ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພວກໄວລຸ້ນ ພາກັນຕ້ານຄືນ ຕໍ່ບໍລິສັດ ເຮັດຢາສູບໄຟຟ້າ ຈູລ (Juul)


Teens Fight Back Against "Juuling"
please wait

No media source currently available

0:00 0:02:08 0:00

ຢາສູບແບບອີເລັກໂຕຣຍັງສືບຕໍ່ເປັນວິທີທີ່ສະດວກທີ່ສຸດ ພວກຊາວໜຸ່ມ ແລະພວກຕິດຢາສູບພາກັນສູບເອົາທາດນິໂຕິນ ໄດ້ງ່າຍທີ່ສຸດ.

​ຢາສູບ​ໄຟຟ້າ ຫຼື E-cigarettes ທີ່​ຖື​ວ່າ​ເປັນ​ສິ່ງ​ທີ່​ສະດວກ​ສະບາຍ ພົກ​ພາ​ໄປມາງ່າຍ
ທີ່​ສຸດ ສຳ​ລັບ​ພວກ​ເດັກນ້ອຍແລະ​ພວກ​ທີ່​ຕິດ​ຢາ​ສູບ ທີ່​ຈະໄດ້​ຮັບ​ສານ​ນິ​ໂກ​ຕີ​ນ​ໄດ້, ​
ແຕ່​ການ​ສຳ​ຫຼວດ​ໃໝ່ຈາກ​ສູນ​ກາງ​ຄວມຄຸມແລະ​ປ້ອງ​ກັນ​ພະຍາດ​ໄດ້​ສະ​ແດງ​ໃຫ້
ເຫັນ​ວ່າ ການ​ສູບ​ຢາໄຟຟ້າ ຫລື​ E-cigarettes ນັ້ນ ໂດຍທົ່ວໄປແລ້ວ ​ພວມຫຼຸດ​ນ້ອຍ​
ຖອຍ​ລົງ . ​ແຕ່​ບໍ່​ແມ່ນໝົດທຸກຄົນ ​ເຫັນ​ພ້ອມ​ນຳ ​ການ​ສະຫຼຸບແບບ​ນີ້ ຊຶ່ງເຟດ​ທ໌ ລາ​ປີ​
ດັສ (Faith Lapidus) ນັກຂ່າວຂອງ VOA ມີລາຍງານ ແລະ ວັນນະ​ສອນ ຈະ​ນຳ
ເອົາ​ລາຍ​ລະອຽດ ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ທ້າວແຈັກ ແວັກສ​ແມນ (Jack Waxman) ບໍ່​ໄດ້​ສູບຢາ​ໄຟຟ້າ, ​ແຕ່​ວ່າ ​ພວກ​ເພື່ອນ​
ຂອງ​ລາວຫລາຍຄົນ​ສູບ, ​ແລະ​ຢາສູບ​ໄຟຟ້າ​ ທີ່​ເປັນ​ທາງເລືອກນັ້ນ ​ກໍ​ຄື ຈູລ (Juul) ​
ຊຶ່ງເປັນ​ເຄື່ອງ​ສູບ​ຢາ​ທັນ​ສະ​ໄໝແບບ​ກະທັດ​ຮັດ ທີ່​ສາມາດ​ພົກ​ພາ​ຕິດ​ຕົວໄປ​ມາໄດ້
​ສະດວກ​ສະບາຍ. ພວກ​ເຂົາ​ເຈົ້າຈະ​ຂາດມັນບໍ່ໄດ້ ​ແລະ​ທ້າວແວັກສ​ແມນ ​ກໍຮູ້ສຶກມີ​
ຄວາມ​ເປັນ​ຫ່ວງ​.

ທ້າວແຈັກ ແວັກສ​ແມນ (Jack Waxman) ຜູ້​ສ້າງ​ວີ​ດີ​ໂອ (Juulers Againt Juul)
ກ່າວ​ວ່າ “ມັນ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ບໍ່​ດີ ຍ້ອນ​ຂ້ອຍ​ຮູ້​ວ່າ ພວກ​ບໍລິສັດ​ທັງຫຼາຍ​ເຫຼົ່າ​ນີ້
​ແມ່ນ​ມີ​ຈຸດປະສົງ​ຫຼອກ​ລວງພວກ​ໝູ່​ເພື່ອນ​ຂອງ​ຂ້ອຍ​ແລະ​ຂ້ອຍ​ຕ້ອງການ​ທີ່​ຈະ​ເຮັດ​
ທຸກ​ສິ່ງ​ຢ່າງ ທີ່​ຂ້ອຍ​ສາມາດ​ເຮັດ​ໄດ້ ທີ່​ຈະ​ບໍ່​ໃຫ້​ສິ່ງ​ນີ້​ເກີດ​ຂຶ້ນ.”

ລາວ​ໄດ້​ເຮັດ​ວີ​ດີ​ໂອ ​ທີ່​ເອີ້ນ​ວ່າ (Juulers Againt Juul) ທີ່​ເປັນ​ການຖ່າຍ​ທຳ​ວີ​ດີ​ໂອ
ຂອງ​ພວກ​ໝູ່ເພື່ອນ​ລາວຫຼາຍ​ຄົນ ​ພວກທີ່​ໃຊ້ເຄື່ອງສູບຢາຈູ​ລ ທັງຫຼາຍ​ນີ້ ​ໄດ້ສະ​ແດງ
ຄວາມ​ຮູ້ສຶກຂອງເຂົາເຈົ້າ ​ແລະ​ວີ​ດີ​ໂອ​ນີ້ ​ໄດ້​ມີຜູ້​ເຂົ້າ​ຊົມ​ເຂົ້າທາງ​ຢູທູບ ​ເປັນ​ຈຳນວນ
​ຫຼາຍສິບພັນ​ຄັ້ງ.

ທ້າວແຈັກ ແວັກສ​ແມນ ເວົ້າວ່າ “ຂ້ອຍ​ໄດ້​ເຮັດ​ວີ​ດີ​ໂອ​ຈູ​ລ ປະມານ​ທ້າຍ​ປີ​ທີ 2 ຂອງ​
ມັດທະຍົມ​ປາຍ ຄື​ປະມານ​ປີ​ກາຍ​ນີ້ ຫຼື ລະດູ​ຮ້ອນ​ປີ​ກາຍ​.”

ມັນ​ຄືກັນກັບສູບຢາ​ໄຟຟ້າ​ອື່ນໆ ນັ້ນ​ລະ, ອຸບ​ປະກອນ​ນີ້ໃຊ້​ຖ່ານໄຟສາຍ​ແລະ​ສົ່ງ​ຄວັນ
ທີ່​ມີ​ສານ​ນິ​ໂກຕິ​ນ. ພວກ​ເດັກນ້ອຍບາງ​ຄົນ​ແມ່ນ​ຕິດ ບໍ່​ແມ່ນ​ຈາກ​ຢາສູບ ​ແຕ່ຈາກລົດ
​ຊາດ​ຂອງຈູ​ລລ ​ເຊັ່ນລົດ​ຊາດ​ຂອງ​ໝາກ​ໄມ້ ກິ່ນ​ຜັກ​ເສີມ ຫຼື​ບໍ່​ ກໍໂຊ​ໂກ​ແລັຕ.

ນາງ​ມາ​ກາຣີດາ​ ເຟີຣີຣາ (Margarida Ferreira) ຈາກກຸ່ມ​ (Juulers Againt Juul)
ກ່າວ​ວ່າ “​ເຄື່ອງຈູ​ລ ນີ້ ​ແມ່ນຈະແຈ້ງ​ມີ​ເປົ້າ​ໝາຍ​ໃສ່ພວກ​ໄວ​ໜຸ່ມ ດ້ວຍ​ໃຊ້ລົດ​ຊາດ
ຂອງ​ພວກ​ໝາກ​ໄມ້​ທັງຫຼາຍ, ຂ້ອຍ​ໝາຍ​ເຖິງ​ລົດ​ຊາດ​ຂອງ​ໝາກ​ໄມ້​ຕົວຢ່າງ​ ລົດ​
ຊາດ​ທີ່​ມີ​ຈຳກັດ​ແລະ​ຫາ​ຍາກ ​ເຊັ່ນ​ໝາກ​ແຕງ ​ແລະກິ່ນ​ຜັກ​ເສີມ.”

ທ້າວ​ແຈັກ ​ໂຊ​ໂລ​ແມນ (Jack Soloman) ຈາກກຸ່ມ​ (Juulers Againt Juul)
ກ່າວ​ວ່າ “ຂ້ອຍ​ແມ່ນ​ຕິດ​ແລ້ວ ​ແລະ​ນັ້ນ​ເປັນ​ສິ່ງ​ທີ່​ບໍ່​ດີ. ຂ້ອຍ​ມາ​ນີ້​ເພື່ອ​ຈະ​ເວົ້າ​ກ່ຽວ​ກັບ
​ເລື້ອງ​ນີ້ ​ແຕ່​ຂ້ອຍ ກໍ​ຍັງ​ສູບ​ມັນ​ຢູ່.”

ມີ​ພວກ​ນັກຮຽນ 20 ພັນ​ຄົນ ​ໄດ້​ພາກັນ​ຕອບ​ຄຳ​ຖາມການ​ສຳ​ຫຼວດ ຂອງ​ອົງການ​ສູນ​
ຄວາມ​ຄຸມ​ແລະ​ປົກ​ປ້ອງ​ພະຍາດ ຫຼື CDC ​ໃນການ​ໃຊ້​ຢາສູບ, ​ແຕ່​ວ່າການ​ສຳ​ຫຼວດ​
ບໍ່​ໄດ້​ຖາມຢ່າງເປັນການສະເພາະກ່ຽວ​ກັບເຄື່ອງສູບຢາ​ໄຟຟ້າຈູລ. ຍ້ອນການບໍ່ກ່າວ
ເຖິງເລື້ອງນີ້ແລະ​ການ​ຂາຍ​ດິບ​ຂາຍ​ດີ ຂອງ​ເຄື່ອງຈູ​ລ ​ໃນ​ປີ​ກາຍ​, ພວກ​ນັກວິ​ເຄາະ
ຈຶ່ງໂຕ້​ແຍ້​ງວ່າ ການ​ສຳ​ຫຼວດທີ່​ວ່າ​ນີ້ ​ແມ່ນ​ບໍ່ໄດ້​ເກັບ​ກຳພາກສ່ວນທີ່ສຳຄັນ ຂອງ​ສິ່ງ​ທີ່​
ໄດ້ເກີດ​ຂຶ້ນ​ໃນ​ຂະນະ​ນີ້.

ທ່ານເອັດເ​ວີຣ໌ດ ຊາລີ​ນາ (Edward Salina ທ່ານຄູໂຮງຮຽນຫຼວງ Plainedge ກ່າວ​ວ່າ
“ພວກ​ເຮົາ ​ໄດ້​ເຫັນ​ວ່າ ມີ​ການ​ນຳ​ໃຊ້​ຂອງ​ພວກ​ນີ້​ຫຼາຍ​ຂຶ້ນ​ໃນ​ປີ​ນີ້ ​ໂດຍ​ສະ​ເພາະ
ໃນ​ຮອບ 3 ​ເດືອນ ຜ່ານ​ມາ ​ໃນ​ໝູ່​ພວກ​ເດັກ​ຍິງ​ແລະ​ເດັກນ້ອຍ​ຜູ້​ຊາຍ. ພວກ​ເຮົາ
ໄດ້​ເຫັນ​ພວກທີ່ມີອາຍຸນ້ອຍ​ສຸດ ​ແມ່ນ​ພວກ​ນັກຮຽນໃນ​ຂັ້ນປະຖົມ ​ໃນ​ເວລາ​ນີ້.”

ຫ້ອງ​ນ້ຳ​ໃນ​ໂຮງຮຽນ​ນັ້ນ​ແມ່ນ​ເປັນ​ບ່ອນ​ທີ່​ພວກ​ເດັກນ້ອຍມັກ​ພາກັນ​ໄປລີ້ສູບ​ ແລະ​ໂຮງ ຮຽນມັດທະຍົ​ມ Plainedge ໃນນິວຢອກ ​ແມ່ນນຶ່ງ​ໃນ​ພວກໂຮງຮຽນຈຸທຳ​ອິດ ທີ່​ໄດ້​ນຳ​
ເອົາເຄື່ອ​ງເຊັນເຊີສາມາດກວດຫາຄວັນ​ຢາສູບໄຟຟ້າໄດ້​ໄປຕິດຕັ້ງໄວ້ໃນຫ້ອງນ້ຳ
ໂດຍ ເຄື່ອງດັ່ງກ່າວ ຈະສົ່ງສັນຍາ​ນໄປ​ໃຫ້​ຄະນະປົກຄອງໂຮງຮຽນຮູ້ໃນທັນທີ.

...ຊຶ່ງ​ນັ້ນ​ແມ່ນ​ສ່ວນ​ນຶ່ງ​ຂອງຄວາມ​ພະຍາຍາມ​ອັນ​ໃໝ່ ທີ່​ຈະ​ສະກັດກັ້ນບໍ່ໃຫ້ພວກ​ເດັກ
ນ້ອຍ​ລຸ້ນ​ໃໝ່ສູບຢາ.

XS
SM
MD
LG