ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ໄຕ້​ຫວັນ ປັບ​ປຸ​ງ​ຄຳ​ເວົ້າ ກ່ຽວ​ກັບ ສາຍ​ພົວ​ພັນຂ້າມ​ຊ່ອງ​ແຄບ


ທຸງ​ຊາດ ໄຕ້​ຫວັນ ຢູ່​ໃກ້​ຕຶກ ໄທ​ເປ 101 ຢູ່​ຫໍ​ລະ​ນຶກ​ເຖິງ ດ​ຣ. ຊຸນ ຢັດ-ເຊັນ ໃນ​ນະ​ຄອນຫຼວງ ໄທ​ເປ, ໄຕ້​ຫວັນ, 7 ພຶດ​ສະ​ພາ 2023.
ທຸງ​ຊາດ ໄຕ້​ຫວັນ ຢູ່​ໃກ້​ຕຶກ ໄທ​ເປ 101 ຢູ່​ຫໍ​ລະ​ນຶກ​ເຖິງ ດ​ຣ. ຊຸນ ຢັດ-ເຊັນ ໃນ​ນະ​ຄອນຫຼວງ ໄທ​ເປ, ໄຕ້​ຫວັນ, 7 ພຶດ​ສະ​ພາ 2023.

ບໍ່​ເທົ່າ​ໃດອາ​ທິດ​ກ່ອນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ແລະ ສະ​ພາ​ນິ​ຕິ​ບັນ​ຍັດ​ຂອງ ໄຕ້​ຫວັນ ໃນ​ວັນ​ທີ 13 ມັງ​ກອນ, ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ສາມ​ຄົນ​ຄື, ທ່ານ ຮູ ຢູ-ອີ, ທ່ານ ລາຍ ຊິງ-ເຕ ແລະ ທ່ານ ໂຄ ເວັນ-ເຈ, ໄດ້​ເພີ່ມ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ປັບ​ປຸງ​ຄຳ​ເວົ້າ ກ່ຽວ​ກັບ ສາຍ​ພົວ​ພັນ​ຂ້າມ​ຊ່ອງ​ແຄບ, ເຊິ່ງ​ເປັນ​ບັນ​ຫາ​ທີ່​ຄອບ​ງຳ​ການ​ເມືອງ​ຂອງ ໄຕ້​ຫວັນ.

ໂດຍບໍ່​ມີ​ຄວາມ​ແຕກ​ຕ່າງ​ທີ່​ສຳ​ຄັນໃນ​ນະ​ໂຍ​ບາຍ​ຂ້າມ​ຊ່ອງ​ແຄບ​ຂອງ​ເຂົາ​ເຈົ້າ, ເຊິ່ງ​ຮັບ​ຮອງ​ການ​ຮັກ​ສາ​ສະ​ຖາ​ນະ​ທົ່ວ​ຊ່ອງ​ແຄບ​ ໄຕ້​ຫວັນ ນັ້ນ, ນັກ​ວິ​ເຄາະ​ບາງ​ຄົນ​ເວົ້າ​ວ່າ​ ວິ​ທີ​ດຽວ​ທີ່​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ແຕກ​ຕ່າງ​ຈາກ​ຄົນ​ອື່ນໄດ້ ​ແມ່ນ​ການ​ກ່າວ​ອ້າງວ່າ ​ເປັນ​ຜູ້​ລົງ​ແຂ່ງ​ຂັນ​ພຽງ​ຄົນ​ດຽວ​ທີ່​ສາ​ມາດ​ເລີ່ມ​ຕົ້ນ​ການ​ສົນ​ທະ​ນາ​ຂ້າມ​ຊ່ອງ​ແຄບ​ຄືນ.

ທ່ານ ເຢັນ ເຫວີຍ-ຕິງ, ນັກ​ຊ່ຽວ​ຊານ ກ່ຽວ​ກັບ ນະ​ໂຍ​ບາຍ​ ໄຕ້​ຫວັນ ຢູ່​ວິ​ທະ​ຍາ​ໄລ ແຟ​ຣັງ​ລິນ ແລະ ມາ​ຊອ​ລ໌, ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ທາງ​ໂທ​ລະ​ສັບ​ວ່າ ທັດ​ສະ​ນະ​ຄະ​ຕິ​ຂອງ ປັກ​ກິ່ງ “ແມ່ນ​ສາ​ເຫດ​ທີ່​ເຮັ​ດ​ໃຫ້​ມີ​ຄວາມ​ແຕກ​ແຍກ” ໃນ​ການ​ພິ​ຈາ​ລະ​ນາ​ວ່າ ​ຜູ້​ລົງ​ແຂ່ງ​ຂັນ​ຄົນ​ໃດຈະ​ສາ​ມາດ​ໃຫ້​ຄຳ​ສັນ​ຍາ​ທີ່​ຈະ​ສືບ​ຕໍ່​ການ​ສົນ​ທະ​ນາ​ກັບ ຈີນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG