ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກຸ່ມຕາລິບານ ຍິນດີຮັບເອົາການຊ່ວຍເຫຼືອ ແຕ່ບໍ່ໃຫ້ຄວາມສຳຄັນ ໃນການຕ້ອງຕິລັດຖະບານຊົ່ວຄາວ ຂອງສະຫະລັດ


ພວກແມ່ຍິງບໍ່ມີທີ່ຢູ່ອາໄສ ຜູ້ທີ່ລົບໜີຈາກແຂວງພາກເໜືອ ເນື່ອງຈາກການສູ້ລົບກັນລະຫວ່າງ ກຸ່ມຕາລິບານ ແລະກຳລັງອັຟການິສຖານ ເຕົ້າໂຮມຂໍອາຫານ ຢູ່ນະຄອນຫຼວງກາບູລ ວັນທີ 13 ສິງຫາ 2021.
ພວກແມ່ຍິງບໍ່ມີທີ່ຢູ່ອາໄສ ຜູ້ທີ່ລົບໜີຈາກແຂວງພາກເໜືອ ເນື່ອງຈາກການສູ້ລົບກັນລະຫວ່າງ ກຸ່ມຕາລິບານ ແລະກຳລັງອັຟການິສຖານ ເຕົ້າໂຮມຂໍອາຫານ ຢູ່ນະຄອນຫຼວງກາບູລ ວັນທີ 13 ສິງຫາ 2021.

ກຸ່ມຕາລິບານໄດ້ຕົບມືສະໜັບສະໜູນປະຊາຄົມໂລກໃນວັນອັງຄານວານນີ້ ທີ່ ປະກາດ
ໃຫ້ການຊ່ວຍເຫຼືອສຸກເສີນຫຼາຍຮ້ອຍລ້ານໂດລາ ແກ່ຊາວອັຟການິສ ຖານ ແຕ່ບໍ່ໄດ້ໃຫ້
ຄວາມສຳຄັນ ໃນການຕ້ອງຕິຂອງພວກເຂົາເຈົ້າ ຕໍ່ລັດຖະ ບານຊົ່ວຄາວ ທີ່ຕັ້ງມາໄດ້ນຶ່ງ
ອາທິດຂອງເຂົາເຈົ້າ ໂດຍສະຫະລັດ ແລະປະ ເທດອື່ນໆ.

ໃນການຖະແຫຼງຕໍ່ບັນດານັກຂ່າວທີ່ນະຄອນຫຼວງກາບູລ ລັດຖະມົນຕີຕ່າງປະ ເທດຊົ່ວ
ຄາວ ຂອງລັດຖະບານຕາລິບານ ທ່ານອາເມຍ ຄານ ມຸດຕາກີ (Amir Khan Muttaqi)
ໄດ້ໃຫ້ຄຳໝັ້ນສັນຍາວ່າ ກຸ່ມດັ່ງກ່າວ ຈະໃຫ້ການ ຄໍ້າປະກັນວ່າ ການຊ່ວຍເຫຼືອຈະຕົກ
ໄປເຖິງ ບັນດາຜູ້ທີ່ມີຄວາມຕ້ອງການໃນ “ວິທີທາງທີ່ມີຄວາມໂປ່ງໃສທີ່ສຸດ.”

ການຂັດແຍ້ງເປັນເວລາຫຼາຍທົດສະວັດ ໄພແຫ້ງແລ້ງທີ່ຮ້າຍແຮງ ແລະການ ແຜ່ລະບາດ
ຂອງໄວຣັສໂຄໂຣນາ ໄດ້ຜັກດັນໃຫ້ປະເທດທີ່ທຸກຈົນດັ່ງກ່າວຕົກຢູ່ໃນອັນຕະລາຍ. ສະພາບ
ການໄດ້ຊຸດໂຊມລົງຕື່ມ ນັບແຕ່ກຸ່ມຕາລິບານ ໄດ້ກັບຄືນເຂົ້າມາກຳອຳນາດ ໃນເດືອນແລ້ວ
ນີ້ ໃນຂະນະທີ່ ທະຫານອາເມຣິກັນແລະບັນດາທະຫານພັນທະມິດຕາເວັນຕົກ ໄດ້ຖອນ
ອອກໄປ ແລະການຊ່ວຍ ເຫຼືອຂອງຕ່າງປະເທດໄດ້ຢຸດເຊົາລົງ.

ໃນອາທິດແລ້ວນີ້ ກຸ່ມລັດອິສລາມຫົວຮຸນແຮງດັ່ງກ່າວ ໄດ້ປະກາດຕັ້ງລັດຖະ ບານຊົ່ວຄາວ
ຢູ່ໃນນະຄອນຫຼວງກາບູລ.

ກອງປະຊຸນສາກົນ ຢູ່ນະຄອນເຈນີວາ ໃນວັນຈັນທີ່ຜ່ານມາ ໄດ້ໃຫ້ການບໍລິ ຈາກຫຼາຍ
ກວ່າ 1 ພັນລ້ານໂດລາ ໃນການຊ່ວຍເຫຼືອເພື່ອບັນເທົາວິກິດການ ທາງດ້ານມະນຸດ
ສະທຳ ທີ່ພວມປະເຊີນໜ້າ ກັບປະເທດດັ່ງກ່າວ. ສະຫະປະ ຊາຊາດ ໄດ້ເຕືອນວ່າ ເສດ
ຖະກິດຂອງອັຟການິສຖານ ໃກ້ຈະພັງທະລາຍ ລົງແລ້ວ ແລະຫຼາຍລ້ານຄົນໃນອີກບໍ່ຊ້າ
ນີ້ ອາດຈະບໍ່ມີອາຫານການກິນ.

ທ່ານມຸດຕາກີ ເນັ້ນໜັກວ່າ “ປະຊາຊົນອັຟການິສຖານພວມດິ້ນລົນຕ້ອງການ ຄວາມຊ່ວຍ
ເຫຼືອ ແຕ່ວ່າການຊ່ວຍເຫຼືອທາງດ້ານມະນຸດສະທຳດັ່ງກ່າວບໍ່ຄວນ ທີ່ຈະເອົາໄປເປັນເງື່ອນ
ໄຂ ເຊື່ອມໂຍງໃສ່ກັບ ເຫດຜົນດ້ານການເມືອງໃດໆ.” ທ່ານຍັງໄດ້ຮຽກຮ້ອງ ໃຫ້ໂລກປ່ອຍ
ຊັບສິນທີ່ຖືກກັກ ຂອງອັຟການິສຖານ ເພື່ອຊ່ວຍໃຫ້ກາບູລສາມາດນຳໃຊ້ເງິນຂອງຕົນ
ເພື່ອປ້ອງກັນບໍ່ໃຫ້ເກີດວິກິດ ການທາງດ້ານມະນຸດສະທຳທີ່ພວມຊຸດໂຊມລົງນັ້ນ.

ນັບແຕ່ກຸ່ມຕາລິບານໄດ້ເຂົ້າຄວບຄຸມປະເທດ ທະນາຄານໂລກ ແລະອົງການ ກອງທຶນສາ
ກົນໄດ້ໂຈະການເຂົ້າເຖິງເງິນທຶນຂອງປະເທດດັ່ງກ່າວ ໃນຂະນະ ທີ່ສະຫະລັດໄດ້ກັກເງິນ
ຫຼາຍພັນລ້ານໂດລາ ທີ່ໄດ້ເກັບໄວ້ຢູ່ທີ່ທະນາຄານກາງ ເພື່ອເປັນເງິນສຳຮອງໃຫ້ແກ່ກາບູລ.

ວໍຊິງຕັນ ແລະສ່ວນໃຫຍ່ປະຊາຄົມໂລກ ຍັງພາກັນລັງເລໃຈ ທີ່ຈະຮັບຮູ້ ລັດຖະບານຕາລີ
ບານ ທີ່ມີແຕ່ພວກຜູ້ຊາຍເທົ່ານັ້ນ ຊຶ່ງໜ້າຜູ້ກຳໜ້າທີ່ສູງສຸດ ໃນ ຫຼາຍຕຳແໜ່ງ ແມ່ນຢູ່ໃນ
ບັນຊີດຳ ຂອງສະຫະລັດ ແລະສະຫະປະຊາຊາດ

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG