ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

21 ຄົນ ເສຍຊີວິດ ໃນການໂຈມຕີ ຮ້ານອາຫານ ຢູ່ກາບູລ (ວີດີໂອ)


ຄົນຂັບລົດ ອັຟການິສຖານຜູ້ນຶ່ງ ພວມດຶງເອົາແວ່ນລົດຂອງລາວ ທີ່ແຕກແລ້ວນັ້ນອອກ ຫລັງຈາກໄດ້ມີການໂຈມຕີສະຫຼະຊີບ ທີ່ ນະຄອນຫຼວງກາບູລ (18 ມັງກອນ 2014)
ຄົນຂັບລົດ ອັຟການິສຖານຜູ້ນຶ່ງ ພວມດຶງເອົາແວ່ນລົດຂອງລາວ ທີ່ແຕກແລ້ວນັ້ນອອກ ຫລັງຈາກໄດ້ມີການໂຈມຕີສະຫຼະຊີບ ທີ່ ນະຄອນຫຼວງກາບູລ (18 ມັງກອນ 2014)
ເຈົ້າໜ້າທີ່ອັຟການິສຖານກ່າວວ່າ ຈຳນວນຜູ້ເສຍຊີວິດຍ້ອນ
ການໂຈມຕີຮ້ານອາຫານຊາວເລບານອນແຫ່ງນຶ່ງຢູ່ນະຄອນ
ຫລວງກາບູລ ຊຶ່ງມີຊາວຕ່າງປະເທດ ແລະຊາວອັຟການິສ
ຖານທີ່ຮັງມີ ມັກໄປກິນອາຫານນັ້ນ ໄດ້ເພີ້ມຂຶ້ນເປັນ 21 ຄົນ
ແລ້ວ ໃນວັນເສົາມື້ນີ້.

ຮວມຢູ່ໃນຈຳນວນ ພວກທີ່ເສຍຊີວິດ ກໍມີຊາວອາເມຣິກັນ
2 ຄົນ ຊາວອັງກິດ 2 ຄົນ ຊາວການາດາ 2 ຄົນແລະເຈົ້າໜ້າ
ທີ່ອະວຸໂສ ຂອງອົງການກອງທຶນສາກົນ IMF ຄົນນຶ່ງ ຈາກ
ເລບານອນ.

ມີເຈົ້າໜ້າທີ່ ສະຫະປະຊາຊາດ 4 ຄົນ ເສຍຊີວິດໃນຄັ້ງນີ້ ແຕ່ສັນຊາດຂອງພວກເຂົາເຈົ້າ
ຍັງບໍ່ທັນມີການເປີດເຜີຍ ໃຫ້ຊາບເທື່ອໃນເວລານີ້.

ເຈົ້າໜ້າທີ່ເວົ້າວ່າ ມີແມ່ຍິງ 5 ຄົນ ຮວມຢູ່ໃນພວກເສຍຊີວິດ ແລະຢ່າງໜ້ອຍມີ 4 ຄົນໄດ້
ຮັບບາດເຈັບ ໃນການໂຈມຕີຄັ້ງນີ້.

ເອກອັກຄະລັດຖະທູດສະຫະລັດ ທ່ານ James Cunningham ກ່າວວ່າ ພວກຕາລີບານ ໄດ້ແນເປົ້າໝາຍໃສ່ຜູ້ຄົນທີ່ໃຫ້ຄວາມຫວັງແລະເຮັດວຽກໃຫ້ອັຟການິສຖານປະສົບຄວາມ ສຳເລັດ. ທ່ານເວົ້າວ່າ ພວກກະບົດມີແຕ່ທຳລາຍທໍ່ນັ້ນພວກເຂົາບໍ່ສາມາດສ້າງສາຫຍັງໄດ້.

ເຈົ້າໜ້າທີ່ເວົ້າວ່າ ຜູ້ໂຈມຕີສະຫລະຊີບຄົນນຶ່ງ ໄດ້ບີບຄະນວນລະເບີດໃຫ້ແຕກຂຶ້ນຢູ່ນອກ ຮ້ານອາຫານໃນວັນສຸກວານນີ້ ແລະຫຼັງຈາກນັ້ນມືປືນ 2 ຄົນກໍໄດ້ບຸກເຂົ້າໄປໃນຮ້ານແລ້ວ ກໍລະດົມຍິງເຂົ້າໃສ່ຜູ້ຄົນ. ມືປືນທັງສອງກໍໄດ້ຖືກຂ້າຕາຍຄືກັນ.

ກຸ່ມຕາລີບານ ໄດ້ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີດັ່ງກ່າວນີ້ ໂດຍເວົ້າວ່າ ເພື່ອ ເປັນການແກ້ແຄ້ນຕໍ່ການປະຕິບັດງານທາງທະຫານໃນຕົ້ນອາທິດນີ້ຢູ່ທີ່ ແຂວງ Parwan. ພວກຫົວຮຸນແຮງຈຸນີ້ ຍັງເວົ້າວ່າ ມີພົນລະເຮືອນຈຳນວນນຶ່ງ ເສຍຊີວິດ ໃນການໂຈມຕີ ຢູ່ ແຂວງ Parwan.

ໂຄສົກຂອງກຸ່ມຕາລີບານ ທ້າວ Zabihullah Majahid ກ່າວວ່າ ຮ້ານອາຫານດັ່ງກ່າວນີ້
ໄດ້ຕົກເປັນເປົ້າຂອງການໂຈມຕີ ກໍຍ້ອນວ່າມັນເປັນບ່ອນທີ່ພວກຮຸກຮານໄປກິນເຂົ້າ ພ້ອມ
ດ້ວຍເຫຼົ້າຢາປາແປ້ງ.

ຜູ້ບັນຊາການ ກອງກຳລັງໃຫ້ຄວາມຊ່ອຍເຫຼືອ ທາງດ້ານຄວາມປອດໄພນາໆຊາດ ຂອງອົງ ການເນໂຕ້ນາຍພົນ Joseph Dunford ໄດ້ປະນາມການໂຈມຕີຂອງພວກຕາລີບານແລະ ຮຽກຮ້ອງໃຫ້ກຸ່ມດັ່ງກ່າວຍຸຕິໃນອັນທີ່ທ່ານເອີ້ນວ່າ ການສັງຫານພົນລະເຮືອນທີ່ມີການວາງ ແຜນໄວ້ລ່ວງໜ້າແລະບໍ່ຈຳແນກ.

ອົງການກອງທຶນສາກົນກ່າວວ່າ ຜູ້ຕາງໜ້າຂອງຕົນປະຈຳອັຟການິສຖານ ຄືທ່ານ Wabel Abdallah ຊຶ່ງເປັນຄົນເລບານອນ ອາຍຸ 60 ປີ ໄດ້ຖືກຂ້າຕາຍ.

ຜູ້ອຳນວຍການອົງການກອງທຶນສາກົນ IMF ທ່ານນາງ Christine Lagarde ໄດ້ອອກຖະ ແຫຼງການສະບັບນຶ່ງກ່າວວ່າ ນີ້ແມ່ນຂ່າວທີ່ໜ້າເສົ້າສະຫຼົດໃຈ ແລະພວກເຮົາຢູ່ທີ່ກອງທຶນ ດັ່ງກ່າວທັງໝົດ ແມ່ນຮູ້ສຶກຕື່ນຕົກໃຈ.

ຖະແຫຼງການສະບັບນຶ່ງຂອງໂຄສົກເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-moon ກ່າວວ່າ ທ່ານ Ban ຂໍປະນາມຢ່າງແຮງຕໍ່ການໂຈມຕີທີ່ໜ້າຢ້ານກົວຊຶ່ງເຮັດໃຫ້ ເຈົ້າໜ້າທີ່ສະຫະປະຊາຊາດ 4 ຄົນເສຍຊີວິດ. ຖະແຫຼງ ການກ່າວຕື່ມວ່າ ການໂຈມຕີຕໍ່ພົນ ລະເຮືອນໃນທຳນອງນີ້ ແມ່ນເປັນທີ່ຮັບເອົາບໍ່ໄດ້ເດັດຂາດ ເປັນການຝ່າຝືນຢ່າງຈະແຈ້ງ ຕໍ່ ກົດໝາຍມະນຸດສະທຳຂອງນາໆຊາດ ແລະຕ້ອງຍຸຕິ ໃນທັນທີ.

ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ກ່າວຢໍ້າເຖິງຄວາມຈຳເປັນທີ່ຈະຕ້ອງນຳ ເອົາຜູ້ກໍ່ການ ອົງການຈັດຕັ້ງ ຜູ້ສະໜັບສະໜຸນທາງດ້ານການເງິນ ແລະຜູ້ອຸບປະຖຳ ຕໍ່ການ
ກໍ່ການຮ້າຍ ທີ່ໜ້າປະນາມດັ່ງກ່າວນີ້ ມາລົງໂທດ.

ສະຖານທູດແລະອົງການຈັດຕັ້ງຂອງຕ່າງປະເທດຈຳນວນນຶ່ງແມ່ນມີຫ້ອງການຢູ່ໃນບໍລິເວນ ທີ່ຖືກໂຈມຕີ ແລະເຈົ້າໜ້າທີ່ອັຟການິສຖານຫຼາຍໆຄົນ ກໍອາໄສຢູ່ໃນເຂດໃກ້ຄຽງ.

Afghanistan
please wait
Embed

No media source currently available

0:00 0:01:13 0:00
XS
SM
MD
LG