ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການນຳໃຊ້ເທັກໂນໂລຈີໃໝ່ ທີ່ນຳພະລັງງານຈາກແສງ ພະອາທິດ ປ່ຽນເປັນກະແສໄຟຟ້າ


ການເກັບກຳພະລັງງານຈາກແສງພະອາທິດ
ການເກັບກຳພະລັງງານຈາກແສງພະອາທິດ

ເຂດທະ​ເລເມ​ດິເຕຣານຽນ ​ເປັນ​ເຂດ​ທີ່​ຮູ້​ກັນ​ດີ​ວ່າ ເຕັມໄປດ້ວຍ​
ແສງ​ພະ​ອາທິດແຕ່​ວ່າ​ໂຮງງານໄຟຟ້າ​ແສງພະ​ອາທິດ​ໃນ​ຂົງ​ເຂດ
ດັ່ງກ່າວ ແມ່ນ​ຍັງມີ​ບໍ່​ຫຼາຍ. ​ແຕ່​ວ່າ​ດຽວ​ນີ້ ບໍ່​ໄດ້ເປັນຈັ່ງຊັ້ນອີກ​ແລ້ວ​.
​ຍ້ອນ​ເທັກ​ໂນ​ໂລ​ຈີແນວ​ໃໝ່ບາງ​ຢ່າງຂອງສອງ​ປະ​ເທດ​ທີ່ຢູ່​ແຄມ
ຝັ່ງທະ​ເລເມ​ດິເຕຣາເນ ຄື Morocco ແລະ Israel ຊຶ່ງດຽວນີ້
ກຳລັງ​ບຸກ​ເບີກ​ຜລິດ​ພະລັງງານ​ຈາກ​ແສງ​ພະອາທິດນີ້​ ຢ່າງຂະ
ໜາດໃຫຽ່. ນັກຂ່າວ VOA George Putic ມີລາຍ​ງານເລື້ອງນີ້​ ​
ຊຶ່ງວັນນະ​ສອນ ຈະ​ນຳເອົາລາຍ​ລະອຽດ ​ມາສະ​ເໜີ​ທ່ານ.

ທີ​ມ​ພະນັກງານ​ກໍ່ສ້າງ​ໃນ​ເຂດ​ທະ​ເລ​ຊາຍ Negev ຂອງ Israel ກຳລັງຕິດຕັ້ງ​ ​ກະຈົກ​ໃຫຍ່
ຫຼາຍແຜ່ນ ຊຶ່ງໃນທີ່​ສຸດ ກໍຈະກວມເອົາເນື້ອ​ທີ່​ຈຳນວນນ່ຶງ​ລ້ານ​ແມັດ​ມົນທົນ ສົ່ງແສງພະອາ
ທິດ​ໄປ​ຍັງຫໍ​ສົ່ງ​ສັນຍາ​ນທີ່​ສູງໆ​ແຫ່ງນຶ່ງ.

ທ່ານ Noam Nizani ຈາກ ບໍລິສັດ Megalim Solar Power ກ່າວວ່າ “ສິ່ງ​ທີ່ທ່ານ​ເຫັນ
ຢູ່ນັ້ນ ​ແມ່ນ​ການ​ກໍ່ສ້າງຕັ້ງ​ໂຮງໄຟຟ້າ​ແສງ​ພະ​ອາທິດ​ໃຫຍ່ ຊຶ່ງ​ຈະປະກອບດ້ວຍກະຈົກ
ເຮລິໂອສແຕັຕ 50 ພັນແຜ່ນ ​ທີ່ຈະສົ່​ງ​ແສງສະທ້ອນຂອງຕາເວັນ​.”

​ເຄື່ອງ​ປັ່ນ​ພະລັງງານ​ແສງ​ພະອາທິດຂະໜາດ​ນ້ອຍສ່ວນ​ຫຼາຍ ຈະແມ່ນໃຊ້​ເທັກ​ໂນ​ໂລ​ຈີ​ທີ່ຖ່າຍຮູບ​ແບບ​ຖືກໆຫຼາຍຂຶ້ນເລື້ອຍໆ ທີ່ປ່ຽນແປງແສງພະ​ອາທິດ​ໃຫ້​ເປັນ​ກະ​ແສ​ໄຟຟ້າ.

​ແຕ່ວ່າ​ສຳລັບໂຮງງານໄຟຟ້າຂະໜາດເມ​ກາ​ວັດ ມັນ​ຈະເປັນການຄຸ້ມ​ຄ່າ​ກວ່າ ໃນການ​ເກັບພະລັງ​ແສງໄວ້ ແລ້ວນຳມາຜລິດເປັນ​ອາຍ​ນ້ຳ ແລ້ວ​ຜັນໃຫ້ເປັນ​ເຄື່ອງ​ປັ່ນຂະໜາດໃຫຽ່ໃຫ້
ເຮັດ​ກະ​ແສ​ໄຟຟ້າ.

ພວກ​ກະ​ຈົກ​ທັງຫຼາຍ​ນີ້ ຈະ​ໝູນໄປ​ຕາມ​ແສງ​ພະ​ອາທິດ​ຕາມຂອງຕາເວັນ.

ທ່ານ Earn Gartner, ຫົວໜ້າບໍລິຫານ ບໍລິສັດ Megalim Solar Power ກ່າວວ່າ “ພວກ​ເຮົາມີວິທີ​ຄວບ​ຄຸມ​ທີ່ກ້າວໜ້າໂດຍ​ຜ່ານ​ ຫໍ​ສົ່ງ​ສັນຍານ Wi-Fi ທີ່ແພ່ຂະຫຍາຍໄປທົ່ວໂຣງ
ງານແລະພວກເຮົາກໍນຳໃຊ້ເທັກໂນໂລຈີລະບົບພະລັງອາຍນ້ຳ.”

ໃນຕອນສຳເລັດແລ້ວໃນປີໜ້ານີ້ ໂຮງງານ Megalim ກໍຈະສາມາດປັ່ນກະແສໄຟຟ້າໄດ້ 121 ເມກາວັດ ຊຶ່ງຈະມີໄຟຟ້າພໍໃຊ້ສຳລັບເຮືອນ 120 ພັນຫຼັງຄາ.

ໃນຄະນະທີ່ລໍຄອຍໄປຢູ່ນີ້ ຮອບທຳອິດຂອງການສ້າງລະບົບເກັບແສງອາທິດທີ່ຄ້າຍຄືກັນ ໃນຫວ່າງມໍ່ໆມານີ້ ກໍໄດ້​ກໍ່ສ້າງໂຣງໄຟຟ້າແຫ່ງນ່ຶງຢູ່ໃຕ້ພູເຂົາ Atlas ໃນປະເທດ Morocco.

ແທນທີ່ຈະຫັນທິດທາງຂອງແສງອາທິດໄປຫາຫໍຄອຍ ພວກກະຈົກ parabolic ທັງຫຼາຍ
ຢູ່ໂຮງງານໄຟຟ້າ Noor ຈະໃຊ້ຄວາມຮ້ອນຈາກຄວາມເຄັມພິເສດ ໃຫ້ມີຄວາມຮ້ອນສູງ
ເຖິງ 400 ອົງສາ ແຊລຊຽສ. ນໍ້າຈາກເກືອທີ່ວ່ານັ້ນ​ຈະແລ່ນໄປ​ໃນ​ທໍ່​ທີ່​ແລ່ນຮຽງກະຈົກໄປ ​ແລະ​ສາມາດເກັບຄວາມ​ຮ້ອນໄວ້​ໄດ້ ເຖິງ3 ຊົ່ວ​ໂມງ ຫຼັງ​ຈາກພະ​ອາທິດ​ຕົກ​ດິນ​.

​ເມື່ອ​ທັງ 3 ຂັ້ນ​ຕອນ​ເສັດ​ສິ້ນພາຍ​ໃນ​ປີ 2018 ​ແລ້ວ ​ໂຮງ​ກັ່ນ​ໄຟ​ຟ້າດັ່ງກ່າວ​ ກໍ​ຈະ​ຜລິດພະລັງ
ງານໄດ້ຫຼາຍ​ກວ່າ 500 ​ເມ​ກາ​ວັດ ຊຶ່ງ​ຈະພໍໃຊ້ສຳລັບ​ຊາວ​ໂມຣ໊ອກ​ໂກ 1 ລ້ານ 1 ​ແສນ ຄົນ.

ພວກ​ເຈົ້າ​ໜ້າ​ທີ່​ໂຮງງານໄຟຟ້າທັງ​ສອງແຫ່ງ​ໃຫ້​ຂໍ້ສັງ​ເກດວ່າ ພວກ​ເຂົາ​ເຈົ້າ​ໄດ້​ພາກັນສ້າງສິ່ງ
ດັ່ງກ່າວ ​ໄກຈາກ​ທາງບິນຂອງ​ພວກ​ນົກ​ທີ່ພາກັນ​ບິນໄປບິນມາຕາມ​ລະດູການນັ້ນເປັນ
ຢ່າງດີ.

XS
SM
MD
LG