ລັດຖະບານໄຕ້ຫວັນ ໄດ້ເພີ້ມຄໍາເຕືອນຂອງຕົນກ່ຽວກັບການເດີນທາງໄປຈີນໃນວັນພະຫັດມື້ນີ້, ໂດຍບອກພົນລະເມືອງຂອງຕົນວ່າ ບໍ່ໃຫ້ໄປແຜ່ນດິນໃຫຍ່ແຫ່ງ ນີ້ ຈົນກວ່າຈະມີຄວາມຈຳເປັນຢ່າງແທ້ຈິງ, ລຸນຫຼັງມີການຂົ່ມຂູ່ຈາກປັກກິ່ງໃນອາທິດທີ່ຜ່ານມາ ເພື່ອດໍາເນີນການປະຫານຊີວິດຜູ້ “ມີຫົວຮຸນແຮງ” ທີ່ສະໜັບ ສະໜູນຄວາມເປັນເອກະລາດຂອງໄຕ້ຫວັນ”.
ທ່ານຫຼຽງ ເຫວິນ-ເຊັຍ (Liang Wen-chieh) ໂຄສົກຂອງສະພາແຜ່ນດິນໃຫຍ່ໄຕ້ຫວັນ ກ່າວຕໍ່ບັນດານັກຂ່າວວ່າ ການເພີ້ມການເຕືອນໄພຂຶ້ນສໍາລັບການເດີນທາງນັ້ນ ຍັງໄດ້ລວມເຖິງບັນດາຕົວເມືອງຕ່າງໆຂອງ ຮົງກົງ ແລະ ມາເກົ້າ ທີ່ຈີນເປັນຜູ້ປົກຄອງ.
ຈີນ, ຖືວ່າ ໄຕ້ຫວັນ ທີ່ປົກຄອງປະເທດເກາະແບບປະຊາທິປະໄຕແຫ່ງນີ້ວ່າ ເປັນດິນແດນຂອງຕົນເອງນັ້ນ, ບໍ່ໄດ້ມີຄວາມລັບ ກ່ຽວກັບການບໍ່ມັກປະທາ ນາທິບໍດີ ລາຍ ຊິງ-ເຕ, ທີ່ຈີນຖືວ່າເປັນ “ຜູ້ແບ່ງແຍກດິນແດນ,” ແລະ ໄດ້ດຳເນີນການຊ້ອມລົບເປັນເວລາ 2 ມື້ ຫຼັງຈາກທີ່ທ່ານເຂົ້າດໍາລົງຕຳແໜ່ງ ໃນເດືອນແລ້ວນີ້.
ໃນອາທິດທີ່ຜ່ານມາ, ກ່ຽວກັບການປະກາດແນວທາງກົດໝາຍໃໝ່ ຈີນໄດ້ຂົ່ມ ຂູ່ວ່າ ຈະປະຫານຊີວິດພວກແບ່ງແຍກດິນແດນໄຕ້ຫວັນເປັນເອກະລາດ ໃນ ກໍລະນີທີ່ຮ້າຍແຮງ, ເຊິ່ງເປັນການເພີ້ມທະວີຄວາມເຄັ່ງຕຶງຂຶ້ນຕື່ມ ອັນໄດ້ພາໃຫ້ ມີການກ່າວປະນາມຈາກ ທ່ານ ລາຍ ແລະຄະນະລັດຖະບານຂອງທ່ານ, ພ້ອມທັງ ສະຫະລັດ ນໍາອີກດ້ວຍ.
ທ່ານ ຫຼຽງ ກ່າວຢູ່ກອງປະຊຸມຖະແຫຼງຂ່າວໃນ ໄທເປ ວ່າ ແນວທາງດັ່ງກ່າວ ເຫຼົ່ານັ້ນເປັນການຂົ່ມຂູ່ທີ່ຮ້າຍແຮງຕໍ່ຄວາມປອດໄພຂອງປະຊາຊົນຊາວໄຕ້ຫວັນທີ່ມາຢ້ຽມຢາມຈີນ, ນອກຈາກນັ້ນ ກໍມີມາດຕະການອື່ນໆທີ່ຈີນໄດ້ປະຕິບັດເພື່ອເພີ້ມທະວີກົດໝາຍທາງດ້ານຄວາມໝັ້ນຄົງແຫ່ງຊາດຂອງຕົນ.
ທ່ານກ່າວວ່າ “ຖ້າມັນບໍ່ຈຳເປັນທີ່ຈະຕ້ອງໄປ, ກໍບໍ່ຕ້ອງໄປເລີຍ,” ໂດຍກ່າວຕື່ມ ວ່າ “ນີ້ບໍ່ແມ່ນການຫ້າມສໍາລັບການຢ້ຽມຢາມ ແຕ່ເປັນການປ້ອງກັນປະຊາຊົນ ໄຕ້ຫວັນ ແລະເປັນການເຕືອນພວກເຂົາເຈົ້າເຖິງຄວາມສ່ຽງ ແທນທີ່ຈະເປັນ “ມາດຕະການຕອບໂຕ້”.
ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ
Taiwan's government raised its travel warning for China on Thursday, telling its citizens not to go unless absolutely necessary, following a threat from Beijing last week to execute those deemed "diehard" Taiwan independence supporters.
Liang Wen-chieh, spokesperson for Taiwan's Mainland Affairs Council, told reporters the raised travel warning also applied to the Chinese-run cities of Hong Kong and Macau.
China, which views democratically governed Taiwan as its own territory, has made no secret of its dislike of President Lai Ching-te, whom it views as a "separatist", and staged two days of war games after he took office last month.
Last week, announcing new legal guidelines, China threatened to execute Taiwan independence separatists in extreme cases, a further ramping up of tensions that drew condemnation from Lai and his government, as well as the United States.
Liang, making the announcement at a regular news conference in Taipei, said those guidelines represented a serious threat to the safety of Taiwanese visiting China, in addition to other measures China has been taking to strengthen its national security laws.
"If it is not necessary to go, then don't," he said, adding this did not amount to a ban on visiting and was about protecting Taiwan's people and reminding them of the risk rather than being a "countermeasure".
ຟໍຣັມສະແດງຄວາມຄິດເຫັນ