ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຕ້ຫວັນ ກະກຽມການເລືອກຕັ້ງ ທີ່ມີຄວາມຂັດແຍ້ງກັນ


ຮ້ານຂາຍເຄື່ອງແຄມທາງ ຂາຍທຸງ ແລະ ໝວກ ເພື່ອການໂຄສະນາໂຮມຊຸມນຸມ ຂອງພັກຝ່າຍຄ້ານ ກົກມິນຕັງ (KMT) ໃນເມືອງກາວ​ຊຸງ (Kaohsiung), ວັນທີ 7 ມັງກອນ 2024, ນຶ່ງອາທິດກ່ອນການເລືອກຕັ້ງປະທານາທິບໍດີ.
ຮ້ານຂາຍເຄື່ອງແຄມທາງ ຂາຍທຸງ ແລະ ໝວກ ເພື່ອການໂຄສະນາໂຮມຊຸມນຸມ ຂອງພັກຝ່າຍຄ້ານ ກົກມິນຕັງ (KMT) ໃນເມືອງກາວ​ຊຸງ (Kaohsiung), ວັນທີ 7 ມັງກອນ 2024, ນຶ່ງອາທິດກ່ອນການເລືອກຕັ້ງປະທານາທິບໍດີ.

ໄຕ້​ຫວັນ​ ຈະ​ຈັດ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ​ແລະສະພາ​ນິ​ຕິ​ບັນ​ຍັດ​ທີ່​ມີ​ຄວາມ​ຂັດ​ແຍ້ງ​ກັນນັ້ນ ​ໃນ​ວັນ​ທີ 13 ມັງ​ກອນ​ນີ້, ໂດຍ​ຄາດ​ວ່າ ຈະມີ​ຜູ້​ເລືອກຕັ້ງຊາວ​ໄຕ້​ຫວັນ​ຫຼາຍ​ລ້ານ​ຄົນ​ ໄປລົງ​ຄະ​ແນນ​ສຽງ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່​ເພື່ອ​ນຳ​ພາເກາະ​ປະ​ຊາ​ທິ​ປະ​ໄຕ​ແຫ່ງນີ້ ​ທ່າມ​ກາງ​ຄວາມ​ເຄັ່ງ​ຕຶງໃນ​ບໍ​ລິ​ເວນ​ຂ້າມ​ຊ່ອງ​ແຄບ​ໄຕ້​ຫວັນ.

ນັກວິ​ເຄາະ​ຈໍານວນນຶ່ງ​ກ່າວ​ວ່າ ຜົນ​ການ​ເລືອກ​ຕັ້ງ​ອາດ​ຈະ​ສົ່ງ​ຜົນ​ກະທົບ​ທີ່ສໍາຄັນ​ຕໍ່​ທິດ​ທາງ​ຂອງ​ໄຕ້​ຫວັນ​ໃນອີກ​ 4 ​ປີ​ຂ້າງ​ໜ້າ ​ແລະຄວາມ​ສຳ​ພັນ​ລະຫວ່າງ ​ຈີນ ​ກັບ​ ໄຕ້​ຫວັນ.

ທ່ານເລັບວ໌ ນາຈແມນ (Lev Nachman), ນັກ​ລັດ​ຖະ​ສາດການເມືອງ ຈາກມະຫາວິທະຍາໄລແຫ່ງຊາດເຊັງຊີ (Chengchi) ໃນໄຕ້ຫວັນ ກ່າວຕໍ່ VOA ຜ່ານທາງໂທລະສັບວ່າ "ມັນອາດຈະເປັນເລື່ອງທີ່ພວກເຮົາຈະມີຄວາມເຄັ່ງຕຶງໃນລະດັບດຽວກັນນີ້ໃນທົ່ວຊ່ອງແຄບໄຕ້ຫວັນຫຼືບໍ່ ຫຼື ຖ້າພວກເຮົາເຫັນການເລີ້ມຕົ້ນສາຍພົວພັນຂ້າມຊ່ອງແຄບໄຕ້ຫວັນຄືນໃໝ່."

​ໃນ​ທັດສະນະ​ຂອງ​ທ່ານ​ແລ້ວ, ຖ້າ​ພັກ​ປະຊາທິປະ​ໄຕກ້າວໜ້າ ຫຼື DPP ​ໄດ້ຮັບ​ໄຊຊະນະ​ເປັນ​ສະ​ໄໝ​ທີ 3 ຕິດຕໍ່ກັນ, ຄວາມ​ເຄັ່ງ​ຕຶງ​ຂ້າມ​ຊ່ອງ​ແຄບ​ຈະ​ຍັງ​ຄົງມີລັກສະນະທີ່​ສູງຢູ່. ​ແລະ​ ຖ້າ​ພັກ​ ກົກມິນຕັງ ຫຼື KMT ທີ່ເປັນ​ມິດ​ກັບ​ຈີນ​ ກັບ​ຄືນກຳ​ອຳນາດ​ເປັນຄັ້ງທໍາອິດນັບ​ແຕ່​ປີ 2016 ເປັນຕົ້ນມາ, ຄວາມ​ເຄັ່ງ​ຕຶງ​ຂ້າມຊ່ອງ​ແຄບ​ໄຕ້​ຫວັນ​ ອາດ​ຈະ​ຫຼຸດ​ລົງ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG