ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Kerry ຈະປະຊຸມ ກ່ຽວກັບ ການຕໍ່ສູ້ກັບ ພວກກໍ່ການຮ້າຍໃນ ບັງກລາແດັສ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry (ຊ້າຍ) ແລະ ນາຍົກລັດຖະມົນຕີ ບັງກລາແດັສ ທ່ານນາງ Sheikh Hasina ຖ່າຍຮູບຮ່ວມກັນ ໃນລະຫວ່າງ ການພົບປະກັນທີ່ນະຄອນຫຼວງ ດາກາ. 29 ສິງຫາ, 2016.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry (ຊ້າຍ) ແລະ ນາຍົກລັດຖະມົນຕີ ບັງກລາແດັສ ທ່ານນາງ Sheikh Hasina ຖ່າຍຮູບຮ່ວມກັນ ໃນລະຫວ່າງ ການພົບປະກັນທີ່ນະຄອນຫຼວງ ດາກາ. 29 ສິງຫາ, 2016.

ການຕໍ່ສູ້ກັບລັດທິກໍ່ການຮ້າຍ ແມ່ນຫົວຂໍ້ລະດັບສູງໃນວາລະກອງປະຊຸມເວລາລັດຖະມົນ ຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ເດີນທາງຢ້ຽມຢາມປະເທດ ບັງກລາ ແດັສ ເປັນຄັ້ງທຳອິດ, ເພື່ອພົບປະກັບນາຍົກລັດຖະມົນຕີທ່ານນາງ Sheikh Hasina ແລະ ລັດຖະມົນຕີການຕ່າງປະເທດທ່ານ Abul Hassan Mahmood Ali ໃນວັນຈັນ ມື້ນີ້.

ທ່ານ Kerry ໄດ້ສະແດງຄວາມເສົ້າສະຫຼົດໃຈ ແລະ ໃຫ້ການສະໜັບສະໜູນຂອງ ສະຫະ ລັດ ຕໍ່ປະເທດທີ່ຕັ້ງຢູ່ໃນ ເອເຊຍໃຕ້ ນີ້, ເຊິ່ງຍັງມີຄວາມສະເທືອນໃຈຈາກການໂຈມຕີໃນ ວັນທີ 1 ກໍລະກົດທີ່ຜ່ານມາ, ໂດຍພວກລັດອິສລາມ ໃນຮ້ານກາເຟແຫ່ງໜຶ່ງຂອງນະຄອນ ຫຼວງ ດາກາ, ທີ່ເຮັດໃຫ້ຕົວປະກັນ 20 ຄົນເສຍຊີວິດ, ເຊິ່ງ 17 ຄົນໃນນັ້ນແມ່ນຄົນຕ່າງປະ ເທດ.

ເຈົ້າໜ້າທີ່ອາວຸໂສກະຊວງການຕ່າງປະເທດຄົນໜຶ່ງ ໄດ້ກ່າວໃນບົດລາຍງານສັ້ນ ກ່ຽວກັບ ຄວາມເປັນມາຕໍ່ນັກຂ່າວກ່ອນການເດີນທາງຂອງທ່ານວ່າ “ນັບຕັ້ງແຕ່ການໂຈມຕີຄັ້ງດັ່ງ ກ່າວມາ, ມັນໄດ້ເຮັດໃຫ້ການສົນທະນາກັນມີຄວາມເຄັ່ງຕຶງຂຶ້ນ ແລະ ມີການຮ່ວມມືກັນ ກັບບັນດາຕຳຫຼວດ ແລະ ທະຫານຢ່າງເລິກເຊິ່ງຂຶ້ນກວ່າເກົ່າ.” ໃນຂະນະທີ່ ສະຫະລັດ ສືບຕໍ່ຈະ “ພິຈາລະນາວ່າພວກເຮົາສາມາດເຮັດຫຍັງໄດ້ແດ່ເພື່ອສະໜັບສະໜູນ ບັງ ກລາແດັສ ໃນຂະນະທີ່ພວກເຂົາເຈົ້າກຳລັງປະເຊີນໜ້າກັບສິ່ງທ້າທາຍພວກນີ້ຢູ່.”

ປະຊາຊົນວາງດອກໄມ້ທີ່ບ່ອນໄວ້ອາໄລຊົ່ວຄາວ ໃກ້ກັບສະຖານທີ່ເກີດເຫດກໍ່ການຮ້າຍ, ເພື່ອໄວ້ ອາໄລໃຫ້ກັບຜູ້ເຄາະຮ້າຍຂອງການໂຈມຕີທີ່ຮ້າຍເຂົ້າຈີ່ມ Holey Artisan Bakery ແລະ ຮ້ານອາ ຫານ O'Kitchen, ໃນນະຄອນຫຼວງ ດາກາ, ບັງກລາແດັສ, 5 ກໍລະກົດ 2016.
ປະຊາຊົນວາງດອກໄມ້ທີ່ບ່ອນໄວ້ອາໄລຊົ່ວຄາວ ໃກ້ກັບສະຖານທີ່ເກີດເຫດກໍ່ການຮ້າຍ, ເພື່ອໄວ້ ອາໄລໃຫ້ກັບຜູ້ເຄາະຮ້າຍຂອງການໂຈມຕີທີ່ຮ້າຍເຂົ້າຈີ່ມ Holey Artisan Bakery ແລະ ຮ້ານອາ ຫານ O'Kitchen, ໃນນະຄອນຫຼວງ ດາກາ, ບັງກລາແດັສ, 5 ກໍລະກົດ 2016.

ຕຳຫຼວດພາຍປືນຍາວ, ຫຼາຍຄົນຢືນຫ່າງກັນພຽງສອງສາມແມັດ, ເພື່ອຍາມເສັ້ນທາງຂະ ບວນລົດຂອງທ່ານ Kerry ຕາມຖະໜົນແອອັດທີ່ມີຊື່ສຽງໃນດ້ານທີ່ບໍ່ຄ່ອຍດີປານໃດ, ຫຼາຍຄົນໄດ້ຖືກປິດລ້ອມໄວ້ໃນຂະນະທີ່ຂະບວນລົດເລັ່ງຄວາມໄວຜ່ານ. ຄົນຂັບລົດບາງ ຄົນໄດ້ຢືນຢູ່ຂ້າງລົດຂອງພວກເຂົາເຈົ້າໃນຖະໜົນທີ່ຖືກກັ້ນໄວ້ຊົ່ວຄາວ ໃນຂະນະທີ່ຝູງ ຄົນຜູ້ເຫັນເຫດການຢືນຢູ່ທາງຍ່າງຂ້າງຖະໜົນ ແລະ ເບິ່ງຢ່າງງຽບໆຈາກຕຶກອາຄານ ຕ່າງໆ.

ຕົວເມືອງເຊິ່ງຄັ້ງໜຶ່ງເຄີຍມີຄວາມປອດໄພ ໄດ້ຖືກໂຈມຕີເພີ່ມຂຶ້ນເລື້ອຍໆໂດຍການໂຈມ ຕີ ກໍ່ການຮ້າຍທີ່ມີຄວາມຊຳນານ ທີ່ແນເປົ້າໃສ່ຊາວຕ່າງຊາດ, ນັກຂຽນບັນທຶກທີ່ບໍ່ນັບຖື ສາສະໜາ ແລະ ພວກນັກເຄື່ອນໄຫວຄົນອື່ນໆ, ເຊັ່ນດຽວກັບບັນດາສະມາຊິກຂອງສາສະ ໜາກຸ່ມນ້ອຍ, ເຊິ່ງແມ່ນຄວາມເປັນຫ່ວງທີ່ເພີ່ມຂຶ້ນໃນປະເທດມຸສລິມ ທີ່ເປັນທີ່ຮູ້ຈັກກັນ ສຳລັບການປະສົມປະສານຄວາມເສຍສະຫຼະກັບການຜ່ອນສັ້ນຜ່ອນຍາວ.

Kerry Bangladesh
please wait
Embed

No media source currently available

0:00 0:01:26 0:00

Combating terrorism was a top agenda item when U.S. Secretary of State John Kerry, on his first official visit to Bangladesh, met with Prime Minster Sheikh Hasina and Foreign Minister Abul Hassan Mahmood Ali on Monday.

Kerry conveyed the sympathies and support of the United States to the South Asian country, still reeling from a July 1 attack, claimed by Islamic State, at a Dhaka cafe, which left 20 hostages dead, 17 of them foreigners.

Since that attack "there has been an intensification of dialogue and we are deepening the partnership and engaging with both civilian law enforcement bodies and with the military" while the United States continues to "see what more we can do to support Bangladesh as it faces these challenges," said a senior State Department official in a background briefing for reporters prior to the trip.

Police toting rifles, many spaced just a few meters apart, guarded the route of Kerry's motorcade along Dhaka's notoriously congested avenues, many of which were cordoned off while the entourage sped by. Some motorists stood besides their vehicles in the temporarily blocked streets while clusters of onlookers stood on the sidewalks and silently watched from buildings.

The once relatively safe city has increasingly been hit by sophisticated terrorist attacks targeting foreigners, secular bloggers and other activists, as well as members of religious minorities -- a worrying development in a Muslim country known for combining devotion with tolerance.

XS
SM
MD
LG