ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະ​ຫະ​ລັດ ກ່າວ​ວ່າ ເຄືອ​ຂ່າຍກຸ່ມ​ລັດ​ອິ​ສ​ລາມ ໃນ ອັ​ຟ​ກາ​ນິ​ສ​ຖານ ໃກ້​ທີ່​ຈ​ະ​ສາ​ມາດໂຈມ​ຕີປະ​ເທດ​ຕາ​ເວັນ​ຕົກ


ແຜນ​ທີ່ ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ
ແຜນ​ທີ່ ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ

ນຶ່ງ​ໃນ​ບັນ​ດາ​ເຄືອ​ຂ່າຍຂອງກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິ​ສ​ລາມ ທີ່ເປັນອັນ​ຕະ​ລາຍ​ທີ່​ສຸດ ໄດ້​ຕັ້ງເປົ້າໝ​າຍໃສ່ປະ​ເທດ​ຕາ​ເວັນ​ຕົກ ແລະ​ອ​າ​ດ​ເລີ້ມ​ໂຈ​ມ​ຕີ​ກ່ອນໝົດ​ປີ​ນີ້ ອີງ​ຕາມ​ເຈົ້າ​ໜ້າ​ທີ່​ສູງ​ສຸດ​ຂອງກອງ​ທັບ​ສະ​ຫະ​ລັດ.

​ເຖິງ​ແມ່ນ​ມີ​ການ​ສືບ​ຕໍ່ປະ​ທະ​ກັນ​ຢ່າງ​ກະ​ຈັດ​ກະ​ຈາຍລະ​ຫວ່າງ​ກຸ່ມ​ຕາລິ​ບານ​ທີ່​ປົກ
ຄອງອັ​ຟ​ກາ​ນິ​ສ​ຖານ ແລະກຸ່ມ​ລັດ​ອິ​ສ​ລາມ​ທີ່​ເປັນ​ເຄືອ​ຂ່າຍ​ໃນອັ​ຟ​ກາ​ນິ​ສ​ຖານ ​ທີ່ຮູ້​ກັນ​ໃນ​ຊື່ IS-Khorasan ຫລື ISIS-K ຊຶ່ງ​ເປັນ​ກຸ່ມ​ກໍ່​ການ​ຮ້າຍ​ທີ່​ໃກ້​ທີ່​ຈະສາມາດໄປ​ສ້າງ​ຄວາມ​ວຸ້ນ​ວາຍ ໄກ​ອອກ​ໄປຈາກ​ຊາຍ​ແດນ​ຂອງ​ອັ​ຟ​ກາ​ນິ​ສ​ຖານ ຜູ້​ບັນ​ຊາ​ການ​ທະຫານ​ສະຫະລັດ​ໃນ​ເຂດ​ພາກ​ຕາ​ເວັນ​ອອກ​ກາງ ນາຍພົນ​ໄມ​ເກີ​ລ ກູ​ຣິ​ລ​ລາ ໄດ້​ລາຍ​ງານ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ໃນ​ວັນ​ພະ​ຫັດ​ວານ​ນີ້.

​ນາຍ​ພົນ​ກູ​ຣິ​ລ​ລາ ກ່າວ​ວ່າ “ເຂົາ​ເຈົ້າ​ສາ​ມາດ​ປະ​ຕິ​ບັດ​ງານ ​ຢູ່ນອກ​ປະ​ເທດຕໍ່​ຕ້ານ​ສະ​ຫະ​ລັດຫລື​ຜົນ​ປະ​ໂຫຍດຂອງປະ​ເທດ​ຕາ​ເວັນ​ຕົກຢູ່ນອກ​ປະ​ເທດ​ໄດ້ ​ພາຍ​ໃນເວ​ລາ​ບໍ່​ຮອດ​ຫົກເດືອນ ​ໂດຍ​ມີ​ການ​ເຕືອນ​ພຽງ​ເລັກ​ນ້ອຍ ຫຼືບໍ່​ມີ​ການ​ເຕືອນເລີຍ.

ຜູ້​ບັນ​ຊາກ​ານກອງ​ທັບ​ສະ​ຫະ​ລັດໃນ​ພາກ​ຕາ​ເວັນ​ອອກກາງ ​ກ່າວ​ວ່າ ​ມີ “ຄວາມ​ເປັນ​ໄປ​ໄດ້​ສູງ​” ​ທີ່ການ​ປະ​ຕິ​ບັດ​ງານຂອງ​ກຸ່ມ IS-Khorasan ຈະ​ແນ​ເປົ້າ​ໝາຍ​ໃສ່​ຜົ​ນ​ປະ​ໂຫຍດ​ປະ​ເທດ​ຕາ​ເວັນ​ຕົກ ຫລື ສະ​ຫະ​ລັດ ຢູ່​ໃນ​ເອ​ເຊຍ ຫລື​ຢູ​ໂຣບ

One of the Islamic State terror group’s most dangerous affiliates has its sights set on the West and could launch an attack before the year is out, according to a top U.S. military official.

Despite ongoing, sporadic skirmishes between Afghanistan’s ruling Taliban and Islamic State’s Afghan affiliate, known as IS-Khorasan or ISIS-K, the terror group is closer to taking its fight beyond Afghanistan’s borders, U.S. Central Command’s General Michael Kurilla told lawmakers on Thursday.

"They can do external operations against U.S. or Western interests abroad in under six months with little to no warning," Kurilla said.

The CENTCOM commander said there was a “higher probability” that IS-Khorasan operatives would target Western or U.S. interests in Asia or Europe, noting it would be “much harder” for them to carry out an attack against the U.S. homeland.

XS
SM
MD
LG