ISLAMABAD —
ທີ່ອັຟການິສຖານ ກຸ່ມຕາລີບານໄດ້ອ້າງເອົາ
ຄວາມຮັບຜິດຊອບຕໍ່ການໂຈມຕີຮ້ານອາຫານຫລູຫລາແຫ່ງນຶ່ງ
ທີ່ໄດ້ສັງຫານ 21 ຄົນ ຊຶ່ງສ່ວນໃຫຍ່ແມ່ນພົນລະເຮືອນຊາວຕາ
ເວັນຕົກ ຢູ່ໃນເຂດນຶ່ງທີ່ວ່າມີການຮັກ ສາຄວາມປອດໄພຢ່າງ
ໜາແໜ້ນທີ່ສຸດຂອງນະຄອນຫລວງກາບູລ.
ກຸ່ມຕາລີບານໄດ້ອອກຄໍາຖະແຫລງໃນວັນເສົາວານນີ້ ເວົ້າວ່າ
ການໂຈມຕີເມື່ອຄືນວັນສຸກນັ້ນ ແມ່ນເປັນການແກ້ແຄ້ນຄືນ ຕໍ່
ການໂຈມຕີທາງອາກາດຂອງຝ່າຍກໍາລັງປະສົມນາໆຊາດ
ເມື່ອຕົ້ນອາທິດນີ້ ທີ່ໄດ້ສັງຫານພົນລະເຮືອນອັຟການິສຖານ
ຈໍານວນນຶ່ງ ທີ່ແຂວງ Parwan. ພວກຕາລີບານຍັງເວົ້າອີກ
ວ່າ ພວກຕົນເລືອກເອົາຮ້ານອາຫານຂອງຊາວເລບານອນ
ແຫ່ງນັ້ນເປັນເປົ້າໝາຍ ກໍຍ້ອນວ່າມີຊາວຕ່າງດ້າວຕໍາແໜ່ງ
ສູງພາກັນໄປກິນເຂົ້າຢູ່ຫັ້ນ ແລະຮ້ານນັ້ນ ກໍເສິບເຫລົ້ານໍາ.
ວັນເສົາວານນີ້ ທໍານຽບຂາວໄດ້ປະນາມການໂຈມຕີດັ່ງກ່າວ
ໂດຍເວົ້າ ວ່າມັນບໍ່ມີເຫດຜົນອັນໃດທີ່ຈະໃຊ້ເປັນຂໍ້ອ້າງອິງໄດ້ເລີຍ. ຄໍາຖະແຫລງຂອງ
ທໍານຽບຂາວເວົ້າວ່າ “ພວກເຄາະຮ້າຍສ່ວນໃຫຍ່ແມ່ນເປັນພົນລະເຮືອນທີ່ບໍ່ມີສ່ວນ
ກ່ຽວຂ້ອງ ຜູ້ທີ່ທໍາງານທຸກໆມື້ ເພື່ອຊ່ວຍຊາວອັຟການິສຖານ ໃຫ້ໄດ້ມີອະນາຄົດທີ່ດີ
ຂຶ້ນກ່ວາເກົ່າ.”

ໂດຍເວົ້າ ວ່າມັນບໍ່ມີເຫດຜົນອັນໃດທີ່ຈະໃຊ້ເປັນຂໍ້ອ້າງອິງໄດ້
ເລີຍ. ຄໍາຖະແຫລງຂອງທໍານຽບຂາວເວົ້າວ່າ “ພວກເຄາະຮ້າຍ
ສ່ວນໃຫຍ່ແມ່ນ ເປັນພົນລະເຮືອນທີ່ບໍ່ມີສ່ວນກ່ຽວຂ້ອງ ຜູ້ທີ່ທໍາ
ງານທຸກໆມື້ເພື່ອຊ່ວຍຊາວອັຟການິສຖານ ໃຫ້ໄດ້ມີອະນາຄົດ
ທີ່ດີຂຶ້ນກ່ວາເກົ່າ.”
ພວກເສຍຊີວິດມີໂຮມທັງ ເຈົ້າໜ້າທີ່ຂັ້ນສູງສຸດຂອງອົງການ
IMF ໃນອັຟການິສຖານ ເຈົ້າໜ້າທີ່ອະວຸໂສຝ່າຍກິດຈະການ
ການເມືອງຂອງສະຫະປະຊາຊາດ ພ້ອມກັບພະນັກງານສະຫະ
ປະຊາຊາດອີກສອງຄົນ ແລະຊາວອາເມຣິກັນອີກສອງຄົນ ທີ່ເຮັດວຽກໃຫ້ມະຫາວິທະຍາໄລ
ອາເມຣິກັນ ໃນອັຟການິສຖານ.
ຕໍາຫລວດເວົ້າວ່າ ຜູ້ໂຈມຕີສະຫລະຊີບຄົນນຶ່ງ ໄດ້ບີບຄະນວນລະເບີດ ທີ່ມັດຕິດໂຕ ໃຫ້
ແຕກຂຶ້ນຢູ່ນອກ ຮ້ານອາຫານໃນແລງວັນສຸກແລະຫຼັງ ຈາກນັ້ນ ກໍມີມືປືນ 2 ຄົນ ບຸກເຂົ້າ
ໄປໃນຮ້ານແລ້ວກໍລະດົມຍິງໃສ່ຜູ້ ຄົນ. ມືປືນທັງສອງກໍໄດ້ຖືກຕໍາຫລວດຂ້າຕາຍຄືກັນ.