ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກມການຊ້ອມລົບຂອງໄຕ້ຫວັນ ເພື່ອຈຳລອງການຊ້ອມໂຈມຕີຂັບໄລ່ ຕໍ່ການຝຶກຊ້ອມຂອງຈີນທີ່ອາດຫັນປ່ຽນເປັນການໂຈມຕີແທ້


ແຟ້ມພາບ - ພວກທະຫານເຂົ້າຮ່ວມໃນການຊ້ອມລົບທາງທະຫານປະຈຳປີ ທີ່ເອີ້ນວ່າ Han Kuang ທີ່ຈຳລອງປະຕະບັດການຕໍ່ຕ້ານທາງພາກພື້ນດິນຢູ່ໃກ້ໆແຄມຝັ່ງ ເມືອງໄທເປໃໝ່, ທາງພາກເໜືອຂອງ ໄຕ້ຫວັນ, ວັນທີ 27 ກໍລະກົດ 2023.
ແຟ້ມພາບ - ພວກທະຫານເຂົ້າຮ່ວມໃນການຊ້ອມລົບທາງທະຫານປະຈຳປີ ທີ່ເອີ້ນວ່າ Han Kuang ທີ່ຈຳລອງປະຕະບັດການຕໍ່ຕ້ານທາງພາກພື້ນດິນຢູ່ໃກ້ໆແຄມຝັ່ງ ເມືອງໄທເປໃໝ່, ທາງພາກເໜືອຂອງ ໄຕ້ຫວັນ, ວັນທີ 27 ກໍລະກົດ 2023.

ການຊ້ອມລົບປະຈຳປີຂອງໄຕ້ຫວັນ ໃນປີນີ້ຈະເປັນການຊ້ອມໃນເຂດ “ສັງ ຫານ” ຕ່າງໆຢູູ່ທະເລເພື່ອທັບມ້າງການກີດຂວາງ ແລະ ຈຳ​ລອງສະຖານະ ການທີ່ ຈີນ ຫັນປ່ຽນນຶ່ງໃນການຊ້ອມລົບປົກກະຕິຂອງຕົນຢູ່ອ້ອມຮອບເກາະ ດັ່ງກ່າວນັ້ນມາເປັນການໂຈມຕີແທ້ຈິງໃນທັນທີທັນໃດ ກະຊວງປ້ອງກັນປະເທດ ໄດ້ກ່າວໃນວັນອັງຄານມື້ນີ້.

ຈີນ ຊຶ່ງພິ​ຈາ​ລະ​ນາ ໄຕ້​ຫວັນ ທີ່ປົກຄອງຕົນ​ເອງແບບປະຊາທິປະໄຕຂອງ ຄືດິນແດນຂອງຕົນນັ້ນ, ໄດ້ດຳເນີນການຊ້ອມລົບຕາມປົກກະຕິຢູ່ອ້ອມຮອບ ເກາະແຫ່ງນີ້ມາເປັນເວລາສີ່ປີຜ່ານມາ ເພື່ອກົດດັນໃຫ້ ໄທເປ ຮັບເອົາການອ້າງ ເອົາອະທິປະໄຕຂອງປັກກິ່ງ ເຖິງແມ່ນວ່າໄດ້ປະຕິເສດຕໍ່ຂໍ້ອ້າງນັ້ນຢ່າງແຂງ ຂັນກໍຕາມ.

ໄຕ້ຫວັນ ເລີ້ມຕົ້ນການຊ້ອມລົບປະຈຳປີຫຼັກຂອງຕົນທີ່ເອີ້ນວ່າ ຮານ ກວາງ ໃນເດືອນນີ້ ດ້ວຍການຊ້ອມໃນສະຖານະການສຸກເສີນ ທີ່ຂະຫຍາຍເວລາຈາກ ຫ້າມື້ ມາເປັນແປດມື້ ເມື່ອພິຈາລະນາສະຖານະການຈຳນວນນຶ່ງທີ່ຈະຖືກລວມ ເຂົ້າ ເຊິ່ງຕິດຕາມມາດ້ວຍການຊ້ອມລົບແທ້ຈິງໃນເດືອນກໍລະກົດ ກະຊວງປ້ອງ ກັນປະເທດກ່າວ.

ທ່ານ ຕຸງ ຈີ-ຊິງ (Tung Chih-hsing) ​ຫົວໜ້າກົມວາງແຜນການສູ້ລົບຮ່ວມ ຂອງກະຊວງປ້ອງກັນປະເທດ ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າການ ຊ້ອມລົບນັ້ນ ຈະເປັນການຝຶກຊ້ອມວິທີທີ່ຈະຮັບມືຕໍ່ການຊ້ອມລົບຂອງ ຈີນ ທີ່ກາຍມາເປັນການໂຈມຕີຢ່າງກະທັນຫັນ ອັນເປັນສິ່ງທີ່ບັນດາຜູ້ວາງແຜນຂອງ ກອງທັບໄດ້ເລີ້ມວິຕົກກັງວົນກ່ຽວກັບເລື້ອງນີ້ ເມື່ອຄຳນຶງເຖິງຄວາມປົກກະຕິ ຂອງການຊ້ອມລົບທັງຫຼາຍນັ້ນ.

ທ່ານຕຸງ ກ່າວວ່າ ເຫຼົ່າທັບຕ່າງໆຈະສາມາດປະສານງານກັນໃນການຮັບມື ຕໍ່ການກີດຂວາງຂອງ ຈີນ ຈະເປັນຈຸດເພັ່ງເລັງອີກອັນນຶ່ງ.

ທ່ານກ່າວຕື່ມວ່າການຊ້ອມລົບທັງຫຼາຍຈະເອົາ ກອງທັບເຮືອ, ກອງທັບອາກາດ ແລະໜ່ວຍຍາມຝັ່ງ, ອາວຸດຕໍ່ຕ້ານກຳປັ່ນຢູ່ແຄມຝັ່ງ ແລະ ພວກເຮືອບິນບໍ່ມີຄົນ ຂັບ ຫຼື ໂດຣນ ເພື່ອຈັດຕັ້ງ “ຕ່ອງໂສ້ໃນການໂຈມຕີ ແລະສັງຫານ” ທາງທະ ເລ.

Taiwan's annual war games this year will practice "kill" zones at sea to break a blockade and simulate a scenario where China suddenly turns one of its regular drills around the island into an actual attack, the defense ministry said on Tuesday.

China, which views democratically governed Taiwan as its territory, has been staging regular exercises around the island for the past four years, to pressure Taipei to accept Beijing's claim of sovereignty, despite Taiwan's strong objections.

Taiwan starts its main annual Han Kuang exercises this month with tabletop drills, extended from a more usual five days to eight given the number of scenarios to be included, followed in July by actual combat exercises, the ministry said.

Tung Chih-hsing, head of the ministry's joint combat planning department, told a news briefing the drills would practice how to speedily respond to one of China's drills suddenly turning into an attack, something military planners have begun to worry about, considering their regularity.

How different branches of the armed forces can mount a coordinated response to a Chinese blockade will be another focus, Tung said.

The drills will integrate naval, air and coast guard forces, shore-mounted anti-ship weapons and drones to establish a maritime "attack and kill chain," he added.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG