ໄດ້ເກີດແຜ່ນດິນໄຫວພະລັງແຮງຢູ່ນອກຝັ່ງທະເລກໍ້າຕາເວັນອອກຂອງໄຕ້ຫວັນ ແຕ່
ກໍບໍ່ມີລາຍງານກ່ຽວກັບການບາດເຈັບແຕ່ຢ່າງໃດ.
ກົມສໍາຫລວດທໍລະນີວິທະຍາຂອງສະຫະລັດ ກ່າວວ່າ ແຜ່ນດິນໄຫວທີ່ມີຄວາມແຮງ
6.0 ຣິກເຕີ ເກີດຂຶ້ນໃນເຊົ້າວັນອາທິດມື້ນີ້ ຢູ່ປະມານ 50 ກິໂລແມັດ ຫ່າງຈາກເມືອງ
Su-ao ໄປທາງທິດຕາເວັນອອກ.
ໃນວັນພຸດທີ່ຜ່ານມາ ແຜ່ນດິນໄຫວທີ່ມີຄວາມແຮງປະມານ 5.7 ຣິກເຕີ ກໍໄດ້ປະທະ ພາກຕາເວັນອອກຂອງໃຕ້ຫວັນ.
ມັກເກີດແຜ່ນດິນໄຫວຢູ່ໄຕ້ຫວັນເລື້ອຍໆ ແຕ່ສ່ວນຫລາຍແມ່ນເປັນແຜ່ນດິນໄຫວ ຂະໜາດນ້ອຍ ຊຶ່ງພາໃຫ້ມີການເສຍຫາຍພຽງເລັກນ້ອຍ ຫລືບໍ່ເສຍຫາຍເລີຍ.
ແຕ່ວ່າ ແຜ່ນດິນໄຫວທີ່ມີຄວາມແຮງ 7.6 ຣິກເຕີ ຢູ່ໃຈກາງຂອງໄຕ້ຫວັນໃນປີ 1999
ໄດ້ເຮັດໃຫ້ຫລາຍກວ່າ 2 ພັນຄົນເສຍຊີວິດ.