ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີໄຕ້ຫວັນກ່າວວ່າ ການປາບປາມຢູ່ຈັດຕຸລັດທຽນອັນເໝິນ ຈະບໍ່ຖືກລືມ


ແຟ້ມຮູບ-ທຽນທີ່ຖືກໄຕ້ຂຶ້ນຢ່າງລະມັດລະວັງ ສໍາລັບຜູ້ເຄາະຮ້າຍຈາກການປາບປາມຂອງລັດຖະບານຈີນເມື່ອ 30 ປີກ່ອນ ກ່ຽວກັບການປະທ້ວງຢູ່ຈັດຕຸລັດທຽນອັນເໝິນໃນນະຄອນຫຼວງປັກກິ່ງ ທີ່ຈັດຂຶ້ນຢູ່ບໍລິເວນສວນສາທາລະນະແຫ່ງໄຊຊະນະໃນຮົງກົງ, ວັນທີ 4 ມິຖຸນາ 2019.
ແຟ້ມຮູບ-ທຽນທີ່ຖືກໄຕ້ຂຶ້ນຢ່າງລະມັດລະວັງ ສໍາລັບຜູ້ເຄາະຮ້າຍຈາກການປາບປາມຂອງລັດຖະບານຈີນເມື່ອ 30 ປີກ່ອນ ກ່ຽວກັບການປະທ້ວງຢູ່ຈັດຕຸລັດທຽນອັນເໝິນໃນນະຄອນຫຼວງປັກກິ່ງ ທີ່ຈັດຂຶ້ນຢູ່ບໍລິເວນສວນສາທາລະນະແຫ່ງໄຊຊະນະໃນຮົງກົງ, ວັນທີ 4 ມິຖຸນາ 2019.

ປະທານນາທິບໍດີ​ໄຕ້​ຫວັນ ທ່ານ ລາຍ ​ຊິງ​-ເຕ ກ່າວ​ໃນ​ວັນອັງຄານມື້​ນີ້​ວ່າ ທ່ານ​ຈະດໍາເນີນຄວາມ​ພະຍາຍາມ​ຢ່າງ​ໜັກ​ ເພື່ອ​ເຮັດ​ໃຫ້​ມີຄວາມ​ຊົງ​ຈຳ​ທາງ​ປະຫວັດສາດຕະຫຼອດ​ໄປ ​ແລະຈະເຂົ້າ​ເຖິງ​ທຸກໆ​ຄົນ​ທີ່​ມີ​ຄວາມ​ເປັນຫ່ວງ​ຕໍ່​ປະຊາທິປະ​ໄຕ​ຂອງ​ຈີນ ​ໃນ​ວັນ​ຄົບຮອບ 35 ປີ​ຂອງ​ການ​ປາບ​ປາມ​ຢູ່ຈັດຈຸລັດ​ທຽນ​ອັນ​ເໝິນ​ ຂອງ​ນະຄອນຫຼວງ​ປັກ​ກິ່ງ​, ອີງຕາມລາຍງານຂອງອົງການຂ່າວ Reuters.

ເຫດການທີ່ເກີດຂຶ້ນ​ຢູ່ບໍລິເວນ ​ແລະ​ອ້ອມ​ຮອບ​ໃຈກາງ​ນະຄອນຫຼວງ​ປັກ​ກິ່ງ​ຂອງວັນ​ທີ 4 ມິຖຸນາ​ປີ 1989, ​ໃນເວລາທີ່​ກອງທະຫານຂອງ​ຈີນ​ໄດ້​ຍິງ​ປືນ​ໃສ່ຜູ້ຊຸມນຸມ​ ເພື່ອ​ຍຸຕິ​ການ​ປະ​ທ້ວງ​ສະໜັບສະໜູນ​ປະຊາທິປະ​ໄຕ​ທີ່​ນຳພາ​ໂດຍ​ນັກ​ສຶກສາ, ​ເຊິ່ງແມ່ນຂໍ້​ຫ້າມ​ໃນ​ຈີນ, ​ແລະ​ວັນ​ຄົບຮອບ ກໍ​ບໍ່​ມີ​ການ​ກ່າວ​ເຖິງຢູ່ໃນ ສະຖານທີ່​ສາທາລະນະເລີຍ.

ໃນປັດຈຸບັນ, ການ​ຈັດພິທີລະລຶກເຖິງ ​ມີ​ຂຶ້ນ​ຢູ່​ເມືອງ​ຕ່າງໆ​ໃນ​ຕ່າງປະ​ເທດ ​ລວມທັງ​ນະຄອນຫຼວງ​ໄທ​ເປ ເຊິ່ງເປັນບ່ອນ​ທີ່​ຜູ້ນຳ​ລັດຖະບານ​ອາວຸໂສ​ຂອງໄຕ້​ຫວັນ ໃນບາງຄັ້ງກໍນໍາ​ໃຊ້​ວັນ​ຄົບຮອບດັ່ງກ່າວນີ້ໃນການວິຈານ​ຈີນ ​ແລະ​ຮຽກຮ້ອງໃຫ້ພວກເຂົາຈົ່ງ​ຍອມ​ຮັບ​ສິ່ງ​ທີ່​ພວກເຂົາ​ໄດ້​ກະທໍາ.

ທ່ານ ​ລາຍ ກ່າວໃນຂໍ້ຄວາມທີ່​ໂພສລົງເຟ​ສ​ບຸກ​ວ່າ ​ມັນ​ເປັນ​ສິ່ງ​ສໍາ​ຄັນ​ທີ່​ຈະ​ຕອບ​ໂຕ້​ລັດ​ທິ​ຜະເດັດການດ້ວຍສິດ​ເສລີ​ພາບ​ ແລະກ່າວຕື່ມ​ວ່າ ​ຄວາມ​ຊົງ​ຈໍາ​ຂອງ​ວັນ​ທີ 4 ມິ​ຖຸ​ນາ ​ຈະ​ບໍ່ສາບສູນໄປ.

ທ່ານ ລາຍ ຂຽນວ່າ “ສິ່ງນີ້ເຕືອນພວກເຮົາວ່າ ປະຊາທິປະໄຕ ແລະເສລີພາບ ບໍ່ໄດ້ມາແບບງ່າຍໆ, ພວກເຮົາຕ້ອງສ້າງຄວາມເປັນເອກະພາບກັນດ້ວຍປະຊາທິ ປະໄຕ ແລະຕອບໂຕ້ຕໍ່ລັດທິຜະເດັດການດ້ວຍເສລີພາບ.”

ຈີນ ຕອບໂຕ້ດ້ວຍຄວາມຄຽດຊັງ ແລະຮ້ອງ ທ່ານ ລາຍ ເປັນ “ຜູ້ແບ່ງແຍກ ດິນແດນ” ວ່າ “ຄວາມຊົງຈຳຂອງວັນທີ 4 ມິຖຸນາຈະບໍ່ຫາຍໄປໃນກະແສທາ ງປະຫວັດສາດ. ພວກເຮົາຈະສືບຕໍ່ດໍາເນີນງານຢ່າງໜັກແໜ້ນ ເພື່ອເຮັດໃຫ້ ຄວາມຊົງຈຳທາງປະຫວັດສາດດັ່ງກ່າວນີ້ຍັງຄົງຢູ່ຕະຫຼອດໄປ ແລະສົ່ງເສີມ ທຸກໆຄົນທີ່ເປັນຫ່ວງຕໍ່ປະຊາທິປະໄຕຂອງຈີນ.”

ໃນເດືອນແລ້ວນີ້ ຈີນ ໄດ້ດຳເນີນການຊ້ອມ​ລົບຢູ່ບໍລິເວນອ້ອມຮອບ ໄຕ້ຫວັນ ໃນອັນທີ່ຕົນກ່າວວ່າ ເປັນ “ການລົງໂທດ” ຕໍ່ລັດທິການແບ່ງແຍກດິນແດນຂອງ ທ່ານ ລາຍ.

make historical memory last forever and reach out to everyone who cares about Chinese democracy, on the 35th anniversary of the 1989 Tiananmen Square crackdown in Beijing.

The events on and around the central Beijing square on June 4, 1989, when Chinese troops opened fire to end the student-led pro-democracy demonstrations, are a taboo topic in China and the anniversary is not marked or publicly discussed.

Public commemorations now take place in overseas cities including Taipei where senior Taiwan government leaders sometimes use the anniversary to criticise China and urge it to face up to what it did.

Lai said in a post on Facebook that it is important to respond to authoritarianism with freedom and that the memory of June 4th will not disappear.

"This reminds us that democracy and freedom do not come easily and that we must build consensus with democracy and responds to authoritarianism with freedom," Lai wrote.

"The memory of June 4th will not disappear in the torrent of history. We will continue to work hard to make this historical memory last forever and move everyone who cares about Chinese democracy."

China detests Lai and calls him a "separatist".

Last month China carried out war games around Taiwan in what it said was "punishment" for Lai's separatism.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG