ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຫົວຮຸນແຮງ ຕາລີບານ ສັງຫານ ເຈົ້າໜ້າທີ່ສານສູງສຸດ ຂອງອັຟການິສຖານ


ແຜນທີ່ປະເທດອັຟການິສຖານ
ແຜນທີ່ປະເທດອັຟການິສຖານ

ຕຳຫລວດ​ອັຟກາ​ນິສຖານ ກ່າວ​ວ່າ ພວກມື​ປືນ​ໄດ້​ຍິງ​ສັງຫານ
ເຈົ້າໜ້າ​ທີ່​ອາວຸ​ໂສຄົນ​ນຶ່ງ ຂອງ​ສານ​ສູງ​ສຸດອັຟກາ​ນິສຖານ.

ພວກ​ມື​ປືນ ​ໄດ້ສັງຫານ​ທ່ານ Atiqullah Rawoofi ຫົວໜ້າ​
ກອງເລຂາ ທິການ​ ຂອງສານ​ສູງ​ສຸດອັຟກາ​ນິສຖານ ​ໃນ​ວັນ​ເສົາ
​ມື້​ນີ້ ​ໃກ້ໆ​ກັບ​ບ້ານ​ພັກ​ຂອງ​ທ່ານ ຢູ່​ເຂດ​ຊານເມືອງຫລວງກາບູລ.

ພວກ​ຫົວ​ຮຸນ​ແຮງ ຕາ​ລີ​ບານ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ
ສຳ​ຫລັບ​ການ​ໂຈມ​ຕີ​ໃນ​ຄັ້ງນີ້ ​ໂດຍ​ສົ່ງ​ຂໍ້ຄວາມ​ຜ່ານ​ທາງ​
ໂທລະສັບ ​ແຕ່​ບໍ່​ໄດ້​ບອກ​ວ່າ ​ຍ້ອນສາ​ເຫດ​ໃດ​ ຈຶ່ງ​ໄດ້​ຂ້າ
​ທ່ານ Rawoofi.

ພວກ​ຫົວ​ຮຸນ​ແຮງຕາ​ລີ​ບານ ​ໄດ້ສຸມການ​ໂຈມ​ຕີຫຼາຍໆບັ້ນ ​ໃສ່ນະຄອນ ຫລວງ​ກາ​ບູລ ​ເມື່ອຫລາຍໆອາທິດ​ຜ່ານ​ມາບໍ່​ນານນີ້ ກ່ອນ​ໜ້າ​ກອງ​ທະຫານ​ຂອງ​ຕ່າງ​ຊາດ ຈະ​ຖອນ​ກຳລງອອກ​ຈາກ​ປະ​ເທດໄປໃນ​ທ້າຍ​ເດືອນ​ນີ້.

Afghan police say gunmen have shot and killed a senior official of Afghanistan's Supreme Court.

Gunmen killed Atiqullah Rawoofi, the head of the secretariat of the Afghan Supreme Court, on Saturday near his home in a suburb of Kabul, the capital city.

The Taliban has claimed responsibility for the attack in a text message, but did not say why he was killed.

Taliban militants have concentrated attacks on Kabul in recent weeks ahead of the foreign troop withdrawal at the end of this month.

XS
SM
MD
LG