ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຸ່ນຍົນລຸ້ນໃໝ່ ຈະເປັນຄືເຄືອໄມ້ ແລະສາມາດ ເຂົ້າເຖິງ ຊ່ອງທີ່ແຄບໆ ໄດ້


Climbing Vines Inspire New Type of Flexible Robot
please wait

No media source currently available

0:00 0:01:40 0:00

ຫຸ່ນຍົນລຸ້ນຕໍ່ໄປ ຈະມີລັກສະນະຄ້າຍຄືກັນ ກັບຕົ້ນໝາກຖົ່ວ ທີ່ ເລືອຂຶ້ນຄ້າງຫລາຍກວ່າ ຈະເປັນຫຸ່ນຍົນທີ່ຄືຄົນ

ຫຸ່ນຍົນລຸ້ນຕໍ່ໄປ ທີ່ທ່ານຈະໄດ້ເຫັນຈະມີລັກສະນະຄ້າຍຄືກັນກັບຕົ້ນໝາກຖົ່ວທີ່ເລືອຂຶ້ນ
ຄ້າງຫລາຍກວ່າ ຈະເປັນຫຸ່ນຍົນທີ່ຄືຄົນ. ນັກຂ່າວວີໂອເອ ເຟດ ລາປີດັສ (Faith
Lapidus) ອະທິບາຍໃຫ້ພວກເຮົາຮູ້ ກ່ຽວກັບວິທີການທີ່ທີມງານນັກວິທະຍາສາດຢູ່ມະ
ຫາວິທະຍາໄລສະແຕນຝອດ (Stanford) ພັດທະນາຫຸ່ນຍົນລຸ້ນຕໍ່ໄປຊຶ່ງບົວສະຫວັນ​ ຈະ
ນໍາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ເຄືອພືດທັງຫລາຍເຊັ່ນເຄືອດອກໄມ້ທີ່ກີບຂອງດອກເປັນສີເຫຼືອງແລະໃຈກາງເປັນສີດໍານີ້
ສາມາດເຕີບໂຕເລືອຂຶ້ນ ແລະເລືອໄປອ້ອມເກືອບໝົດທຸກສິ່ງທຸກຢ່າງໄດ້.... ແລະຫຸ່ນຍົນ
ທີ່ອ່ອນໆ ກໍຈະເຮັດເຊັ່ນນັ້ນໄດ້ຄືກັນ.

ທ່ານນາງ ອາລິຊັນ ໂອກາມູຣາ (Allison Okamura), ທີ່ມະຫາວິທະຍາໄລສະແຕນ
ຝອດ (Stanford) ກ່າວວ່າ “ເຮົາໃຊ້ຄວາມອ່ອນນຸ້ມ ແບບທໍາມະຊາດ ເພື່ອໃຫ້
ເກີດແນວຄິດທີ່ວ່າ ເຮົາຈະອອກແບບຫຸ່ນຍົນໃໝ່ ໃຫ້ແຕກຕ່າງໄປຈາກອັນເກົ່າ
ໄດ້ແນວໃດ. ແນວຄວາມຄິດໃຫຍ່ໆ ຂອງໂຄງການນີ້ກໍຄື ພັດທະນາຫຸ່ນຍົນທີ່
ເກີດມີປາຍແຫລມຍື່ນອອກໄປຢ່າງມີປະສິດທິຜົນ ແລະພວກເຮົາເອີ້ນຫຸ່ນຍົນ
ເຫລົ່ານີ້ວ່າ ຫຸ່ນຍົນເຄືອ ເພາະມັນເຕີບໂຕໄປ ໃນລັກ ສະນະຄ້າຍຄືກັນກັບການ
ເຕີບໂຕຂອງຕົ້ນໄມ້.”

ໂດຍໄດ້ຮັບການສະໜັບສະໜຸນຈາກມູນນິທິ ວິທະຍາສາດແຫ່ງຊາດ, ນັກວິສະວະ
ກອນກົນຈັກ ອາລິຊັນ ໂອກາມູຣາ (Allison Okamura) ແລະທີມງານທີມນຶ່ງຢູ່ມະ
ຫາວິທະຍາໄລສະແຕນຝອດ (Stanford) ຈຶ່ງກໍາລັງສ້າງຫຸ່ນຍົນ ໂດຍໄດ້ຮັບແຮງ
ບັນດານໃຈຈາກເຄືອໄມ້. ຫຸ່ນຍົນທີ່ສາມາດແວບແລະໂພງຂຶ້ນໄດ້ດັ່ງກ່າວນີ້ ເຮັດດ້ວຍ
ຢາງປລາສຕິກ ຫລືຜ້າແຂງໆ ແລະຮູບຮ່າງຂອງມັນ ແມ່ນເໝາະສົມທີ່ສຸດສໍາລັບລອດ
ຜ່ານເຂົ້າໄປໃນຊ່ອງຫວ່າງທີ່ແຄບໆ ທັງຫລາຍ.

​ທ່ານນາງ ອາລິຊັນ ໂອກາມູຣາອະທິບາຍເພີ້ມວ່າ “ສະນັ້ນ ສິ່ງນີ້ອາດຈະລວມມີ
ຊ່ອງຫວ່າງຢູ່ໃນຮ່າງກາຍຂອງຄົນ, ຕົວຢ່າງເຊັ່ນ ສໍາລັບການ ຜ່າຕັດທີ່ຮ້າຍແຮງ
ທີ່ມີຜົນກະທົບໜ້ອຍທີ່ສຸດ, ໂດຍການເລືອເຂົ້າໄປໃນເນື້ອທີ່ ອັນນ້ອຍໆ ທີ່ບໍ່ສາ
ມາດເຂົ້າໄປເຖິງໄດ້ ຖ້າບໍ່ໃຊ້ຫຸ່ນຍົນນີ້, ໃນການຊອກຫາແລະຊ່ວຍກອບກູ້ເອົາ
ຊີວິດ ຄົນ ຫລືໃຊ້ໃນກໍລະນີທີ່ມີໄພພິບັດຕ່າງໆ.”

ຫຸ່ນຍົນເຫລົ່ານີ້ຖືກອອກແບບມາ ເພື່ອບັນທຸກເຄື່ອງມື ເຊັ່ນກ້ອງຖ່າຍຮູບຕິດຢູ່ປາຍ
ຂອງມັນ ເພື່ອເຮັດໃຫ້ມັນບືນຕົວໄປດ້ວຍຕົວ​ເອງ​ໄດ້ຢ່າງສິ້ນເຊີງ, ໂດຍອີງໃສ່ຮູບ
ທີ່ໄດ້ມາຈາກກ້ອງຖ່າຍຮູບ.

ທ່ານນາງໂອກາມູຣາກ່າວມ້ວນທ້າຍວ່າ ສິ່ງທີ່ມີລັກສະນະເອກະລັກຂອງຫຸ່ນຍົນ
ພວກນີ້ກໍຄື ພວກມັນສາມາດສ້າງຮູບຮ່າງ ແລະໂຄງຮ່າງຂອງຕົນເອົາເອງໄດ້ ຊຶ່ງ
ທ່ານນາງກ່າວດັ່ງນີ້ “ພວກເຮົາມາສົມມຸດນໍາກັນວ່າ ເຈົ້າຕ້ອງການຂັ້ນໃດ ເພື່ອ
ຫລົບໜີຈາກທາງໃນຂອງ ຕຶກອາຄານ ທີ່ຖືກໄຟໄໝ້ ຫຸ່ນຍົນທີ່ເປັນເຄືອເຫລົ່າ
ນີ້ຈະສາມາດຮັດຕົນເອງເປັນຂອດ ແລະສອດສານໂຕເອງ ເປັນຮູບຮ່າງທີ່ເຮັດ
ໃຫ້ເຈົ້າສາມາດໃຊ້ມັນ ເພື່ອປີນລົງຈາກອັນໃດອັນນຶ່ງໄດ້.”

ເຈົ້າແມ່ທໍາມະຊາດ--- ໄດ້ເຮັດໃຫ້ພວກນັກວິທະຍາສາດເກີດແຮງບັນດານໃຈ
ສ້າງເຄື່ອງມື ທີ່ດີກວ່າເກົ່າ ແລະສ້າງຫຸ່ນຍົນທີ່ດັດປັບຕົນເອງໄດ້ຫລາຍຂຶ້ນກວ່າ
ເກົ່າ.

ເບິ່ງວີດິໂອນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG