ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄຕ້ຫວັນ ວາງແຜນວ່າຈະຝຶກຊ້ອມປະຕິບັດການ ສັນຕິພາບໃນທະເລຈີນໃຕ້


ພາບຈາກເຮືອບິນທະຫານ ທີ່ນຳພາບັນດານັກຂ່າວສາກົນ ບິນຜ່ານເກາະ ໄຕປິງ ທີ່ຖືກຄວບຄຸມໂດຍ ໄຕ້ຫວັນ, ຮູ້ຈັກກັນໃນອີກຊື່ໜຶ່ງວ່າ Itu Aba, ໃນໝູ່ເກາະ Spratly.
ພາບຈາກເຮືອບິນທະຫານ ທີ່ນຳພາບັນດານັກຂ່າວສາກົນ ບິນຜ່ານເກາະ ໄຕປິງ ທີ່ຖືກຄວບຄຸມໂດຍ ໄຕ້ຫວັນ, ຮູ້ຈັກກັນໃນອີກຊື່ໜຶ່ງວ່າ Itu Aba, ໃນໝູ່ເກາະ Spratly.

ໄຕ້ຫວັນ ແມ່ນກຳລັງວາງແຜນການຝຶກຊ້ອມທາງທະຫານທີ່ບໍ່ຄ່ອຍເກີດຂຶ້ນ ໃນທະເລຈີນ ໃຕ້ທີ່ມີການຂັດແຍ້ງກັນ ເພື່ອສະແດງໃຫ້ຄູ່ແຂ່ງ ແລະ ບັນດາປະເທດມະຫາອຳນາດໂລກ ທີ່ສຳຄັນໄດ້ເຫັນວ່າ ພວກເຂົາເຈົ້າຢາກຈະບັນເທົາຄວາມຂັດແຍ້ງ 6 ຝ່າຍທີ່ເນົ່າເໝັນ ແທນທີ່ຈະເຮັດໃຫ້ມັນລຸກເປັນໄຟຫຼາຍກວ່າ.

ເຈົ້າໜ້າທີ່ປ້ອງກັນຊາຍຝັ່ງ ແລະ ທາງນ້ຳ ຈະຈັດການຝຶກຊ້ອມຄົ້ນຫາ ແລະ ຊ່ວຍເຫຼືອໃກ້ ກັບເກາະ ໄຕປິງ, ເຊິ່ງເປັນເກາະທີ່ ໄຕ້ຫວັນ ອ້າງກຳມະສິດ ແລະ ຮູ້ຈັກໃນອີກຊື່ໜຶ່ງວ່າ Itu Aba. ພວກເຂົາເຈົ້າຈະຝຶກຊ້ອມການຊ່ວຍເຫຼືອ, ຕົວຢ່າງ, ຜູ້ແລ່ນເຮືອຖືກພັດໂດຍພາ ຍຸ ແລະ ຕ້ອງການບ່ອນຫຼົບລີ້. ການຝຶກຊ້ອມໃນໝູູ່ເກາະ Spratly ໄດ້ເຮັດໃຫ້ຄວາມພະ ຍາຍາມຂອງ ໄຕ້ຫວັນ ມີຄວາມກ້າວໜ້ານັບຕັ້ງແຕ່ປີ 2005 ດັ່ງກັບຜູ້ປົກປ້ອງດ້ານມະນຸດ ສະທຳ ໃນສູນກາງເຂດທີ່ມີບັນຫາຂັດແຍ້ງ ກ່ຽວກັບ ວິທີທີ່ຈະປັບການຂະຫຍາຍພື້ນທີ່ ຢ່າງວ່ອງໄວຂອງ ຈີນ ໃຫ້ເໝາະສົມ.

ທ່ານ Jonathan Sprangler, ຜູ້ອຳນວຍການຄະນະວິໄຈທະເລຈີນໃຕ້ ທີ່ມີຫ້ອງການຕັ້ງ ຢູ່ນະຄອນ ໄທເປ ໄດ້ກ່າວວ່າ “ໄຕ້ຫວັນ ໄດ້ພະຍາຍາມທີ່ຈະກໍ່ຕັ້ງຕົນ ດັ່ງກັບຜູ້ຮັກສາ ສັນຕິພາບຂອງພາກພື້ນໃນຄວາມຂັດແຍ້ງທະເລຈີນໃຕ້ ມາດົນນານແລ້ວ. ການປະຕິ ບັດການດ້ານມະນຸດສະທຳ ແລະ ການຄົ້ນຫາ ແລະ ການຊ່ວຍເຫຼືອໃກ້ເກາະ Itu Aba ຈະເປັນບາດກ້າວຕໍ່ໄປຢ່າງມີເຫດຜົນ ໃນການສະໜັບສະໜູນ ຖ້ອຍຄຳທາງການເມືອງ ປະກອບການກະທຳນັ້ນ.”

ແຜນທີ່ການອ້າງເອົາເຂດແດນ ໃນທະເລຈີນໃຕ້.
ແຜນທີ່ການອ້າງເອົາເຂດແດນ ໃນທະເລຈີນໃຕ້.

ໄຕ້ຫວັນ ໄດ້ອ້າງເອົາເກືອບທັງໝົດ 3 ລ້ານ 5 ແສນຕາກິໂລແມັດຂອງທະເລເຂດຮ້ອນ ທີ່ຂະຫຍາຍຈາກຊາຍຝັ່ງພາກໃຕ້ຂອງພວກເຂົາເຈົ້າຫາປະເທດ ສິງກະໂປ. ຈີນ ກໍໄດ້ອ້າງ ເອົາໃນສິ່ງດຽວກັນ ແລະ ນັບຕັ້ງແຕ່ປີ 2010 ເປັນຕົ້ນມາພວກເຂົາເຈົ້າໄດ້ສ້າງເກາະທຽມ ຂຶ້ນມາຈົນເຖິງປະຈຸບັນນີ້ ຄາດວ່າມີເນຶ້ື້ອທີ່ປະມານ 1,294 ເຮັກຕາ ແລະ ໄດ້ຈັດຕັ້ງກຳລັງ ທະຫານໃນມະຫາສະໝຸດທີ່ ອຸດົມສົມບູນໄປດ້ວຍປາ ແລະ ອາດມີບໍ່ນ້ຳມັນຟອສຊິລ ດ້ວຍ.

ການເຄື່ອນໄຫວຂອງ ຈີນ ໄດ້ສ້າງຄວາມເປັນຫ່ວງໃຫ້ກັບບັນດາປະເທດທີ່ອ້າງເອົາກຳມະ ສິດທີ່ນ້ອຍກວ່າເຊັ່ນ, ບຣູໄນ, ມາເລເຊຍ, ຟີລິບປິນ ແລະ ຫວຽດນາມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG