ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມ​ຕາ​ລິ​ບັນ ​​ເລີ້ມການໂຈມຕີລະດູບານໃໝ່​ປະຈຳ​ປີ ຂອງຕົນຄືນໃໝ່ ໃນອັຟກາ​ນິສຖານ


Afghanistan Taliban Fighting
please wait

No media source currently available

0:00 0:00:58 0:00

ກຸ່ມ​ຕາ​ລິ​ບັນ ກ່າວ​ວ່າ ຕົນ ​ໄດ້​ເລີ້ມການໂຈມຕີລະດູບານໃໝ່​ປະຈຳ​ປີ ​ໃນ​ອັຟກາ​ນິສຖານຊື່​ວ່າ “ພາລະກິດ Omari.”

ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ ​ທີ່ສົ່ງ​ໄປ​ຍັງ​ບັນດາ​ນັກ​ຂ່າວ ​ໃນ​ວັນ​ອັງຄານ​ມື້​ນີ້ ກຸ່ມ​ລັດ​ອິສລາມ​ດັ່ງກ່າວ​ນີ້ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາວ່າ​ຈະ​ໂຈມ​ຕີຢ່າງຂະໜານໃຫຍ່ “​ຕໍ່ທີ່ໝັ້ນສັດຕູຂອງຕົນ​ ທຳການ​ສະລະ​ຊີບ ​ແລະໂຈມ​ຕີ​ດ້ວຍຍຸດທະສາດຕໍ່​ພວກ​ສັດຕູ​ຂອງ​ຕົນ ສັງຫານພວກ​ບັນຊາ​ການ​ໃນ​ເຂດ​ສູນ​ກາງ​ເມືອງ.”

ກຸ່ມ​ຕາ​ລິ​ບັນ ກ່າວ​ວ່າ ພາລະກິດດັ່ງກ່າວ ​ໄດ້​ຕັ້ງ​ຂຶ້ນຕາມ​ຊື່ຂອງ​ຜູ້ນຳທີ່ ເສຍ​ຊີວິດ​ຂອງ ຕົນ Mullah Omar ​ແລະ​ແມ່ນ​ສ່ວນ​ນຶ່ງ​ຂອງ ການ​ປະຕິບັດງານ ​ໃນ​ໄລຍະ​ເວລາ 15 ປີຂອງ“ກຸ່ມ jihad ຕໍ່ສູ້​ກັບການ​ເຂົ້າ​ບຸກລຸກ​ຂອງອາ​ເມຣິກັນ” ​ແລະ​ຄວາມ​ພະຍາຍາມ​ທີ່​ຈະ​ຮື້ຟື້ນກໍ່ສ້າງ​ລະບົບ​ອິສລາມ​ໃນອັຟກາ​ນິສຖານ ຄືນ​ໃໝ່.

ກອງກຳລັງຮັກສາຄວາມປອດໄພຂອງອັຟການິສຖານ ລາດຕະເວນຢູ່ບ່ອນ Spein Boldak ໃນ Pakistan, ແຂວງ Kandahar, ອັຟການິສຖານ.
ກອງກຳລັງຮັກສາຄວາມປອດໄພຂອງອັຟການິສຖານ ລາດຕະເວນຢູ່ບ່ອນ Spein Boldak ໃນ Pakistan, ແຂວງ Kandahar, ອັຟການິສຖານ.

​ກຸ່ມ​ຕາ​ລິ​ບັນ ກ່າວ​ວ່າ “​ກ່ອນ​ລະດູບານ​ໃໝ່ຈະມາເຖິງ ມັນກໍເປັນໂອກາດອີກຄັ້ງນ່ຶງສຳ​ຫຼັບ​ພວກ​ເຮົາ​ທີ່​ຈະ​ປັບປຸງ​ແລະ​ຈັດ​ຕັ້ງ​ຄວາມ​ໝາຍ​ໝັ້ນ​ແລະ​ການ​ປະຕິບັດ​ງານ​ຂອງ​ກຸ່ມ jihad ຂອງ​ພວກ​ເຮົາ.”

ກຸ່ມ​ຕາ​ລິ​ບັນ ​ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ​ໃນ​ປີ 2015 ​ໂດຍ​ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ໃນລະດູ​ການ​ຕໍ່ສູ້​ກັນ ທີ່​ໄດ້ສັງຫານ​ເກືອບ 6 ພັນ​ຄົນ ຊຶ່ງ​ຮວມທັງ ພວກ​ທະຫານ​ແລະ​ຕຳຫຼວດ ​ແລະ​ອີກ 14 ພັນ​ຄົນ ແມ່ນ​ໄດ້​ຮັບ​ບາດ​ເຈັບ. ກຸ່ມຫົວຕໍ່ສູ້ເຫຼົ່ານີ້
ຍຶດໄດ້ທີ່ໝັ້ນຫຼາຍກວ່າໃນເວລາໃດໆ ນັບ​ຕັ້ງ​ແຕ່ ພວກເຂົາ​ໄດ້ຖືກຂັບໄລ່ອອກຈາກ​ອຳນາດ​ໃນ​ປີ 2001 ຍ້ອນ​ໄດ້​ໃຫ້ການຊ່ອຍເຫຼືອແກ່ກຸ່ມ al-Qaida.

ກອງ​ກຳລັງ​ປະສົມ​ຮ່ວມ​ທີ່​ນຳພາ​ໂດຍສະຫະລັດ ​ໄດ້​ເສັດ​ສິ້ນພາລະກິດການ​ໂຈມ​ຕີ​ໃນ​ປີ 2014 ປະ​ໄວ້​ກອງ​ກຳລັງທະຫານ ຈຳນວນປະມານ 13 ພັນ​ຄົນ ຊຶຶ່ງ​ສ່ວນ​ໃຫຍ່​ແມ່ນ​ທະຫານ​ອາ​ເມຣິກັນທີ່​ທຳ​ການ​ຝຶກ​ຊ້ອມ​ໃຫ້​ ກອງ​ກຳລັງອັຟກາ​ນິສຖານ ທີ່​ຈະ​ສືບ​ຕໍ່​ປະຕິ​ບັດງານ ຕໍ່ສູ້​ກັບ​ກຸ່ມ​ກໍ່​ການ​ຮ້າຍ​ທັງຫຼາຍ.

XS
SM
MD
LG