ການໂຈມຕີຂອງກຸ່ມຕາລີບານ ໃນເຊົ້າມືດມື້ນີ້ ໄດ້ສັງຫານເຈົ້າແຂວງ ແລະຕຳຫຼວດ
7 ຄົນ ໃນແຂວງກາສນີ ທາງພາກຕາເວັນອອກສຽງໃຕ້ຂອງອັຟການິສຖານ.
ປະຊາຊົນ ທີ່ອາໄສຢູ່ໃນເຂດນັ້ນ ໄດ້ກ່າວວ່າ ມີພວກກະບົດ ຕິດອາວຸດຮ້າຍແຮງຈຳ
ນວນຫຼວງຫຼາຍ ເຂົ້າຮ່ວມໃນການໂຈມຕີແບບປະສານງານກັນ ໃນວັນພະຫັດມື້ນີ້ທີ່
ແນເປົ້າໃສ່ຫ້ອງການຂອງທ່ານເຈົ້າແຂວງ ໃນເມືອງຄາວາຈາ ໂອມາຣີ ແລະກໍໂຈມ
ຕີໂຮງການເມືອງນຳດ້ວຍ.
ຜູ້ບັນຊາການຕຳຫຼວດປະຈຳແຂວງ ທ່ານ ໂມຮຳມັດ ຊາມານ ໄດ້ບອກກັບວີໂອເອ
ວ່າ ກຳລັງກອງໜຸນ ທີ່ເດີນທາງໄປຮອດທັນເວລາ ແລະການສະໜັບສະໜຸນທາງ
ອາກາດໄດ້ຊ່ວຍໃຫ້ ກຳລັງອັຟການິສຖານ ຂັບໄລ່ ພວກຕາລີບານ ທີ່ບຸກໂຈມຕີ
ອອກໄປຈາກຂົງເຂດໄດ້ ໃນຕອນເຊົ້າມືດ ຫຼັງຈາກ ທີ່ໄດ້ມີການປະທະກັນຢ່າງດຸ
ເດືອດນັ້ນ.
ເຈົ້າໜ້າທີ່ໃນເຂດທ້ອງຖິ່ນ ໄດ້ກ່າວວ່າ ໄດ້ປະທະກັນກັບພວກບຸກໂຈມຕີໄດ້ສັງຫານ
ກຸ່ມຕາລີບານ 27 ຄົນ. ພວກເຂົາເຈົ້າໄດ້ລະບຸວ່າ ເຈົ້າແຂວງທີ່ຖືກສັງຫານນັ້ນ ແມ່ນ
ທ່ານອາລີ ໂດສທ໌ ແຊມສ໌.
ໂຄສົກຂອງກຸ່ມຕາລີບານ ໄດ້ອອກມາອ້າງວ່າ ມີພວກເຈົ້າໜ້າທີ່ຕຳຫຼວດຂອງລັດຖະ
ບານໄດ້ຖືກສັງຫານ 20 ຄົນ ໃນການໂຈມຕີນີ້ ແລະຢືນຢັນວ່າ ມີແຕ່ພວກໂຈມຕີ 3 ຄົນ
ໄດ້ເສຍຊີວິດ.
ພວກກະບົດ ແມ່ນມັກກ່າວອ້າງວ່າ ມີຜູ້ເສຍຊີວິດຈຳນວນຫຼາຍກວ່າຄວາມເປັນຈິງ
ໃນການສູ້ລົບກັນ.
ແຕ່ສື່ມວນຊົນອັຟການິສຖານ ໄດ້ອ້າງຄຳເວົ້າຂອງແຫຼ່ງຂ່າວທີ່ບໍ່ລະບຸຊື່ ວ່າ ການໂຈມຕີ
ຂອງພວກກະບົດນີ້ ໄດ້ສັງຫານເຈົ້າໜ້າທີ່ຮັກສາຄວາມສະຫງົບຂອງລັດຖະບານ 15 ຄົນ
ຮວມທັງ ເຈົ້າໜ້າທີ່ຕຳຫຼວດໃນທ້ອງຖິ່ນ ແລະຫົວໜ້າຝ່າຍສືບລັບນຳ.
ເມືອງ ຄາວາຈາ ໂອມາຣີ ມາຈົນຮອດປັດຈຸບັນນີ້ ແມ່ນຖືວ່າ ເປັນເຂດທີ່ມີຄວາມປອດໄພ
ທີ່ສຸດ ໃນແຂວງທີ່ປະສົບກັບບັນຫານັ້ນ ຊຶ່ງຕັ້ງຢູ່ໃກ້ກັບເມືອງເອກຂອງແຂວງ ແລະກໍມີຊື່
ແບບດຽວກັນວ່າ ກາສນີ ນັ້ນ.
ເຈົ້າໜ້າທີ່ຂອງເເຂວງ ໄດ້ກ່າວວ່າ ກຸ່ມຕາລີບານ ໄດ້ໂຈມຕີ 2 ເມືອງ ໃນແຂວງກາສນີ
ໃນສັບປະດານີ້ ແຕ່ກໍບໍ່ສາມາດຍຶດເອົາເມືອງທັງສອງໄດ້ ຍ້ອນວ່າມີການຕອບໂຕ້ທີ່
ແຂງຂັນ ຈາກກອງກຳລັງອັຟການິສຖານ.