ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຕາລີບານ ສັງຫານຕຳຫຼວດ 17 ຄົນ ໃນການໂຈມຕີ ຢູ່ ອັຟການິສຖານ


ແຜນທີ່ອັຟການິສຖານ ທີ່ສະແດງໃຫ້ເຫັນແຂວງ Helmand
ແຜນທີ່ອັຟການິສຖານ ທີ່ສະແດງໃຫ້ເຫັນແຂວງ Helmand

ເຈົ້າໜ້າທີ່ໃນພາກໃຕ້ອັຟການິສຖານກ່າວວ່າ ພວກກະບົດຕາ
ລີບານໄດ້ສັງຫານຕຳຫຼວດຢ່າງໜ້ອຍ 17 ຄົນ ເມື່ອຄືນແລ້ວນີ້
ໃນການໂຈມຕີປ້ອມຕຳຫຼວດຫຼາຍແຫ່ງ.

ການຫລອນໂຈມຕີດັ່ງກ່າວ ມີຂຶ້ນໃນເຂດເມືອງ Musa Qala
ແຂວງ Helmand ທີ່ເຄັ່ງຕຶງ ແລະມັກເກີດຄວາມວຸ້ນວາຍ ຢູ່
ເລື້ອຍໆນັ້ນ.

ທ່ານ Muhammad Ismail Hotak ຫົວໜ້າຮັກສາຄວາມສະ
ຫງົບປະຈຳເຂດ ກ່າວຕໍ່ພວກນັກຂ່າວວ່າ ການປະທະກັນ ໄດ້
ແກ່ຍາວມາເປັນເວລາຫລາຍໆຊົ່ວ ໂມງຈົນຮອດວັນເສົາມື້ນີ້.

ສື່ມວນຊົນທ້ອງຖິ່ນ ລາຍງານວ່າ ພວກຕາລີບານກໍຖືກສັງຫານຄືກັນ ຢ່າງໜ້ອຍ 10 ຄົນ
ແລະພວກກະບົດຈຸນີ້ຍັງໄດ້ຈັບເອົາຕຳຫຼວດຫລາຍຄົນໄປນຳພວກເຂົາ.

ໂຄສົກຂອງຕາລີບານ ໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີ ໂດຍເວົ້າວ່າ ພວກ
ນັກລົບຂອງຕົນ ໄດ້ສັງຫານທະຫານແລະຕຳຫລວດອັຟການິສຖານ ຢ່າງໜ້ອຍ 25 ຄົນ ຮວມທັງຜູ້ບັນຊາການຄົນນຶ່ງ.

ພວກກະບົດຕາລີບານໄດ້ທຳການໂຈມຕີກຳລັງອັຟການິສຖານເພີ້ມຂຶ້ນນັບແຕ່ໄດ້ມີການ ຖອນທະຫານຕ່າງປະເທດ ເກືອບທັງໝົດ ອອກໄປໃນປີກາຍນີ້. ເປົ້າໝາຍຂອງກຸ່ມຕາລີ ບານກໍແມ່ນເພື່ອໂຄ່ນລົ້ມລັດຖະບານທີ່ໄດ້ຮັບການໜຸນຫລັງຈາກສະຫະລັດແລະສ້າງຕັ້ງ ການປົກຄອງນິຍົມສາສະໜາອິສລາມຂຶ້ນແທນ.

XS
SM
MD
LG