ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ​ຕາ​ລີ​ບານ ອ້າງວ່າ ເຮືອ​ບິນບໍ່​ມີ​ຄົນ​ຂັບ ​ຂອງ ສະ​ຫະ​ລັດ ໃຊ້​ເຂດ​ນ່ານ​ຟ້າ ປາ​ກິ​ສ​ຖານ ເພື່ອ​ບຸກ​ລຸກ ອັ​ຟ​ກາ​ນິ​ສ​ຖານ


ວ່າ​ກາ​ນ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ອັ​ຟ​ກາ​ນິ​ສ​ຖານ ຂອງ​ກຸ່ມ​ຕາ​ລີ​ບານ ທ້າວ ມຸ​ລ​ລາ ໂມ​ຮຳ​ມັດ ຢາ​ກູບ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ຄົບ​ຮອບ​ນຶ່ງ​ປີ​ຂອງ​ການ​ເຂົ້າ​ຍຶດ​ເອົາ​ນະ​ຄອນຫຼວງ ກາ​ບູ​ລ ໂດຍ​ກຸ່ມ​ຕາ​ລີ​ບານ, 5 ສິງ​ຫາ 2022.
ວ່າ​ກາ​ນ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ອັ​ຟ​ກາ​ນິ​ສ​ຖານ ຂອງ​ກຸ່ມ​ຕາ​ລີ​ບານ ທ້າວ ມຸ​ລ​ລາ ໂມ​ຮຳ​ມັດ ຢາ​ກູບ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ຄົບ​ຮອບ​ນຶ່ງ​ປີ​ຂອງ​ການ​ເຂົ້າ​ຍຶດ​ເອົາ​ນະ​ຄອນຫຼວງ ກາ​ບູ​ລ ໂດຍ​ກຸ່ມ​ຕາ​ລີ​ບານ, 5 ສິງ​ຫາ 2022.

ລັດ​ຖະ​ມົນ​ຕີກ​ປ້ອງ​ກັນ​ປະ​ເທດ ຕາ​ລີ​ບານ ໃນ​ວັນ​ອາ​ທິດ​ວານນີ້​ໄດ້​ຖິ້ມ​ໂທດ​ໂດຍ​ກົງ​ໃສ່​ປະ​ເທດ ປາ​ກິ​ສ​ຖານ​ທີ່​ຕັ້ງ​ຢູ່​ໃກ້​ຄຽງ ກ່ຽວ​ກັບ ການ​ອະ​ນຸ​ຍາດ​ໃຫ້ ສະ​ຫະ​ລັດ ໃຊ້ເຂດ​ນ່ານຟ້າ​ຂອງ​ເຂົາ​ເຈົ້າ ​ສຳ​ລັບ​ການ​ໂຈມ​ຕີ​ດ້ວຍ​ເຮືອ​ບິນບໍ່​ມີ​ຄົນ​ຂັບ​ຕໍ່​ ອັ​ຟ​ກາ​ນິ​ສ​ຖານ.

ທ້າວ ໂມ​ຮຳ​ມັດ ຢາ​ກູບ ໄດ້​ທຳ​ການ​ກ່າວ​ຫາ​ເກືອບ​ນຶ່ງ​ເດືອນຫຼັງ​ຈາກ ວໍ​ຊິງ​ຕັນ ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ໄດ້​ສັງ​ຫານ​ຜູ້​ນຳ​ກຸ່ມ ອາ​ລ-ໄກ​ດາ ທ້າວ ເອ​ແມນ ອາ​ລ-ຊາ​ວາ​ຮີ​ຣີ ດ້ວຍ​ລູກ​ສອນ​ໄຟ ​ທີ່​ຖືກ​ຍິງ​ຈາກ​ເຮືອ​ບິນບໍ່​ມີ​ຄົນ​ຂັບ ​ໃສ່​ບ່ອນຫຼົບ​ລີ້​ຂອງ​ລາວ​ ໃນ​ໃຈ​ກາງ​ນະ​ຄອນຫຼວງ ກາ​ບູ​ລ ເມື່ອ​ວັນ​ທີ 31 ກໍ​ລະ​ກົດ​ທີ່​ຜ່ານ​ມາ.

ທ້າວ ຢາ​ກູບ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ນະ​ຄອນຫຼວງ​ອັ​ຟ​ກາ​ນິ​ສ​ຖານ​ວ່າ ເຮືອ​ບິນບໍ່​ມີ​ຄົນ​ຂັບ​ຂອງ ສະ​ຫະ​ລັດ ນັບ​ຕັ້ງ​ແຕ່​ນັ້ນ​ມາ​ໄດ້​ສືບ​ຕໍ່​ບິນ​ຂ້າມ​ນ່ານ​ຟ້າ​ຂອງ​ປະ​ເທດ​ຂອງ​ລາວ ໃນ​ການ​ລະ​ເມີດ​ອຳ​ນາດ​ອະ​ທິ​ປະ​ໄຕ​ດ້ານ​ເຂດ​ແດນ​ຂອງ​ເຂົາ​ເຈົ້າ, ໂດຍ​ຮຽກ​ຮ້ອງ​ໃຫ້​ທັງ​ວໍ​ຊິງ​ຕັນ ແລະ ອິ​ສ​ລາ​ມາ​ບັດ ຢຸດ​ການ​ລ່ວງ​ລະ​ເມີດ​ທີ່​ວ່າ​ນີ້.

ກຸ່ມ​ຕາ​ລີ​ບານບໍ່​ສາ​ມາດ​ຕິດ​ຕາມ​ການ​ລ່ວງ​ລະ​ເມີດ​ເຂດ​ນ່ານ​ຟ້າ​ຂອງ​ພວກ​ເຂົາ​ໄດ້​ຢ່າງ​ແມ່ນ​ຢຳ ເພາະ​ວ່າ​ກອງ​ທັບ ອາ​ເມ​ຣິ​ກັນ ທີ່​ໄດ້​ຖອນ​ຕົວ​ອອກ​ໄປ “ໄດ້​ທຳ​ລາຍ​ລະ​ບົບ ເຣ​ດາ ຂອງ​ອັ​ຟ​ກາ​ນິ​ສ​ຖານ ຢ່າງ​ສິ້ນ​ເຊີງ,” ລັດ​ຖະ​ມົນ​ຕີ​ໄດ້​ກ່າວ​ເວ​ລາ​ຖືກ​ຖາມ​ວ່າ​ລັດ​ຖະ​ບານ​ຂອງ​ລາວ​ຮູ້ບໍ່​ວ່າ​ປະ​ເທດ​ທີ່​ຢູ່​ໃກ້​ຄຽງ​ປະ​ເທດ​ໃດ​ທີ່​ອຳ​ນວຍ​ຄວາມ​ສະ​ດວກ​ການ​ປະ​ຕິ​ບັດ​ການ​ດ້ວຍ​ເຮືອ​ບິນບໍ່​ມີ​ຄົນ​ຂັບ​ຂອງ ສະ​ຫະ​ລັດ ຫຼັງ​ຈາ​ການ​ຖອນ​ຕົວ​ອອກ​ໄປ.

ລາວ​ໄດ້​ກ່າວ​ວ່າ “ແຕ່​ອີງ​ໃສ່​ຂໍ້​ມູນ​ຂອງ​ພວກ​ເຮົາ​ເຮືອ​ບິນບໍ່​ມີ​ຄົນ​ຂັບ​ທີ່​ວ່າ​ນັ້ນ​ໄດ້ຜ່ານເຂົ້າ ປາ​ກິ​ສ​ຖານ ມາ ອັ​ຟ​ກາ​ນິ​ສ​ຖານ, ພວກ​ເຂົາ​ໃຊ້​ເຂດ​ນ່ານ​ຟ້າ​ຂອງ ປາ​ກິ​ສ​ຖານ, ພວກ​ເຮົາ​ຮຽກ​ຮ້ອງ​ໃຫ້ ປາ​ກິ​ສ​ຖານ ຢຸດ​ການ​ນຳ​ໃຊ້​ເຂດ​ນ່ານ​ຟ້າ​ຂ​ອງ​ພວກ​ເຂົາ​ຕໍ່​ພວກ​ເຮົາ​.”

ປາ​ກິ​ສ​ຖານ ໄດ້​ກ່າວ​ວ່າເຂົາ​ເຈົ້າ “ໄດ້​ເນັ້ນ​ຢ້ຳ​ຄວາມ​ເປັນ​ຫ່ວງ​ຢ່າງ​ຍິ່ງ” ກ່ຽວ​ກັບ ການ​ກ່າວ​ຫາ​ຂອງ​ທ້າວ ຢາ​ກູບ. ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ ອາ​ຊິມ ອິ​ຟ​ຕິ​ຄາ ອາ​ມັດ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ໃນ​ການ​ຂາດຫຼັກ​ຖານ, ດັ່ງ​ທີ່​ຖືກ​ຮັບ​ຮູ້​ໂດຍ​ລັດ​ຖະ​ມົນ​ຕີ ອັ​ຟ​ກາ​ນິ​ສ​ຖານ ເອງ​ນັ້ນ, ການ​ກ່າວ​ຫາ​ທີ່​ຄາດ​ເດົາ​ເອົາ​ນັ້ນ​ແມ່ນ​ຜິດ​ຫວັງ​ເປັນ​ຢ່າງ​ສູງ ແລະ ຂັດ​ຂືນ​ບັນ​ທັດ​ຖານ​ຂອງ​ຄວາມ​ຮັບ​ຜິດ​ຊອບ​ການ​ດຳ​ເນີນກ​ານ​ທູດ.”

ທ່ານ​ໄດ້​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ຮຽກ​ຮ້ອງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ປັດ​ຈຸ​ບັນ​ຂອງ ອັ​ຟ​ກາ​ນິ​ສ​ຖານ ໃຫ້ຮັບ​ປະ​ກັນ​ການ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ​ທີ່​ເຮັດ​ໂດຍ ອັ​ຟ​ກາ​ນິ​ສ​ຖານ ເພື່ອບໍ່​ອະ​ນຸ​ຍາດ​ການ​ນຳ​ໃຊ້​ເຂດ​ແດນ​ຂອງ​ເຂົາ​ເຈົ້າ​ສຳ​ລັບ​ລັດ​ທິ​ກໍ່​ການ​ຮ້າຍ​ຕໍ່​ປະ​ເທດ​ໃດໆ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG