ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກນັກວິຈານ ຮຽກຮ້ອງຕໍ່ ອີຢູ ໃຫ້ເອົາມາດຕະການທີ່ໜັກຂຶ້ນ ຕໍ່ຣັດເຊຍ ໂດຍກ່າວວ່າ 'ແນໃສ່ພວກເກັບເງິນຂອງປູຕິນ'


Europe Russia Navalny Sanctions -- USAGM
please wait

No media source currently available

0:00 0:03:25 0:00

ສະຫະພາບຢູໂຣບ ຫຼື ອີຢູ ໄດ້ວາງມາດຕະການລົງໂທດຕໍ່ເຈົ້າໜ້າທີ່ຂອງ ຣັດເຊຍ 4 ຄົນ ຫຼັງຈາກທີ່ຜູ້ນຳຝ່າຍຄ້ານ ທ່ານອາເລັກເຊ ນາວາລນີ ໄດ້ຖືກຄຸມຂັງ. ດັ່ງທີ່ເຮັນຣີ ຣິຈແວລ ລາຍງານມາ ກໍແມ່ນວ່າ ບັນດາຜູ້ສະໜັບໜຸນທ່ານນາວາລນີ ຢາກໃຫ້ສະຫະພາບຢູໂຣບ ເຮັດຫຼາຍກວ່ານັ້ນ ແລະວາງມາດຕະການລົງໂທດຕໍ່ພວກພັນທະມິດທີ່ໃກ້ຊິດຂອງປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ຜູ້ນຳຝ່າຍຄ້ານ ທ່ານອາເລັກເຊ ນາວາລນີ ໄດ້ຖືກຈັບກຸມແລະຄຸມຂັງ ເມື່ອເດືອນແລ້ວນີ້ ໃນຂະນະເດີນທາງກັບຄືນໄປມົສກູຈາກເຢຍຣະມັນ - ບ່ອນ ທີ່ທ່ານໄດ້ຮັບການຮັກສາປິ່ນປົວ ພາຍຫຼັງທີ່ໄດ້ຖືກວາງຢາພິດດ້ວຍສານເຄມີທຳລາຍເສັ້ນປະສາດຢູ່ໃນຣັດເຊຍ. ສ່ວນມົສກູ ໄດ້ປະຕິເສດຕໍ່ການມີສ່ວນກ່ຽວຂ້ອງ.

ທ່ານນາວາລນີ ປະເຊີນກັບໂທດຈຳຄຸກ 3 ປີ ຢູ່ທີ່ເຂດຄຸມຂັງຫຼັງຈາກທີ່ສານໄດ້ພົບເຫັນວ່າ ທ່ານໄດ້ລະເມີດເງື່ອນໄຂຂອງການລົງໂທດໃນເມື່ອກ່ອນທີ່ໄດ້ຖືກຝາກໂທດໄວ້ນັ້ນ.

ການຄຸມຂັງຂອງທ່ານ ໄດ້ກໍ່ໃຫ້ເກີດມີການປະທ້ວງຫຼາຍອາທິດຢູ່ໃນຫົວເມືອງຕ່າງໆທົ່ວຣັດເຊຍ.

ໃນວັນຈັນຜ່ານມາ ສະຫະພາບຢູໂຣບໄດ້ປະກາດ ໃນອັນທີ່ເອີ້ນວ່າ ມາດຕະການລົງໂທດ “ແມັກນິຕສກີ (Magnitsky)” ຕໍ່ເຈົ້າໜ້າທີ່ຂອງຣັດເຊຍ 4 ຄົນ ຄື:

ອາເລັກແຊນເດີ ບາສທຣີກິນ ຫົວໜ້າຄະນະກຳມະການສືບສວນ ຂອງວັງ ເຄຣັມລິນ, ຫົວໜ້າໄອຍະການໃຫຍ່ ອີກໍ ຄຣາສນັອຟ, ຫົວໜ້າກຳລັງຮັກສາດິນແດນຂອງຣັດເຊຍ ວິກເຕີ ໂຊໂລທັອຟ ແລະອາແລັກແຊນເດີ ຄາລາສນີ ຄັອຟ ຫົວໜ້າກົມຄຸມຂັງລັດຖະບານກາງ.

ທ່ານໂຈເຊັບ ໂບຣແຣລ ຫົວໜ້າດ້ານນະໂຍບານຕ່າງປະເທດຂອງອີຢູ ກ່າວເປັນພາສາອັງກິດວ່າ “ເປັນຄັ້ງທຳອິດທີ່ບໍ່ເຄີຍມີມາກ່ອນ ພວກເຮົາຈະນຳໃຊ້ເຄື່ອງມືດ້ານສິດທິມະນຸດທົ່ວໂລກຂອງສະຫະພາບຢູໂຣບ.”

ບຸກຄົນທັງສີ່ຂອງຣັດເຊຍດັ່ງກ່າວ ປະເຊີນກັບການຫ້າມເດີນທາງຂອງອີຢູ ແລະການກັກຊັບສິນທັງຫຼາຍທີ່ອາດເປັນໄປໄດ້.

ບັນດາພັນທະມິດຂອງທ່ານອາເລັກເຊ ນາວາລນີ ໄດ້ຍິນດີນຳການເຄື່ອນ ໄຫວນັ້ນ ແຕ່ຢາກໃຫ້ຢູໂຣບເຮັດຫຼາຍກວ່ານັ້ນອີກ ແລະໄດ້ຮ່າງບັນຊີລາຍຊື່ບຸກຄົນຫຼາຍກວ່າສິບຄົນ ທີ່ພວກເຂົາເຈົ້າກ່າວວ່າ ຄວນເປັນເປົ້າໝາຍ.

ທ່ານລີໂອນິດ ໂວລຄັອຟ ຫົວໜ້າທີ່ປຶກສາຂອງທ່ານອາເລັກເຊ ນາວາລນີ ກ່າວເປັນພາສາອັງກິດວ່າ “ເຖິງແມ່ນມັນເປັນພຽງເລັກນ້ອຍ ເຖິງແມ່ນໂລກ ຈະຜິດຫວັງໜ້ອຍນຶ່ງກໍຕາມ ສຳລັບພວກເຮົາແລ້ວ ມັນເປັນຄັ້ງທຳອິດໃນການວາງມາດຕະການລົງໂທດຕໍ່ສ່ວນບຸກຄົນ ແມ່ນໄດ້ຖືກນຳໃຊ້ໃນແງ່ຂອງການລະເມີດຕໍ່ສິດທິມະນຸດ, ມັນເປີດທາງໃຫ້ມີການເຈລະຈາກ່ຽວກັບເລື້ອງນີ້ກັບຢູໂຣບເພີ້ມຂຶ້ນອີກ, ມັນສົ່ງສັນຍານຢ່າງຈະແຈ້ງໃຫ້ພວກຄົນຜູ້ທີ່ເປັນສ່ວນນຶ່ງຂອງເຄື່ອງມືອັນນີ້.”

ນັກການເງິນ ທ່ານບີລ ບຣາວເດີ ໄດ້ນຳພາການລົນນະລົງໃຫ້ຢູໂຣບ ຮັບ ຮອງເອົາອັນທີ່ເອີ້ນວ່າ “ກົດໝາຍແມັກນິຕສກີ” ທີ່ແນເປົ້າໝາຍໃສ່ ພວກທີ່ລະເມີດສິດທິມະນຸດທັງຫຼາຍ ຫຼັງຈາກທີ່ທະນາຍຄົມຂອງທ່ານບຣາວເດີ ທ່ານເຊີເກ ແມັກນິຕສກີ ຜູ້ທີ່ໄດ້ເສຍຊີວິດໃນການຖືກຄຸມຂັງຢູ່ໃນຣັດເຊຍ ເມື່ອປີ 2009.

ທ່ານບີລ ບຣາວເດີ ນັກປຸກລະດົມສິດທິມະນຸດແລະເປັນຜູ້ບໍລິຫານໃຫຍ່ຂອງບໍລິສັດ ເຮີຣມິເທັດຮຈ໌ ແຄັບປີໂຕລ ກ່າວຜ່ານທາງສໄກ້ປ໌ວ່າ “ມັນເປັນທີ່ຈະແຈ້ງຕໍ່ທ່ານອາເລັກເຊ ນາວາລນີ ແລະຂ້າພະເຈົ້າ ແລະຕໍ່ຄົນອື່ນໆວ່າ ພວກຄົນທີ່ຄວນຖືກວາງມາດຕະການລົງໂທດ ແມ່ນພວກເກັບເງິນໃຫ້ປູຕິນ, ພວກມິດສະຫາຍເສດຖີພັນລ້ານຂອງວລາດີເມຍ ປູຕິນ ຜູ້ທີ່ກຳລັງໄດ້ເງິນຈາກຜູ້ກ່ຽວ ແລະມອບເງິນໃຫ້ແກ່ຜູ້ກ່ຽວ. ຖ້າພວກເຮົາວາງມາດຕະການລົງໂທດຕໍ່ພວກຄົນເຫຼົ່ານີ້ ຕໍ່ຈາກນັ້ນ ປູຕິນ ກໍຈະຕື່ນຕົວ ແລະມາສົນໃຈນຳ.”

ມີການຮຽກຮ້ອງພາຍໃນຢູໂຣບ ໃຫ້ເອົາມາດຕະການລົງໂທດທີ່ໜັກຂຶ້ນກວ່າເກົ່າຕໍ່ວັງເຄຣັມລິນ. ໂປແລນແລະຢູເຄຣນ ເມື່ອອາທິດແລ້ວນີ້ ໄດ້ອອກຂໍ້ຮຽກຮ້ອງຮ່ວມກັນ ໃຫ້ຍົກເລີກໂຄງການວາງທໍ່ແກັສ ນອຣດ໌ ສຕຣີມ 2. ໂຄງການວາງທໍ່ນີ້-ມີກຳນົດຈະສຳເລັດໃນປີນີ້-ຊຶ່ງຈະຮັບເອົາແກັສຂອງຣັດເຊຍໂດຍກົງ ສົ່ງໄປໃຫ້ເຢຍຣະມັນໂດຍບໍ່ຜ່ານຢູເຄຣນ. ບັນດານັກວິຈານ ຢ້ານວ່າ ມັນຈະອຳນວຍໃຫ້ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ມີອຳນາດຕໍ່ລອງທາງດ້ານເສດຖະກິດເໜືອກວ່າຢູໂຣບ.

