ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ສົງໄສ ເປັນສະມາຊິກ ລັດອິສລາມ ຖືກສົ່ງ ກັບຄືນປະເທດ ເພື່ອປະເຊີນໜ້າ ຂໍ້ຫາກໍ່ການຮ້າຍ


ທ້າວ Mohamad Jamal Khweis, ຊາວອາເມຣິກັນ ທີ່ຖືກກ່າວ ຫາເຂົ້າຮ່ວມໃນກຸ່ມລັດອິສລາມ.
ທ້າວ Mohamad Jamal Khweis, ຊາວອາເມຣິກັນ ທີ່ຖືກກ່າວ ຫາເຂົ້າຮ່ວມໃນກຸ່ມລັດອິສລາມ.

​ພົນລະ​ເມືອງ​ອາ​ເມຣິກັນ​ຄົນ​ນຶ່ງ ​ທີ່​ໄດ້​ຫລົບໜີ​ຈາກສະຫະລັດ ​ແລ້ວ​ໄປ​ຮ່ວມກັບ​ກຸ່ມ​ກໍ່​ການ​ຮ້າ​ຍລັດ​ອິສລາມ ກ່ອນ​ທີ່​ກ່າວອ້າງ​ວ່າ ລາວ​ໄດ້​ປ່ຽນ​ໃຈ ແລ້ວ​ກັບ​ຄືນ​ມາ​ສະຫະລັດ​ເພື່ອ​ປະ​ເຊີນ​ໜ້າ​ກັບ​ການກ່າວ​ຫາ​ກໍ່​ການ​ຮ້າຍນັ້ນ.

​ທ້າວ Mohamad Jamal Khweis ​ທີ່​ເບິ່ງ​ຄື​ວ່າຈ່ອຍ​ຜອ​ມ ​ແລະ​ອິດ​ເມື່ອຍນັ້ນ ໄດ້​ຖືກ​ນຳໂຕເຂົ້າ​ມາ​ສານ​ລັດຖະບານ​ກາງ​ທີ່​ເມືອງ Alexandria ລັດ Virginia ​ໃນ​ວັນ​ພະຫັດ​ວານ​ນີ້. ລາວ​ນຸ່ງ​ເສື້ອ​ຍືດສີຟ້າ​ແກ່ແລະ​ສົ້ງ​ສີ​ຂີ້​ເຖົ່າ ​ໃນ​ຂະນະ​ທີ່ຕັດ​ຜົມ​ສັ້ນ.

ພໍ່​ ​ແມ່ ​ແລະ​ນ້ອງ​ຊາຍ​ຂອງ​ລາວ ພາກັນ​ໂບກ​ມືໃສ່​ລາວ​ດ້ວຍຄວາມ​ກັງ​ວົນ​ໃຈ. ​ອີງຕາມ​ທະນາຍຄວາມ​ທີ່​ຕໍ່ສູ້​ຄະດີ​ໃຫ້​ລາວ​ແລ້ວ ຄອບຄົວ​ໄດ້​ເຫັນ​ທ້າວ Khweis ​ເປັນເ​ທື່ອທຳ​ອິດ ນັບ​ແຕ່​ລາວ​ໄດ້​ໂຕນ​ໜີ​ໄປ​ຮ່ວມກຸ່ມລັດ​ອິສລາມ ຫລື IS.

ໃບຂັບຂີ່ ອາເມຣິກາ ຂອງ ທ້າວ Mohamed Jamal Khweis.
ໃບຂັບຂີ່ ອາເມຣິກາ ຂອງ ທ້າວ Mohamed Jamal Khweis.

ຜູຸ້ຊາຍ​ທີ່​ມີ​ອາຍຸ 26 ປີຄົນ​ນີ້ ​ໄດ້​ກາຍ​ເປັນ​ຫົວ​ຂໍ້​ຂ່າວ​ເທື່ອ​ທຳ​ອິດ ​ເວລາ​ລາວ​ຖືກ​ກັກ​ຂັງ​ໂດຍກຳລັງ​ Peshmerga ຂອງ​ຊາວ​ເຄີ​ດ ຢູ່​ພາກ​ເໜືອ​ອີຣັກ​ໃນ​ເດືອນ​ມີ ນ​າຜ່ານ​ມາ ຊຶ່ງເປັນ​ສະມາຊິກ​ກຸ່ມ​ລັດ​ອິສລາມ​ຄົນອາເມຣິກັນ​ພຽງ​ບໍ່​ເທົ່າ​ໃດ​ຄົນ​ທີ່ ​ໄດ້​ຖືກ​ຈັບ​ຢູ່​ໃນສະໜາມ​ລົບ.

ທ້າວ Khweis ບໍ່​ໄດ້​ເວົ້າຫຍັງ​ຫຼາຍ ​ໃນລະຫວ່າງ​ການ​ປາກົດໂຕ​ເທື່ອທຳ​ອິດ​ຢູ່​ໃນ​ສານ ​ໄດ້​ຖືກ​ກ່າວ​ຫາວ່າ ສະໜອງ ​ແລະສົມຮູ້​ຮ່ວມ​ຄິດ​ເພື່ອ​ສະໜອງ​ການ ​ສະໜັບສະໜູນທາງ​ດ້ານ​ວັດ​ຖຸ​ແກ່ກຸ່ມ IS. ການ​ກະທຳ​ຜິດນີ້​ຈະໄດ້​ຮັບ​ໂທດ​ໜັກ
ສຸດ​ຕິດ​ຄຸກ​ເຖິງ 20 ປີ ປັບໄໝ 250,000 ​ໂດ​ລາ ​ແລະ​ຖືກປ່ອຍໂຕ​ໂດຍ​ມີ​ຜູ້​ຕິດຕາມຕະຫລອດ​ຊີວິດ.

ທ້າວ Jamal Khweis ຜູ້ບົ່ງຕົນເອງວ່າເປັນພໍ່ຂອງ ທ້າວ Mohamad Jamal Khweis ສະມາຊິກກຸ່ມລັດອິສລາມ ທີ່ມອບໂຕແກ່ກຳລັງເຄີດ..
ທ້າວ Jamal Khweis ຜູ້ບົ່ງຕົນເອງວ່າເປັນພໍ່ຂອງ ທ້າວ Mohamad Jamal Khweis ສະມາຊິກກຸ່ມລັດອິສລາມ ທີ່ມອບໂຕແກ່ກຳລັງເຄີດ..

ທ້າວ Khweis ບໍ່​ຈຳ​ເປັນ​ຕ້ອງ​ໄດ້​ຮ້ອງ​ຮຽນ​ຕໍ່​ສານ ​ແລະ​ທະນາຍຄວາ​ມ ຂອງ ລາວ​ໄດ້​ລະມັດລະວັງ​ ຕໍ່ການ​ອ່ານເລິກ​ເກີນ​ໄປ​ກ່ຽວ​ກັບ​ສຳນວນ​ຟ້ອງ​ຂອງສານ​ລັດຖະບານກາງ.

ທະນາຍຄວາ​ມ ທ່ານ John Zwerling ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ຢູ່​ນອກສານ​ວ່າ “ທຸກ​ສິ່ງ​ທຸ​ກຢ່າງ​ບໍ່​ປາກົດ​ຄື​ດັ່ງ​ເຫັນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG