ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຈ​ລະ​ຈາ ຢູ່ເທີກີ ກ່ຽວກັບອາຫານປະເພດເມັດຂອງຢູເຄຣນ, ສິ້ນສຸດລົງ ໂດຍປາສະຈາກຄວາມກ້າວໜ້າໃດໆ


ແຟ້ມຮູບ-ຊາວກະສິກອນຜູ້ນຶ່ງ ນໍາໃຊ້ເຄື່ອງເກັບກ່ຽວແບບປະສົມປະສານ ສໍາລັບເກັບກ່ຽວເຂົ້າເບລ່ ຢູ່ທົ່ງໃກ້ໆກັບເມືອງອິສເມລ, ໃນຂົງເຂດ ໂອແດ​ັ​ສຊາ ຂອງຢູເຄຣນ, ເມື່ອວັນທີ 14 ກໍລະກົດ 2022, ທ່າມກາງການຮຸກຮານເພື່ອນບ້ານ ຂອງພວກເຂົາເຈົ້າຈາກ ຣັດເຊຍ.
ແຟ້ມຮູບ-ຊາວກະສິກອນຜູ້ນຶ່ງ ນໍາໃຊ້ເຄື່ອງເກັບກ່ຽວແບບປະສົມປະສານ ສໍາລັບເກັບກ່ຽວເຂົ້າເບລ່ ຢູ່ທົ່ງໃກ້ໆກັບເມືອງອິສເມລ, ໃນຂົງເຂດ ໂອແດ​ັ​ສຊາ ຂອງຢູເຄຣນ, ເມື່ອວັນທີ 14 ກໍລະກົດ 2022, ທ່າມກາງການຮຸກຮານເພື່ອນບ້ານ ຂອງພວກເຂົາເຈົ້າຈາກ ຣັດເຊຍ.

ເຈົ້າໜ້າທີ່ຂອງຣັດເຊຍ, ຢູເຄຣນ ແລະອົງການສະຫະປະຊາຊາດ ໄດ້ຈັດການສົນທະນາກັບຄູ່ຕໍາແໜ່ງ​ຝ່າຍເທີກີ ຂອງພວກເຂົາເຈົ້າ ເຊິ່ງຈະນໍາເອົາອາຫານປະເພດເມັດຂອງຢູເຄຣນ ເຂົ້າສູ່ຕະຫຼາດ ເພື່ອຊ່ວຍບັນເທົາລາຄາອາ ຫານໂລກທີ່ພວມຖີບໂຕສູງຂຶ້ນ. ການສົນທະນາດັ່ງກ່າວ ຢ່າງໃດກໍຕາມ ແມ່ນ ຍັງຕົກ​ຢູ່​ໃນ​ສະ​ພາບ​ບໍ່​ໄປ​ບໍ່​ມາ. ດັ່ງທີ່ໂດຣຽນ ໂຈນສ໌ (Dorian Jones) ມີລາຍງານຈາກນະຄອນອິສຕັນບູລ, ເຊິ່ງ ທິບສຸດາ ມີລາຍລະອຽດ ມາສະ
ເໜີທ່ານໃນອັນດັບຕໍ່ໄປ.

ໃນການປະຊຸມຂອງວັນພຸດແລ້ວນີ້ພົບວ່າ ເຈົ້າໜ້າທີ່ຂອງຢູເຄຣນ ແລະຣັດເຊຍ ພົບປະກັນເປັນຄັ້ງທໍາອິດນັບຕັ້ງແຕ່ເດືອນມີນາທີ່ຜ່ານມາ. ໃນການເຈລະຈາຢູ່ທີ່ນະ​ຄອນອິສຕັນບູລ ແມ່ນຄວາມພະຍາຍາມທີ່ຈະນໍາເອົາອາຫານປະເພດເມັດຂອງຢູເຄຣນ ເຂົ້າສູ່ຕະຫຼາດໂລກ ເນື່ອງຈາກລາຄາອາຫານຢູ່ໃນທົ່ວໂລກທີ່ຖີບໂຕສູງຂຶ້ນ.

ລຸນຫຼັງທີ່ມີການເຈລະຈາກັນເປັນເວລາຫຼາຍຊົ່ວໂມງ, ກະຊວງປ້ອງກັນປະເທດຂອງເທີກີ ໄດ້ອອກຖະແຫຼງການແບບສັ້ນໆ ໃນປະໂຫຍກດຽວວ່າ ການ​ເຈ​ລະ
ຈາ “ສິ້ນສຸດ​ແລ້ວ.” ເຈົ້າໜ້າທີ່ຂອງອົງການສະຫະປະຊາຊາດແລະລັດຖະມົນຕີກະຊວງປ້ອງກັນປະເທດ ຂອງເທີກີ ທ່ານຮູລູຊີ ອາກາ (Hulusi Aka) ກໍ​ໄດ້ເຂົ້າຮ່ວມ ໃນການເຈລະຈາສີ່ຝ່າຍເຊັ່ນກັນ. ອົງການສະຫະປະຊາຊາດ ກໍາລັງຊອກ​ຫາຊ່ອງທາງ ​ເພື່ອ​ສ້າງ​ເສັ້ນ​ທາງລໍາລຽງອາຫານ ​ໂດຍໃຫ້​ກຳ​ປັ່ນບັນທຸກສິນຄ້າ​ຂົນຍ້າຍອາຫານປະເພດເມັດປະມານ 20 ລ້ານໂຕນ ທີ່ຍັງຄົງຕົກຄ້າງຢູ່ໃນທ່າກຳ​ປັ່ນຂອງຢູເຄຣນ.

ຢູ​ເຄ​ຣນ ໄດ້ວາງລະເບີດ​ຕາມ​ທ່າ​ກຳ​ປັ່ນ​ຕ່າງໆເພື່ອປ້ອງກັນການໂຈມຕີ ໃນ​ຂະ​ນະທີ່ກອງທັບ​ເຮືອຂອງຣັດເຊຍກໍາລັງປິດລ້ອມ. ທ່ານອາຣອນ ສະ​ໄຕນ໌ (Aron Stein), ຈາກສະຖາບັນຄົ້ນຄວ້ານະໂຍບາຍການຕ່າງປະເທດ ເຊິ່ງມີສໍານັກງານຕັ້ງນະ​ຄອນຟິລາ​ແດລເຟຍ ກ່າວວ່າ ຄວາມໄວ້ວາງໃຈ ແລະການລົງໂທດຂອງ​ລະ​ຫວ່າງ​ປະ​ເທດ​ຕໍ່ຣັດເຊຍຍັງຄົງເປັນອຸປະສັກອັນສໍາຄັນຕໍ່ຂໍ້ຕົກລົງຕ່າງໆ ເຊິ່ງທ່ານໄດ້ກ່າວວ່າ:

“ເສັ້ນທາງການລໍາລຽງອາການດັ່ງກ່າວນີ້ ຈະ​ບັງ​ຄັບໃຫ້ ຢູເຄຣນເກັບ​ກູ້ລະເບີດ ເຫຼົ່ານັ້ນອອກຈາກທ່າ​ກຳ​ປັ່ນ. ພວກເຂົາໄດ້​ວາງມັນໄ​ວ້ຢູ່ທີ່ນັ້ນຍ້ອນເຫດຜົນ​ເພື່ອປ້ອງກັນບໍ່​ໃຫ້​ຣັດ​ເຊຍຮຸກຮານປະເທດຂອງພວກເຂົາເຈົ້າ ແລະບໍ່ມີ​ໂອ​ກາດໃດໆ ທີ່ຈະຍົກເລີກການລົງໂທດ ທາງດ້ານເສດຖະກິດຕ່າງໆ ແລະນັ້ນ ແມ່ນຄວາມຕ້ອງການຂອງຣັດເຊຍ, ເຊິ່ງມັນຈະບໍ່ເກີດຂຶ້ນ.”

ທ່ານຊີນານ ອູລເກັນ (Sinan Ulgen) ແຫ່ງສູນກາງການສຶກສາດ້ານເສດຖະ ກິດແລະນະໂຍບາຍການຕ່າງປະເທດ, ເຊິ່ງເປັນອົງການຄົ້ນຄວ້າຢູ່ໃນອິສຕັນບູລ ກ່າວວ່າ ລັດຖະບານອັງກາຣາ ເວົ້າວ່າ ກອງທັບເຮືອຂອງພວກເຂົາເຈົ້າຈະຈັດການຄຸ້ມຄອງກຳ​ປັ່ນຂົນສົ່ງສິນຄ້າ ແລະເຂົ້າຮ່ວມໃນການ​ເກັບ​ກູ້ລະເບີດອອກຈາກທ່າກຳ​ປັ່ນຂອງຢູເຄຣນ. ຢ່າງໃດກໍຕາມ, ການເຈລະຈາຢູ່​ທີ່ອິສຕັນບູລ ເບິ່ງຄືວ່າ ຈະພົບກັບຄວາມລົ້ມແຫຼວກ່ຽວກັບຄວາມກັງວົນຕ່າງໆທາງດ້ານຄວາມໝັ້ນຄົງຢູ່ໃນນະຄອນຫຼວງກີຢິບ. ເຖິງແມ່ນວ່າຈະບໍ່ມີຄວາມກ້າວໜ້າໃດໆໃນມື້ວັນພຸດແລ້ວນີ້, ລັດຖະບານອັງກາຣາໄດ້ເນັ້ນຢໍ້າເຖິງສະຖານະຂອງຕົນເອງໃນການເປັນຜູ້ອໍານວຍຄວາມສະດວກທີ່ສໍາຄັນສໍາລັບການເຈລະຈາລະຫວ່າງສອງຝ່າຍທີ່ກໍາລັງມີສົງຄາມນໍາກັນ, ເຊິ່ງທ່ານໄດ້ກ່າວວ່າ:

“ປະທານາທິບໍດີ ຣີເຊັບ ຕາຍຢິບ ເອີດວານ (Recep Tayyip Erdogan) ໄດ້ລະມັດລະວັງທີ່ຈະເນັ້ນຢໍ້າວ່າ ເທີກີ ຍັງຄົງຕ້ອງການທີ່ຈະຮັກສາຄວາມສໍາພັນນໍາທັງສອງຝ່າຍ. ດັ່ງນັ້ນ ດ້ວຍຜົນສະຫຼຸບຂອງນະໂຍບາຍທີ່ດຸ່ນດ່ຽງ ດັ່ງ ກ່າວນີ້ ເທີກີຈຶ່ງພະຍາຍາມສ້າງພື້ນທີ່ສໍາລັບອິດທິພົນທາງການທູດ ໃນຖະນະເປັນຜູ້ທີ່ອໍານວຍຄວາມສະດວກ ຫຼື ອາດຈະເປັນຜູ້ທີ່ໄກ່ເກ່ຍ ໃຫ້ທັງສອງຝ່າຍ.”

ປະທານາທິບໍດີ ຣີເຊັບ ຕາຍຢິບ ເອີດວານ ຈະພົບປະກັບຄູ່ຕໍາແໜ່ງຝ່າຍຣັດເຊຍ ທ່ານວລາດີເມຍ ປູຕິນ ໃນນະຄອນເຕຫະ​ຣ່ານ, ເຊິ່ງຄວາມຂັດແຍ້ງຢູ່ໃນຢູເຄຣນ ແລະການແກ້ໄຂວິກິດການທາງດ້ານອາຫານທີ່ຄາດວ່າ ຈະມີຂຶ້ນຢູ່ໃນວາລະການປະຊຸມ ຂອງການສົນທະນາໃນວັນອັງຄານໜ້ານີ້.

Russian, Ukrainian, and United Nations officials have held talks with their Turkish counterparts to get Ukraine's grain onto markets to ease soaring world food prices. The talks, however, remain deadlocked, as Dorian Jones reports from Istanbul.

The Wednesday meeting saw Ukrainian and Russian officials meet for the first time since March. The Istanbul talks sought to get Ukrainian grain onto world markets as global food prices soar.

After several hours of negotiations, the Turkish Defense Ministry issued a terse one-sentence statement saying the talks had "ended." United Nations officials and Turkish Defense Minister Hulusi Akar also participated in the four-way talks. The U.N. is seeking to create a food corridor allowing ships to move some of the 20 million tons of grain stuck in Ukrainian seaports.

Kyiv has mined the ports to prevent an attack, while the Russian navy is enforcing a blockade. Aaron Stein of the Philadelphia-based Foreign Policy Research Institute says trust and international sanctions on Russia remain key obstacles to any deal.

STEIN IN ENGLISH

“This food corridor would require the Ukrainians to remove mines from seaports. They were put there for a reason to keep Russians from invading their country. And there is no appetite whatsoever to lift sanctions, and that is the Russian demand, and that is not going to happen.”

Ankara says its navy would provide protection for cargo ships and participate in clearing mines protecting Ukrainian ports. The Istanbul talks, however, appear to have failed to overcome Kyiv’s security concerns. Despite the apparent lack of progress Wednesday, Ankara has underlined its position as a critical facilitator in negotiations between the warring parties, says Sinan Ulgen of the Center for Economics and Foreign Policy Studies, a research organization in Istanbul.

ULGEN ACT (IN ENGLISH

"President ((Recep Tayyip)) Erdogan has been careful to highlight that Turkey wants to maintain relations with both sides. So, as a result of this balanced policy Turkey has been trying to carve out a space for diplomatic influence as a facilitator or potentially as a mediator. "

Turkish President Recep Tayyip Erdogan is to meet Russian counterpart Vladimir Putin in Tehran, where the Ukraine conflict and resolving the looming food crisis are expected to be on the agenda in talks next Tuesday.

XS
SM
MD
LG