ພວກປະທ້ວງຫຼາຍສິບພັນຄົນ ໄດ້ພາກັນລົງສູ່ຖະໜົນຫົນທາງໃນປະເທດສະໂລວາ
ເກຍ ໃນວັນສຸກວານນີ້ ເພື່ອຮຽກຮອ້ງໃຫ້ມີການເລືອກຕັ້ງກ່ອນກຳນົດ ໂດຍກ່າວວ່າ
ການລາອອກຂອງນາຍົກລັດຖະມົນຕີ ແມ່ນບໍ່ເປັນທີ່ພຽງພໍ ເພື່ອແກ້ໄຂຄວາມເປັນ
ຫ່ວງຂອງເຂົາເຈົ້າ ຫຼັງຈາກມີການຄາດຕະກຳນັກຂ່າວທີ່ທຳການສືບສວນ.
ໃນມື້ທີສາມຂອງການເດີນຂະບວນນັ້ນ ພວກປະທ້ວງໄດ້ເຕົ້າໂຮມກັນຢູ່ໃນ 35 ໂຕ
ເມືອງ ທັງນ້ອຍແລະໃຫຍ່. ປະມານ 500,000 ຄົນໄດ້ເຕົ້າໂຮມກັນຢູ່ທີ່ນະຄອນຫຼວງ
ບຣາຕິສລາວາ ເຖິງແມ່ນໄດ້ມີການລາອອກຂອງນາຍົກລັດຖະມົນຕີ ໂຣເບີດ ຟິໂກ
ແລະຄະນະລັດຖະບານຂອງທ່ານ. ພວກປະທ້ວງພາກັນຮ້ອງໂຮວ່າ “ການເລືອກ
ຕັ້ງກ່ອນກຳນົດ” ແລະກ່າວວ່າ ລັດຖະບານທັງໝົດ ຈຳເປັນຕ້ອງມີການປ່ຽນແປງ.
ນັກຂ່າວທີ່ທຳການສືບສວນ ທ່ານຢານ ກູຊິອັກ ອາຍຸ 27 ປີ ແລະຄູ່ໝັ້ນຂອງທ່ານໄດ້
ຖືກພົບເຫັນ ຖືກຍິງຕາຍຢູ່ທີ່ເຮືອນໃນເດືອນແລ້ວນີ້. ທ່ານກູຊິອັກ ໄດ້ລາຍງານກ່ຽວ
ກັບການກ່າວຫາ ໃນການສໍ້ໂກງ ຕໍ່ບັນດານັກທຸລະກິດ ທີ່ພົວພັນກັບການເມືອງ ແລະ
ພວກປະທ້ວງໄດ້ຮຽກຮ້ອງໃຫ້ມີການສືບສວນຢ່າງຖີ່ຖ້ວນໃນການສັງຫານທ່ານ ພ້ອມ
ທັງການກ່າວຫາສໍ້ລາດບັງຫຼວງ ຂອງລັດຖະບານ.
ຕຳຫຼວດກ່າວວ່າ ການຕາຍຂອງທ່ານກູຊິອັກ ມີຄວາມເປັນໄປໄດ້ສູງ ທີ່ພົວພັນກັບ
ການສືບສວນຂອງທ່ານ ໃນຄວາມສຳພັນ ທີ່ມີການກ່າວຫາ ລະຫວ່າງພວກນັກການ
ເມືອງທີ່ສຳຄັນສຸດຂອງສະໂລວາເກຍ ແລະກຸ່ມໂຈນອີຕາລີ. ຍັງບໍ່ມີຜູ້ໃດຖືກກ່າວຫາ
ໃນການສັງຫານນີ້ເທື່ອ.
ໃນວັນພະຫັດທີ່ຜ່ານມານີ້ ປະທານາທິບໍດີສະໂລວາເກຍ ທ່ານອັນເດຣ ກິສກາ ໄດ້
ຮັບເອົາການລາອອກຂອງທ່ານຟິໂກແລະຂໍຮ້ອງໃຫ້ທ່ານປີເຕີ ແພລເລີກຣີນີ ທີ່ເປັນ
ຮອງນາຍົກລັດຖະມົນຕີໃຫ້ປະກອບລັດຖະບານຊຸດໃໝ່. ການເຄື່ອນໄຫວດັ່ງກ່າວ ແມ່ນເພື່ອຮັກສາລັດຖະບານປະສົມສາມພັກ ໃນປັດຈຸບັນ ໃຫ້ຢູ່ໃນອຳ ນາດຕໍ່ໄປ
ແລະຫລີກລ່ຽງການເລືອກຕັ້ງກ່ອນກຳນົດ.
ການເດີນຂະບວນປະທ້ວງໃນອາທິດນີ້ ແມ່ນໃຫຍ່ທີ່ສຸດ ໃນສະໂລວາເກຍ ນັບແຕ່
ໄດ້ມີການປະຕິວັດແວວແວັດ ໃນປີ 1989 ທີ່ໄດ້ໂຄນລົ້ມການປົກຄອງຂອງພວກ
ຄອມມູນິສ ຢູ່ໃນອະດີດປະເທດເຊັກໂກສະໂລວາເກຍ.