ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມຕາລີບານ ເອີ້ນການຖອນທະຫານ ຂອງ ສະຫະລັດ ທີ່ຊ້າລົງ ວ່າ ບໍ່ມີເຫດຜົນ


President Obama Announces Slower US Troop Withdrawal in Afghanistan
please wait

No media source currently available

0:00 0:18:00 0:00

ກຸ່ມຕາລີບານ ໄດ້ປະກາດວ່າ ຈະເພີ້ມທະວີການໂຈມຕີທະຫານ
ອາເມຣິກັນ ໂດຍປະນາມວ່າ ເປັນການຕັດສິນໃຈ “ບໍ່ມີເຫດຜົນ” ທີ່ສະຫະລັດຈະຖອນທະຫານອອກຈາກອັຟການິສຖານ ຊ້າລົງ
ນັ້ນ.

ກຸ່ມກະບົດຕາລີບານ ໄດ້ສະແດງປະຕິກິລິຍາໃນວັນສຸກມື້ນີ້ ຕໍ່
ການປະກາດ ຂອງປະທານາທິບໍດີສະຫະລັດທ່ານບາຣັກ ໂອ
ບາມາ ທີ່ກ່າວວ່າ ທ່ານຈະຮັກສາ ລະດັບທະຫານອາເມຣິກັນ
9,800 ຄົນ ໃນອັຟການິສຖານ ຕໍ່ໄປຈົນຮອດປີ 2016 ກ່ອນ
ຈະຫຼຸດຈຳນວນທະຫານດັ່ງກ່າວລົງເປັນ 5,500 ຄົນໃນເວລາ
ທ່ານອອກຈາກຕຳແໜ່ງໃນປີ 2017. ຕົ້ນຕໍແລ້ວລັດຖະບານ
ສະຫະລັດມີແຜນການທີ່ຈະຮັກສາກຳລັງທະຫານໄວ້ແຕ່ພຽງ 1,000 ຄົນຫຼັງຈາກປີ 2016 ໂດຍແນໃສ່ ເພື່ອໃຫ້ການຄຸ້ມຄອງສະຖານທູດສະຫະລັດ ໃນນະຄອນຫຼວງກາບູລ.

ທ້າວ Zalihullah Mujahid ໂຄສົກຂອງກຸ່ມຕາລີບານ ກ່າວຢູ່ໃນຖະແຫຼງການສະບັບນຶ່ງ ທີ່ສົ່ງທາງອີແມລ ໄປໃຫ້ສຽງອາເມຣິກາ ໂດຍເວົ້າວ່າ ກຸ່ມກະບົດ ໄດ້ກ່າວຢ້ຳສະເໝີມາວ່າ
“ທະຫານອາເມຣິກັນ ຈະບໍ່ຍຸດຕິການຮຸກຮານຕໍ່ອັຟການິສຖານ” ແລະການໃຫ້ “ຄຳໝັ້ນ
ສັນຍາແບບຈອມປອມ” ແມ່ນເພື່ອຈະຫລອກລວງຕໍ່ຊາວອັຟການິສຖານແລະຊາວອາເມ
ຣິກັນເທົ່ານັ້ນ.

ລາວເວົ້າວ່າ ການຕັດສິນໃຈຂອງປະທານາທິບໍດີໂອບາມາ ຈະບໍ່ຢຸດຢັ້ງພວກກະບົດຕາລີ
ບານ ໃນການເຄື່ອນໄຫວເຮັດສົງຄາມສັກສິດ ຕ້ານກຳລັງຢຶດຄອງ ຢູ່ໃນອັຟການິສຖານ.

ທີ່ທຳນຽບຂາວ ໃນວັນພະຫັດວານນີ້ ປະທານາທິບໍດີໂອບາມາ ທີ່ມີລັດຖະມົນຕີກະຊວງ ປ້ອງກັນປະເທດ ທ່ານ Ash Carter ຮອງປະທານາທິບໍດີ Joe Biden ແລະຫົວໜ້າເສ
ນາທິການຮ່ວມ Joseph Dunford ຢືນຢູ່ຄຽງຂ້າງກ່າວວ່າ “ຂ້າພະເຈົ້າບໍ່ໄດ້ໃຫ້ການສະ
ໜັບສະໜຸນຕໍ່ແນວຄິດການເຮັດສົງຄາມທີ່ບໍ່ຮູ້ຈັກສິ້ນສຸດ. ຂ້າພະເຈົ້າໄດ້ໂຕ້ແຍ້ງຊ້ຳແລ້ວ
ຊ້ຳອີກ ຕໍ່ການເຂົ້າຮ່ວມບັນຫາ ຂັດແຍ້ງທາງທະຫານແບບບໍ່ມີທີ່ສິ້ນສຸດທີ່ບໍ່ໄດ້ຮັບໃຊ້ຜົນ
ປະໂຫຍດຫຼັກໃນດ້ານ ຄວາມໝັ້ນຄົງຂອງພວກເຮົາ. ແຕ່ປະທານາທິບໍດີ ກໍກ່າວວ່າ “ສຳ
ຄັນສຸດກໍແມ່ນໃນຂົງເຂດທີ່ສຳຄັນໆຂອງປະເທດ ສະຖານະການດ້ານຄວາມໝັ້ນຄົງ ຍັງ
ມີຄວາມບອບບາງຢູ່ ແລະຢູ່ໃນບາງເຂດ ຍັງມີຄວາມສ່ຽງ ທີ່ຈະຊຸດໂຊມລົງຕື່ມ.”

“ໃນຂະນະທີ່ພາລະກິດໃນການປະຕິບັດງານສູ້ລົບຂອງອາເມຣິກາອາດສິ້ນສຸດລົງແລ້ວກໍ
ຈິງແຕ່ຄວາມໝັ້ນໝາຍຕໍ່ອັຟການິສຖານແລະປະຊາຊົນຂອງປະເທດດັ່ງກ່າວແມ່ນຍັງມີຢູ່ ຕໍ່ມາ.” ປະທານາທິບໍດີໂອບາມາເວົ້າວ່າ “ໃນຖານະທີ່ ເປັນຜູ້ບັນຊາການທະຫານສູງສຸດ
ຂ້າພະເຈົ້າຈະບໍ່ປ່ອຍໃຫ້ ອັຟການກິສຖານ ຖືກໃຊ້ເປັນບ່ອນຫລົບລີ້ ສຳລັບພວກກໍ່ການ
ຮ້າຍ ເພື່ອໂຈມກຕີປະເທດຂອງພວກເຮົາຕື່ມອີກ.”

Obama Slows US Withdrawal From Afghanistan
please wait

No media source currently available

0:00 0:02:33 0:00

XS
SM
MD
LG