້ອງປະຊາຊົນ ໃຫ້ໄປໃຊ້ສິດອອກສຽງ ແຕ່ບັນດານັກ ວິເຄາະ ກ່າວວ່າ ພວກມີສິດປ່ອນບັດສ່ວນນ້ອຍ ແມ່ນເບິ່ງຄືວ່າ ໄດ້ອ່ານກົດບັດ ທີ່ມີ 279 ມາດຕາ ກ່ອນທີ່ຈະໄປອອກສຽງ ວ່າ “ແມ່ນ” ຫຼື “ບໍ່”.

ທ່ານ Gothom Arya ອະດີດສະມາຊິກ ຄະນະກຳມາທິການເລືອກຕັ້ງ ແລະ ນັກປາຖະ ກາຖາ ອາຈານຈາກມະຫາວິທະຍາໄລ ກ່າວວ່າ ປະຊາຊົນ ມີຂໍ້ມູນບໍ່ພຽງພໍ ກ່ຽວກັບ ກົດບັດ ຊຶ່ງໄດ້ຮັບການອະພິປາຍ ຢ່າງຈຳກັດ ແລະ ມີການຈັບກຸມພວກທີ່ປຸກລະດົມ ໃຫ້ອອກສຽງວ່າ “ບໍ່”.

ທ່ານ Arya ໄດ້ກ່າວຕໍ່ວີໂອເອ ວ່າ "ທ່ານສາມາດເວົ້າໄດ້ວ່າ ພວກເຂົາເຈົ້າ ຂົ່ມຂູ່ ປະຊາຊົນ ຜູ້ທີ່ພະຍາຍາມປຸກລະດົມ. ສິດເສລີພາບໃນການສະແດງຄວາມຄິດເຫັນ ແບບໃດ ໃນເວລາທ່ານ ບໍ່ສາມາດເວົ້າວ່າ 'ບໍ່' ແລະ ທ່ານບໍ່ສາມາດປຸກລະດົມ ສຳລັບ ຄວາມຄິດເຫັນຂອງທ່ານ."

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG