ມັນເປັນມື້ທີ່ຍາວນານໃນນະຄອນຫຼວງວໍຊິງຕັນ, ເປັນມື້ທີ່ເຕັມໄປດ້ວຍຮີດຄອງປະເພນີ ແລະບາງເຫດການທີ່ບໍ່ທໍາມະດາ ໃນຂະນະທີ່ ສະຫະລັດ ມີການສາບານຕົນເຂົ້າເປັນປະທານາທິບໍດີຄົນທີ 47 ຂອງປະເທດ.
ພິທີສາບານຕົນ ປີ 2025, ສ້າງປະຫວັດສາດດ້ວຍເຫດຜົນຫຼາຍຢ່າງ.
ທ້າວ ແດນນຽລ ກ່າວວ່າ:
“ມັນເຢັນຮອດກະດູກ, ໜາວຂະໜາດເລີຍ.”
ອຸນຫະພູມທີ່ໜາວທີ່ສຸດ ຮອດ -11 ອົງສາເຊລຊຽສ, ສົ່ງຜົນເຮັດໃຫ້ຕ້ອງມີການຈັດພິທີສາບານຕົນພາຍໃນຫໍ ໂຣທັນດາ ຂອງອາຄານລັດຖະສະພາສະຫະລັດ, ບ່ອນທີ່ຜູ້ຄົນສາມາດເຂົ້າຮ່ວມງານໄດ້ 600 ຄົນ. ປະຊາຊົນຫຼາຍພັນຄົນພາກັນຢືນຢູ່ສະໜາມຫຼວງແຫ່ງຊາດ ດ້ວຍການເບິ່ງພິທີໃຫ້ຄໍາສາບານນັ້ນ ຢູ່ໃນໂທລະສັບຂອງພວກເຂົາ ແລະເຫັນການປ່ຽນຜ່ານຂອງລັດຖະບານ.
ນາງ ຮາຍດີ ຟິນຈ໌ (Heidi Finch), ຈາກນະຄອນໂອແລນໂດ, ລັດຟລໍຣິດາ ກ່າວວ່າ:
“ຂ້ອຍຄິດວ່າ ການທີ່ເຮົາບໍ່ຢູ່ໃນກຸ່ມຄົນສ່ວນໜ້ອຍທີ່ມີຄວາມຄິດເຫັນທາງການເມືອງທີ່ຄືກັນ, ມັນຮູ້ສຶກດີທີ່ສາມາດເວົ້າໄດ້ວ່າ ແມ່ນແລ້ວ, ພວກເຮົາກໍາລັງນໍາເອົາສິ່ງຕ່າງໆ ທີ່ສົມເຫດສົມຜົນກັບຄືນມາ.”
ທິມ ວາສສັນ (Tim Wasson) ກໍາລັງຄິດລ່ວງໜ້າກ່ຽວກັບຮອງປະທານາທິບໍດີ ເຈດີ ແວນສ໌ (JD Vance).
ທ່ານ ທິມ ວາສສັນ, ຈາກເມືອງ ຊັນເບີຣີ (Sunbury), ລັດໂອໄຮໂອ້ ກ່າວວ່າ:
“ທຸກໆສິ່ງທີ່ຂ້ອຍໄດ້ອ່ານ ແລະທຸກໆສິ່ງທີ່ຂ້ອຍເຊື່ອໃນຫົວໃຈຂອງຂ້ອຍ, ເຊື່ອວ່າ ສີ່ປີຈາກນີ້ໄປ ລາວຈະເປັນປະທານາທິບໍດີ ຄົນຕໍ່ໄປຂອງພວກເຮົາ.”
ແອນດຣູ ເດີນູນ (Andrew DeNoon) ໄດ້ນໍາເອົາຄອບຄົວລາວໝົດທຸກຄົນມານະທີ່ນີ້ ເຖິງແມ່ນຈະມີການລົງຄະແນນສຽງໃຫ້ຜູ້ບໍ່ສັງກັດພັກໃດ ຕະຫຼອດຊີວິດຂອງລາວ ກໍຕາມ.
ທ່ານ ແອນດຣູ ເດີນູນ, ຈາກເມືອງ ຫຼຸຍສ໌ວີລ, ລັດເຄັນທັກກີ ກ່າວວ່າ:
“ຂ້ອຍໄດ້ປ່ອນບັດລົງຄະແນນສຽງໃຫ້ທັງສອງຝ່າຍ, ຜູ້ທີ່ເສລີນິຍົມ ສ່ວນຫຼາຍ ທ່ານຮູ້ບໍ. ແຕ່ນະໂຍບາຍ ແລະຫຼາຍສິ່ງທີ່ ທ່ານ ທຣໍາ ກ່າວເຖິງນັ້ນ ຖືກໃຈພວກເຮົາແບບໃດແບບນຶ່ງ ໃນຖານະຄອບຄົວ.”
ຍານາງ ຄຣິສຕີນ ເດີນູນ, ຈາກເມືອງ ຫຼຸຍສ໌ວີລ, ລັດເຄັນທັກກີ ກ່າວວ່າ:
“ມັນເປັນເວລາທີ່ດີສໍາລັບພວກເຮົາທີ່ຈະເລີ້ມຕົ້ນການສົນທະນາພາຍໃນຄອບຄົວຂອງພວກເຮົາ ກ່ຽວກັບສິ່ງນີ້. ຂ້ອຍບໍ່ຕ້ອງການທີ່ຈະບັງຄັບຄວາມເຊື່ອຂອງຂ້ອຍຕໍ່ລູກໆຂອງຂ້ອຍ, ແຕ່ຂ້ອຍຢາກອະທິບາຍໃຫ້ພວກເຂົາຮູ້ວ່າ ເປັນຫຍັງຂ້ອຍເອງ ຈຶ່ງຮູ້ສຶກແບບອະນຸລັກຫຼາຍໃນດ້ານນີ້, ຫຼື ເປັນຫຍັງຂ້ອຍຈຶ່ງຮູ້ສຶກເສລີນິຍົມໃນດ້ານນີ້ຫຼາຍ.”
ນັບຕັ້ງແຕ່ການຮ່ວມເດີນຂະບວນຂອງພວກເຂົາເຈົ້າຖືກຍົກເລີກໄປ, ວົງນັກຮ້ອງປະສານສຽງຈາກລັດຫຼຸຍເຊຍນາ ຈຶ່ງໄດ້ພາກັນຍ່າງອ້ອມຮອບໄປທົ່ວນະຄອນຫຼວງ.
ທ່າມກາງການປ່ຽນແປງທີ່ເກີດຂຶ້ນຢ່າງຫຼວງຫຼາຍໃນວັນສຸກແລ້ວນີ້ ເນື່ອງຈາກສະພາບອາກາດ, ສິ່ງນຶ່ງທີ່ບໍ່ມີການປ່ຽນແປງຄື ຄວາມປອດໄພ. ມີເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ 25 ພັນຄົນຢູ່ໃນໂຕເມືອງນີ້. ແລະຮົ້ວທີ່ມີຄວາມຍາວຮອດ 48 ກິໂລແມັດ ກໍຍັງຕັ້ງຢູ່ຄືເກົ່າ.
ບັນດາຜູ້ສະໜັບສະໜູນ ໄດ້ພາກັນໄປທີ່ຈຸດກວດຄົນແຫ່ງຕ່າງໆໂດຍຢືນຕິດໆກັນ ຢູ່ສະໜາມກິລາ ບ່ອນທີ່ປະທານາທິບໍດີ ດໍໂນລ ທຣຳ ຈະກ່າວຄຳປາໄສຕໍ່ຝູງຊົນ 20,000 ຄົນ. ເຂົາເຈົ້າຫຼາຍຄົນ ໄດ້ປະກະເປົາເປ້ ແລະ ກະເປົາພາຍ ໄວ້ນອກ ກ່ອນທີ່ຈະໄດ້ຮັບອະນຸຍາດໃຫ້ເຂົ້າໄປໄດ້.
ທ່ານ ຣັສໂຊລ ວອລເລສ (Russell Wallace), ຈາກເມືອງ ແທັມປາ, ລັດຟລໍຣິດາ ກ່າວວ່າ:
“ມັນບໍ່ສໍາຄັນ. ທ່ານຮູ້ບໍ່, ທ່ານ ທຣໍາ ເປັນປະທານາທິບໍດີ ໃນປັດຈຸບັນ, ສະນັ້ນແລ້ວ ທຸກສິ່ງກໍດີແລ້ວ.”
ນີ້ ແມ່ນການສາບານຕົນເຂົ້າຮັບຕໍາແໜ່ງຄັ້ງທໍາອິດໃນຮອບ 40 ປີ ທີ່ຈັດຢູ່ພາຍໃນສະຖານທີ່.
ມີການປ້ອງກັນຄວາມປອດໄພຫຼາຍກວ່າພິທີສາບານຕົນເຂົ້າຮັບຕໍາແໜ່ງຄັ້ງອື່ນໆ.
ທ່ານ ດໍໂນລ ທຣໍາ, ເປັນປະທານາທິບໍດີ ທີ່ດໍາລົງຕໍາແໜ່ງໃນສະໄໝທີ່ບໍ່ໄດ້ຕິດຕໍ່ກັນ.
ແລະໃນອາຍຸ 78 ປີ, ລາວເປັນປະທານາທິບໍດີ ທີ່ມີອາຍຸຫຼາຍທີ່ສຸດ.
ແລະທັງໝົດໃນເວລານີ້ ແມ່ນການສາບານຕົນຄັ້ງປະຫວັດສາດ.
ອ່ານບົດລາຍງານດ້ານລຸ່ມນີ້ເປັນພາສາອັງກິດ
It’s been a long day in Washington, filled with tradition and some out-of-the-ordinary events as the United States swears in its 47th president. VOA’s Senior Washington Correspondent Carolyn Presutti brings us the sights and sounds from Inauguration Day 2025.
Inauguration 2025, making history for many reasons.
Daniel
“It’s bone chilling cold, man.”
At its coldest — minus 11 degrees Celsius — forcing the inauguration inside the Capitol Rotunda, where 600 could see it live. Thousands more stood on the National Mall…watching the oaths on their phones and seeing government change.
Heidi Finch, Orlando, Florida.
“I think not being in the minority of opinion, as far as politically, it feels good to be able to say, yes, we're bringing back things that make sense.”
Tim Wasson is thinking ahead for Vice President JD Vance.
Tim Wasson, Sunbury, Ohio.
“Everything I've read and everything I believe in my heart, believes, four years from right now, he'll be our next president.”
Andrew DeNoon brought his whole family here despite voting independent all his life.
Andrew DeNoon, Louisville, Kentucky.
“I voted both sides of the aisle, libertarian a lot, you know. But a lot of the policies and things that Trump speaks about kind of endears us as a family.”
Christine DeNoon, Louisville, Kentucky.
“It is a good time for us to start having discussions in our house about it. I don't want to enforce my beliefs on my children, but I want to explain to them why I feel maybe more conservative on this aspect, or why I feel more liberal on that aspect.”
Since their marching in the parade was canceled, this choir from Louisiana roved around the capital city.
Carolyn Presutti, VOA News.
Among the flurry of revisions that occurred Friday because of the weather, one thing didn’t change. Security. There are 25-thousand law enforcement officers in this town. And the 48 kilometers of fencing still stands.
Supporters crowded closed checkpoints at the arena where President Donald Trump was to speak to a crowd of 20,000. Many of them had left behind backpacks and purses to be allowed in.
Russell Wallace, Tampa, Florida.
“It doesn’t matter. You know, Trump's the President now, so everything's all right."
The first indoor inauguration in 40 years.
More security than any inauguration.
Donald Trump, a president serving non-consecutive terms.
And at 78, he is the oldest president.
All now, inauguration history.
ຟໍຣັມສະແດງຄວາມຄິດເຫັນ