ພວກກະບົດຕາລີບານ ໃນອັຟການິສຖານ ກ່າວວ່າ ທ້າວ Mawlawi Haibatullah Ak- hundzada ໄດ້ຖືກແຕ່ງຕັ້ງໃຫ້ເປັນຫົວໜ້າຄົນໃໝ່ຂອງກຸ່ມດັ່ງກ່າວຫລັງຈາກ Mullah Akhtar Mansoor ໄດ້ຖືກຂ້າຕາຍ.
ໃນຖະແຫຼງການສະບັບນຶ່ງທີ່ອອກເປັນພາສາ Pashto ໃນວັນພຸດມື້ນີ້ ກຸ່ມຕາລີບານຍັງໄດ້ໃຫ້ການຢືນຢັນ ກ່ຽວກັບການຖືກຂ້າຕາຍ ຂອງ Mullah Mansoor ໃນການໂຈມຕີ ໂດຍເຮືອບິນບໍ່ມີຄົນຂັບ ຂອງສະຫະລັດ ໃນອາທິດແລ້ວນີ້.
ທ້າວ Mawlawi Haibatullah Akhundzada ໄດ້ຖືກແຕ່ງຕັ້ງເປັນຜູ້ນຳຄົນໃໝ່ຂອງກຸ່ມຕາລີບານ ຫລັງຈາກໄດ້ມີການຕົກລົງກັນຢ່າງເປັນເອກກະສັນໂດຍສະພາສູງສຸດ Shura ແລະສະມາຊິກທຸກໆຄົນຂອງສະພາດັ່ງກ່າວ ໄດ້ສາບານໂຕທີ່ຈະຈົງຮັກພັກດີຕໍ່ທ່ານ ນັ້ນຄືຄຳເວົ້າໃນຖະແຫຼງການຂອງກຸ່ມຕາລີບານ.
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາໄດ້ໃຫ້ການຢືນຢັນໃນຈັນຜ່ານມານີ້ວ່າ Mullah Mansoor ໄດ້ຖືກກຳຈັດຍ້ອນເປັນຜູ້ຂັດຂວາງສັນຕິພາບແລະການສ້າງຄວາມ ປອງດອງຊາດຢູ່ໃນອັຟການິສຖານ.
ຜູ້ນຳຄົນໃໝ່ນີ້ ແມ່ນຮອງຂອງ Mullah Mansoor ພ້ອມກັບທ້າວ Sirajudin Haqqani ຜູ້ນຳຂອງຕາໜ່າງ Haqqani ທີ່ມີຊື່ສຽງບໍ່ດີ.
ທ້າວ Haqqani ຍັງກຳຕຳແໜ່ງເດີມຂອງຜູ້ກ່ຽວ ໃນຂະນະທີ່ລູກຊາຍຂອງຜູ້ກໍ່ຕັ້ງກຸ່ມຕາ ລີບານ Mullah Yaqoob ໄດ້ຖືກແຕ່ງຕັ້ງໃຫ້ເປັນຮອງຜູ້ທີສອງຂອງ ຜູ້ນຳຕາລີບານຄົນໃໝ່.
ຜູ້ສັງເກດການກ່ຽວກັບອັຟການິສຖານບາງຄົນກ່າວເຖິງທ້າວ Haibatullah ວ່າ ເປັນນັກສອນສາສະໜາປະຈຳບ້ານ ຄືກັນກັບຜູ້ກໍ່ຕັ້ງກຸ່ມຕາລີບານ Mullah Omar ແລະຄາດວ່າ ຜູ້ຮອງທັງສອງຂອງທ່ານ ຈະມີບົດບາດສຳຄັນ ກ່ຽວກັບເລື້ອງການທະຫານຂອງກຸ່ມ.
ການປະກາດໃນວັນພຸດມື້ນີ້ ມີຂຶ້ນໃນຂະນະທີ່ການໂຈມຕີສະຫຼະຊີບ ຂອງກຸ່ມຕາລີບານ ໄດ້ສັງຫານຢ່າງໜ້ອຍ 11 ຄົນ ແລະບາດເຈັບ ອີກຈຳນວນນຶ່ງ ທີ່ນະຄອນຫລວງກາບູລ. ຕຳຫຼວດອັຟການິສຖານ ກ່າວວ່າ ການໂຈມຕີໄດ້ແນເປົ້າໝາຍ ໃສ່ລົດຕູ້ນ້ອຍຄັນນຶ່ງ ທີ່ບັນທຸກເຈົ້າໜ້າທີ່ສານ.