ລັດເທັກຊັສເປັນລັດທຳອິດໃນສະຫະລັດທີ່ປະກາດວ່າ ບໍ່ຈຳເປັນຕ້ອງໃສ່ໜ້າກາກປ້ອງ
ກັນໂຄ ວິດ-19 ແລະອະນຸຍາດໃຫ້ເປີດທຸລະກິດຄືນໄດ້ 100 ເປີ ເຊັນ.
ເມື່ອວັນທີ 2 ມີນາ ຜ່ານມານີ້ ລັດເທັກຊັສ ໄດ້ປະກາດຢ່າງເປັນທາງການໃຫ້ ທຸລະກິດ
ການຄ້າຕ່າງໆ ເປີດຄືນ 100 ເປີເຊັນ ແລະກໍບໍ່ຈຳເປັນ ຕ້ອງໃສ່ໜ້າ ກາກຕໍ່ໄປອີກ. ຫຼັງ
ຈາກນັ້ນຫຼາຍໆລັດກໍໄດ້ປະກາດໃຫ້ປະຕິດບັດເຊັ່ນດຽວກັນ.
ເຖິງແມ່ນວ່າຢາວັກຊີນປ້ອງກັນໂຄວິດ19 ໄດ້ນຳອອກມາໃຊ້ສັກໃຫ້ປະຊາຊົນອາເມຣິ
ກັນ ຫຼາຍລ້ານຄົນແລ້ວກໍຕາມ ແຕ່ບັນດາເຈົ້າໜ້າທີ່ການແພດ ຍັງມີຄວາມ ເປັນຫ່ວງ
ແລະຮຽກຮ້ອງໃຫ້ປະຊາຊົນ ຈົ່ງພາກັນລະມັດລະວັງຢ່າປະລະ ບໍ່ໃສ່ ໜ້າກາກ ແລະ
ມາດຕະການປ້ອງກັນອື່ນໆ.
ວີໂອເອ ໄດ້ໂອ້ລົມກັບທ່ານບຸນ ອຸດທະວົງ ສະມາຊິກປະຊາຄົມລາວອາເມຣິກັນ ຢູ່
ເມືອງຝອດເວີດ ລັດເທັກຊັສ ໃນຄວາມຮູ້ສຶກຂອງທ່ານ ກ່ຽວກັບເລື້ອງນີ້ ຊຶ່ງ ທ່ານໄດ້
ກ່່າວວ່າ:
ລັດເທັກຊັສ ເປັນລັດໃຫຍ່ອັນດັບສອງຂອງສະຫະລັດ ທີ່ຕັ້ງຢູ່ພາກກາງໃຕ້ສຸດ ຕິດກັບ
ອ່າວເມັກຊິໂກ. ຫວ່າງບໍ່ນານມານີ້ ລັດເທັກຊັສໄດ້ຢູ່ອັນດັບນຶ່ງ ໂດຍມີ ຜູ້ຕິດພະຍາດ
ໂຄວິດ-19 ຫຼາຍທີ່ສຸດໃນສະຫະລັດ ພ້ອມທັງ ມີຜູ້ເສຍຊີວິດໄປແລ້ວກວ່າ 45,000 ຄົນ
ຊຶ່ງຮວມຢູ່ໃນນັ້ນມີປະຊາຊົນອາເມຣິກັນເຊື້ອສາຍລາວ ຈຳນວນນຶ່ງ