ສະຫະລັດແລະປະເທດຢູໂຣບຫລາຍປະເທດ ໄດ້ປະຕິເສດທີ່
ຈະເຊັນສົນທິ ສັນຍາດ້ານໂທລະຄົມມະນາຄົມສະບັບນຶ່ງ ທີ່ເຂົາ
ເຈົ້າວ່າ ເປີດປະຕູໃຫ້ລັດຖະບານເຂົ້າຄວບຄຸມອິນເຕີແນັດໄດ້
ຫລາຍຂຶ້ນ.
89 ປະເທດໄດ້ເຊັນສົນທິສັນຍາດັ່ງກ່າວຂອງສະຫະປະຊາຊາດ
ຢູ່ທີ່ເມືອງດູບາຍ ໃນວັນສຸກວານນີ້ ໃນຂະນະທີ່ 55 ປະເທດພາກັນຄັດຄ້ານ ຊຶ່ງໄດ້ ເປີດ ເຜີຍໃຫ້ເຫັນຄວາມແຕກແຍກກັນຢ່າງເລິກເຊິ່ງ ກ່ຽວກັບການດູແລຄວບຄຸມອິນເຕີແນັດ ຫລື cyberspace.
ກຸ່ມປະເທດຄັດຄ້ານທີ່ນໍາໜ້າໂດຍສະຫະລັດ ແມ່ນສະໜັບສະໜຸນຕໍ່ວິທີການ ບໍ່ໄປແຕະ ຕ້ອງຄວບຄຸມອິນເຕີແນັດ ໂດຍໃຫ້ຄໍາເຫັນວ່າ ມັນບໍ່ຄວນແມ່ນ ແຕ່ຈະເອົາໄປກ່າວຢູ່ໃນ ສົນທິສັນຍາດ້ານໂທລະຄົມມະນາຄົມເລີຍ ໃນຂະນະທີ່ຣັດເຊຍ, ຈີນ ແລະບັນດາປະເທດ ກໍາລັງພັດທະນາຫລາຍປະເທດ ພະຍາຍາມຊອກຫາທາງຄວບຄຸມກິດຈະການກ່ຽວກັບ ອິນເຕີແນັດຫລາຍຂຶ້ນ.
ສະຫະພັນໂທລະຄົມມະນາຄົມເລີຍສາກົນ ຫລື ITU ເປັນເຈົ້າພາບຈັດກອງປະຊຸມດັ່ງ ກ່າວໃນນະຄອນດູບາຍ ເພື່ອປັບປຸງກົດລະບຽບດ້ານໂທລະຄົມມະ ນາຄົມ ທີ່ສ້າງຂຶ້ນໃນປີ 1988 ນັ້ນ ໃຫ້ເໝາະກັບສະພາບການປັດຈຸບັນ.
ການສົນທະນາກັນກ່ຽວກັບອິນເຕີແນັດ ໄດ້ເຮັດໃຫ້ບັນຫາອັນອື່ນໆຂອງກອງປະຊຸມສຸດ ຍອດດັ່ງກ່າວ ໝົດຄວາມສໍາຄັນໄປ ເຖິງແມ່ນວ່າ ITU ໄດ້ ຢືນຢັນຊໍ້າແລ້ວຊໍ້າອີກວ່າ ການວາງກົດລະບຽບຄວບຄຸມ cyberspace ຫລືອິເຕແນັດບໍ່ຢູ່ໃນວາລະການປະຊຸມ ຄັ້ງນີ້ເລີຍ.