ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວັນນະໂຣກ ເອົາຊີວິດ ພວກຄົນໄປ ຫຼາຍກວ່າ ໂຣກ HIV/AIDS


TB Kills More People Than HIV/AIDS
please wait

No media source currently available

0:00 0:02:04 0:00

ເຊີນຊົມວີດີໂອ ລາຍງານນີ້

ອົງການອະນາໄມໂລກ ຫຼື WHO ກ່າວວ່າ ວັນນະໂຣກ ຫຼື ໂຣກ
ປອດແຫ້ງ​ ຫຼື tuberculosis ທີ່ເອີ້ນຫຍໍ້ວ່າ TB ດຽວນີ້ ແມ່ນເປັນ
ໂຣກຕິດແປດ ທີ່ເອົາຊີວິດພວກຄົນຫຼາຍທີ່ສຸດ ອັນດັບໜ້າ ຂອງ
ໂລກ ນຳໜ້າໂຣກ HIV/AIDS. ຜູ້ສື່ຂ່າວວີໂອເອ Carol
Pearson ລາຍງານວ່າ ອົງການ WHO ກ່າວວ່າ ພວກເຮົາຕ້ອງ
ມີຄວາມພະຍາຍາມ ທີ່ແຂງຂັນຂຶ້ນຕື່ມ ເພື່ອຫລຸດຜ່ອນ ການແຜ່
ລະບາດຂອງໂຣກດັ່ງກ່າວ. ໄຊຈະເລີນສຸກ ຈະນຳລາຍລະອຽດເລື້ອງນີ້ ມາສະເໜີທ່ານ
ໃນອັນດັບຕໍ່ໄປ.



ວັນນະໂຣກ ເປັນພະຍາດຕິດແປດ ທີ່ກະທົບຊິວິດພວກຄົນທຸກຍາກ ແລະພວກຜູ້ທີ່ມີໂຣກ
ນີ້ ສ່ວນຫຼາຍ ແມ່ນຈະຖືກປະນາມ. ອົງການອະນາໄມໂລກ ຖືວ່າ TB ເປັນໂຣກລະບາດ
ອັນນຶ່ງ. WHO ກຳລັງຊອກຫາ ການປະສົມປະສານ ທີ່ມີມູນຄ່າເກືອບ 3 ຕື້ໂດລາ ເພື່ອ
ຄົ້ນຄວ້າເຮັດໃຫ້ເປັນຢາໃໝ່ ເຄື່ອງມືໃຊ້ໃນການວິນິດໄສ ແລະ ການຕິດຕາມເບິ່ງທີ່ດີຂຶ້ນ
ເພື່ອຈະນຳເອົາພວກທີ່ມີພະຍາດດັ່ງກ່າວ ມາປິ່ນປົວ.

ນັບຕັ້ງແຕ່ປີ 1990 ເປັນຕົ້ນມາ ອັດຕາການເສຍຊີວິດ ຈາກໂຣກ TB ໄດ້ຫລຸດລົງເກືອບ 50 ເປີເຊັນ ແຕ່ອົງການ WHO ກ່າວວ່າ ຕ້ອງໃຫ້ທຳຄວາມກ້າວໜ້າຫຼາຍຂຶ້ນຕື່ມອີກ.

ນາຍແພດ Mario Raviglione ຈາກອົງການອະນາໄມໂລກ ເວົ້າວ່າ “ທ່ານບໍ່ສາມາດ
ຮັບໄດ້ ຈຳນວນຄົນ ທີ່ເສຍຊີວິດໄປ 4,400 ຄົນ ໃນແຕ່ລະມື້ ໃນເມື່ອພະຍາດນີ້ ສາ
ມາດປົວໃຫ້ຫາຍໄດ້ຢູ່.”

ວັນນະໂຣກ ແມ່ນປົວໃຫ້ຫາຍຂາດໄດ້ເຖິງ 90 ເປີເຊັນ ເວັ້ນເສຍແຕ່ ມັນເປັນສາຍພັນ
ທີ່ດື້ຢາຫຼາຍຊະນິດ. ພຽງແຕ່ປະມານເຄິ່ງນຶ່ງ ຂອງພວກຄົນ ຜູ້ທີ່ເຈັບເປັນຈາກສາຍພັນນັ້ນ
ລອດຊີວິດມາໄດ້. ບັນດານາຍແພດບາງສ່ວນ ປຽບທຽບມັນໃສ່ ເຊື້ອໄວຣັສ ອີໂບລາ ທີ່
ອັນຕະລາຍເຖິງແກ່ຊີວິດ ພຽງແຕ່ວ່າ ມັນຕິດແປດໄດ້ງ່າຍກວ່າເທົ້ານັ້ນ

ນາຍແພດ Ariel Pablos-Mendes ຈາກອົງການພັດທະນາສາກົນສະຫະລັດ ຫຼື
USAID ເວົ້າວ່າ “ວັນນະໂຣກທີ່ດື້ຢາຫຼາຍຊະນິດ ເຊັ່ນ MDR-TB ແມ່ນຄ້າຍຄືກັບ
ອີໂບລາ ທີ່ມີປີກ ເພາະວ່າ ມັນມີອັດຕາຂອງການແຜ່ລາມ ໃສ່ຄົນອື່ນເທົ່າທຽມກັນ.
ມັນສາມາດແຜ່ລາມອອກໄປ ແມ່ນກະທັ່ງ ດ້ວຍການໄອອອກໄປ ໃນອາກາດ ໃນລົດ
ໄຟ ໃນໂບດ ໃນບາຣ໌ ໃນໂຮງໝໍ. ມັນເປັນການຂົ່ມຂູ່ທີ່ຮ້າຍແຮງ.”

ເລີ້ມຕົ້ນແຕ່ເດືອນມັງກອນ ປີ 2016 ເປັນຕົ້າໄປອົງການ WHO ຈະເປີດໂຕຄວາມພະຍາ
ຍາມ ເພື່ອຍຸດຕິ ວັນນະໂຣກ ຫຼື TB. ບັນດາຜູ້ທີ່ມີສ່ວນກ່ຽວຂ້ອງ ກັບຄວາມພະຍາຍາມນີ້
ເຊື່ອວ່າ ມັນສາມາດເກີດຂຶ້ນໄດ້.

ສ່ວນນາຍແພດ Eric Goosby ທູດພິເສດ ດ້ານວັນນະໂຣກ ຈາກອົງການສະຫະປະຊາ
ຊາດ ເວົ້າວ່າ “ການເສຍຊີວິດ ຈາກ ໂຣກ TB ທີ່ຫລຸດລົງ 47 ເປີເຊັນນັ້ນ ແມ່ນມາຈາກ
ການເຮັດວຽກໜັກ. ມັນບໍ່ໄດ້ເກີດຂຶ້ນມາແບບຊື່ໆ. ອັນທີ່ມັນໄດ້ບອກພວກເຮົາ ກໍແມ່ນ
ວ່າ ການເຮັດວຽກໜັກ ແມ່ນສະທ້ອນອອກມາເອງ ຢູ່ໃນການຫລຸດລົງ ຢູ່ໃນການຕິດ
ແປດໃໝ່ ແລະ ພວກເຮົາຕ້ອງເຮັດໃຫ້ຫຼາຍຂຶ້ນ ຢູ່ໃນຫຼາຍໆແຫ່ງ ແລະ ເພື່ອປະຄັບ
ປະຄອງ ຄວາມພະຍາຍາມນັ້ນໄວ້ ທຸກຫົນແຫ່ງ.”

ນາຍແພດ Goosby ກ່າວອີກວ່າ ໂລກກຳລັງເລີ້ມຕົ້ນເຂົ້າໃຈ ເຖິງຄວາມຮ້າຍກາດ ຂອງ
ການຂົ່ມຂູ່ຈາກໂຣກ TB. ໃນຂະນະທີ່ມັນເປັນເຊັ່ນນັ້ນ ອົງການ WHO ຫວັງວ່າ ການສະ
ໜັບສະໜູນຄວາມພະຍາຍາມ ເພື່ອຍຸດຕິ ພະຍາດນັ້ນ ຈະເພີ້ມສູງຂຶ້ນ.

The World Health Organization says tuberculosis is now the world's leading infectious killer, topping HIV/AIDS. VOA's Carol Pearson reports that the WHO says we need more aggressive efforts curb the epidemic.

Tuberculosis is an infectious disease that mainly affects the poor, and those who have it are often stigmatized. The World Health Organization considers TB an epidemic. WHO is looking for an infusion of close to three billion dollars for research into new drugs, new diagnostic tools and better surveillance so those with the disease can be treated.

Since 1990 the death rate from TB has fallen by nearly 50 percent, but the WHO says more progress must be made.

DR. MARIO RAVIGLIONE, WORLD HEALTH ORGANIZATION
said "You cannot accept 4,400 people dying every day because of a curable disease."

Tuberculosis is 90-percent curable, unless it's a strain that is multi-drug resistant. Only about half of the people who suffer from that strain survive. Some doctors compare it to the deadly Ebola virus, only more easily transmitted.

DR. ARIEL PABLOS-MENDES, USAID
said "Multi-drug resistant tuberculosis, MDR-TB is like Ebola with wings because it has the same rates of transmission to other people. It can be transmitted even by coughing in the air, in the train, in the church, in a bar, in a hospital. It's a serious threat."

Starting in January of 2016, the WHO will launch an effort to end TB. Those involved in this effort believe it can happen.

DR. ERIC GOOSBY, U.N. SPECIAL ENVOY ON TUBERCULOSIS
said "That 47 percent drop in deaths from TB is from hard work. It didn't just kind of happen. What it has told us is that hard work does indeed reflect itself in a drop in new infections and we need to do more in more places, and to sustain that effort everywhere."

Goosby says the world is beginning to understand the severity of the TB threat.As it does, the WHO hopes support for efforts to end the disease will increase.

XS
SM
MD
LG