ທ່ານບຣາວເດີ ກ່າວຜ່ານທາງສໄກ້ປ໌ ວ່າ “ເມື່ອກາຍມາກາງຕໍ່ແກັສຂອງຣັດເຊຍຫຼາຍຂຶ້ນໃນຢູໂຣບແລ້ວ ຫຼັງຈາກທີ່ທ່ານປູຕິນ ໃຊ້ແກັສເປັນອາວຸດທາງພູມສາດການເມືອງນັ້ນ ເປັນຄວາມບ້າທາງດ້ານການເມືອງຂະໜາດເລີຍ.”

ເຢຍຣະມັນເນັ້ນໜັກວ່າ ໂຄງການນອຣດ໌ ສຕຣີມ 2 ແມ່ນທຸລະກິດອັນນຶ່ງ ບໍ່ແມ່ນໂຄງການດ້ານການເມືອງ.

ປະທານາທິບໍດີ ສະຫະລັດ ທ່ານໂຈ ໄບເດັນ ແມ່ນຍັງບໍ່ທັນບົ່ງບອກວ່າ ທ່ານຈະວາງມາດຕະການລົງໂທດຕື່ມອີກຫຼືບໍ່ ຕໍ່ພວກບໍລິສັດທີ່ມີສ່ວນກ່ຽວ ຂ້ອງໃນໂຄງການນອຣດ໌ ສຕຣີມ 2 ຊຶ່ງໄດ້ອອກເປັນກົດໝາຍຄັ້ງທຳອິດໂດຍທ່ານທຣຳ ປະທານາທິບໍດີຄົນກ່ອນທ່ານນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

The European Union has imposed sanctions on four Russian officials following the jailing of opposition leader Alexey Navalny. As Henry Ridgwell reports, supporters of Navalny want the EU to go much further – and sanction close allies of Russian President Vladimir Putin.]

Opposition leader Alexey Navalny was arrested and jailed last month as he returned to Moscow from Germany – where he had been receiving treatment after being poisoned by a nerve agent in Russia. Moscow denies involvement.

Navalny faces three years in a penal colony after being convicted of violating the terms of a previous suspended sentence.

His jailing has triggered weeks of protests across Russia.

The European Union Monday announced so-called ‘Magnitsky’ sanctions against four Russian officials:

Alexander Bastrykin, head of the Kremlin’s Investigative Committee; prosecutor-General Igor Krasnov; the head of Russia's National Guard, Viktor Zolotov and Alexander Kalashnikov, head of the federal prison service.

(Josep Borrell, EU Foreign Policy Chief (in English) ))

“For the first time ever, we will make use of the European Union’s global human rights regime.”

The four Russian individuals face EU travel bans and possible asset freezes.

Allies of Alexey Navalny welcomed the move but want Europe to go much further – and have drawn up a list of dozens of individuals they say should be targeted.

(Leonid Volkov, Chief of Staff for Alexei Navalny (in English))

“Even if it's too little, even if the world will be a little disappointed, for us it's the first-time personal sanctions are applied with regards to human rights violations, it opens a way for further negotiations on this with Europe, it sends a very clear message to people who are part of this regime.”

Financier Bill Browder led the campaign for Europe to adopt the so-called ‘Magnitsky laws’ targeting human rights abusers, after Browder’s lawyer, Sergei Magnitsky who died in a Russian jail in 2009.

(Bill Browder, Human Rights Campaigner & CEO of Hermitage Capital)

“It’s clear to Alexey Navalny and to me and to anybody else that the people that need to be sanctioned are Putin’s cashiers, the billionaire cronies of Vladimir Putin who are getting money from him and giving money to him. If we sanction those people, then Putin will wake up and pay attention.”

There are calls within Europe for tougher measures against the Kremlin. Poland and Ukraine last week issued a joint call for the Nord Stream 2 gas pipeline project to be cancelled. The pipeline – on schedule to be completed this year - will take Russian gas directly to Germany, bypassing Ukraine. Critics fear it will give Russian President Vladimir Putin economic leverage over Europe.

(Bill Browder, Human Rights Campaigner and CEO of Hermitage Capital)

“To become more dependent on Russian gas in Europe after Putin has used gas as a geopolitical weapon is sheer political lunacy.”

Germany insists Nord Stream 2 is a business, not a political project.

U.S. President Joe Biden is yet to indicate whether he will impose additional sanctions against companies involved in Nord Stream 2, first enacted by his predecessor Donald Trump.

XS
SM
MD
LG