ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສົງຄາມຕໍ່ຕ້ານຢາເສບຕິບ ຂອງກຸ່ມຕາລີບານ ດຳເນີນໄປຢ່າງເຂັ້ມແຂງ ໃນເວລານີ້


ແຟ້ມພາບ — ພວກສະມາຊິກຂອງກຸ່ມຕາລີບານ ກຳລັງທຳລາຍຕົ້ນຝິ່ນຢູ່ສວນແຫ່ງນຶ່ງໃນເມືອງ ວາເຊຍ (Washir) ຂອງແຂວງ ແຮລມານດ໌ ຂອງອັຟການິສຖານ, ວັນທີ 29 ພຶດສະພາ 2022.
ແຟ້ມພາບ — ພວກສະມາຊິກຂອງກຸ່ມຕາລີບານ ກຳລັງທຳລາຍຕົ້ນຝິ່ນຢູ່ສວນແຫ່ງນຶ່ງໃນເມືອງ ວາເຊຍ (Washir) ຂອງແຂວງ ແຮລມານດ໌ ຂອງອັຟການິສຖານ, ວັນທີ 29 ພຶດສະພາ 2022.

ອຳນາດການປົກຄອງ ກຸ່ມຕາລີບານ ໃນປັດຈຸບັນນີ້ ຢູ່ອັຟການິສຖານ ກຳລັງ ນຳສະເໜີລາຍລະອຽດຂອງຄວາມສຳເລັດໃນການຕໍ່ສູ້ຕ້ານຢາເສບຕິດ ໄລຍະ ປະມານນຶ່ງປີ ຫຼັງຈາກທີ່ຜູ້ນຳສູງສຸດທີ່ບໍ່ຄ່ອຍປາກົດໂຕ ຂອງພວກເຂົາເຈົ້າຄື ທ່ານຮີບາທູລາ ອາຄຸນຊາດາ ໄດ້ປະກາດໃຫ້ການຜະລິດຢາເສບຕິດ​ເປັນ​ສິ່ງ​ທີ່ຜິດກົດໝາຍ.

ເພື່ອຈັດຕັ້ງປະຕິບັດຕາມຄຳສັ່ງຂອງທ່ານ ອາຄຸນຊາດາ ກອງກຳລັງຂອງກຸ່ມ ຕາລີບານ ໄດ້ດຳເນີນປະຕິບັດການຕໍ່ຕ້ານຢາເສບຕິດ 5,799 ຄັ້ງ ໂດຍຈັບກຸມ ພວກຄ້າຢາເສບຕິດໄດ້ 6,781 ຄົນ, ຢຶດຢາເສບຕິດໄດ້ 1,799 ໂຕນ ແລະ ໄດ້ທັບມ້າງໂຮງງານຜະລິດເຮໂຣອິນ 585 ແຫ່ງ ອີງຕາມບັນດາເຈົ້າໜ້າທີ່ຂອງ ກຸ່ມຕາລີບານ.

ການກ່າວອ້າງຂອງລະບອບການປົກຄອງດັ່ງກ່າວນັ້ນ ໄດ້ຖືກຢັ້ງຢືນໂດຍບັນດາ ຜູ້ສັງເກດການທີ່ເປັນອິດສະຫຼະ.

“ໃນຂະນະດຽວກັນ ພວກເຂົາເຈົ້າຍັງໄດ້ປະສົບຜົນສຳເລັດໃນຊ່ວງປີ 2000 ຫາ 2001 ເວລາທີ່ພວກເຂົາເຈົ້າໄດ້ກຳອຳນາດໃນເມື່ອກ່ອນ, ກຸ່ມຕາລີລານ ກໍໄດ້ຫ້າມການປູກຕົນຝິ່ນຢ່າງມີປະສິດທິພາບ ຈຶ່ງເປັນຜົນເຮັດໃຫ້ມີການຫລຸດ ລົງຂອງພື້ນທີ່ໃນການປູກຝິ່ນຢ່າງໃຫຍ່ຫຼວງ ໃນປີ 2023” ທ່ານວີລລຽມ ເບີດ ນັກຄົ້ນຄວ້າອະວຸໂສຢູ່ທີ່ ສະຖາບັນດ້ານສັນຕິພາບຂອງສະຫະລັດ ຫຼື USIP ໄດ້ກ່າວ ຢູ່ໃນຄຳຕອບທີ່ທ່ານໄດ້ຂຽນສົ່ງໃຫ້ວີໂອເອ.

ພາບຖ່າຍທາງດາວທຽມ ທີ່ໄດ້ຖືກນຳໃຊ້ໂດຍອົງການຂອງອັງກິດ ໄດ້ຢັ້ງຢືນ ເຖິງການຫລຸດລົງໃນການປູກຕົ້ນຝິ່ນຢ່າງຫຼວງຫຼາຍ ຢູ່ທົ່ວ ອັຟການິສຖານ ໃນປີນີ້.

De facto Taliban authorities in Afghanistan are presenting an impressive list of achievements in the fight against narcotics about a year after their reclusive supreme leader, Hibatullah Akhundzada, outlawed drug production.

To implement Akhundzada's edict, Taliban forces have conducted 5,799 counter-narcotics operations, apprehended 6,781 drug traffickers, seized 1,799 tons of drugs, and dismantled of 585 heroin production labs, according to Taliban officials.

The regime's claims are substantiated by independent observers.

"As they also accomplished during 2000-2001, when they were previously in power, the Taliban have effectively banned opium poppy cultivation, resulting in an enormous drop in the opium cultivated area in 2023," said William Byrd, a senior researcher at the United States Institute of Peace (USIP), in written answers to VOA.

Satellite imagery used by a British organization confirms significant across Afghanistan this year.

XS
SM
MD
LG