ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ໄຕ້​ຫວັນ​ ຮ້ອງການ​ປິ​ດ​ເມືອງ ​ຂອງ​ຈີນ​ວ່າ "ໂຫດ​ຮ້າຍ" ​ໂດຍກ່າວ​ວ່າ ຕົນ​ຈະ​ບໍ່​ເອົາບາດ​ກ້າວ​ແບບນັ້ນ


ຄົນ​ພາ​ກັນ​ໃສ່​ໜ້າ​ກາກເພື່ອ​ປ້ອງ​ກັນ​ໄວ​ຣັ​ສ​ໂຄ​ໂຣ​ນາ ​ຍ່າງຢູ່​ຕະ​ຫລາດໃນ​ເມືອງ​ກິ​ລຸງ ໄຕ້​ຫວັນ ວ​ັນ​ທີ 28 ເມ​ສາ 2022.
ຄົນ​ພາ​ກັນ​ໃສ່​ໜ້າ​ກາກເພື່ອ​ປ້ອງ​ກັນ​ໄວ​ຣັ​ສ​ໂຄ​ໂຣ​ນາ ​ຍ່າງຢູ່​ຕະ​ຫລາດໃນ​ເມືອງ​ກິ​ລຸງ ໄຕ້​ຫວັນ ວ​ັນ​ທີ 28 ເມ​ສາ 2022.

ການ​ປິ​ດ​ເມືອງ​ຂອງ​ຈີນ ເພື່ອ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ ຂອງ​ໂຄວິດ-19 ເປັນ​ເລື້ອງ​ທີ່​ໂຫດ​ຮ້າຍ ແລະ​ໄຕ້​ຫວັນ
​ຈະ​ບໍ່​ປ​ະ​ຕິ​ບັດ​ຕ​າມ ນັ້ນ​ຄື​ຄຳ​ເວົ້າ​ຂອງນາ​ຍົກ​ລັດ​ຖະ​ມົນ​ຕີ ​ຊູ ເຊັງ-​ຈັງ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານ​ນີ້ ​ອິງ​ຕາມ​ລາຍ​ງານ​ອົງ​ການ​ຂ່າວ​ຣອຍ​ເຕີ.

​ໃນ​ການ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຢູ່​ຊາຍ​ແດນ​ຢ່າງ​ເຄັ່ງ​ຄັດ ແລະ​ການ​ກັກ​ໂຕ​ຢູ່​ໃນ​ບ້​ານ​ເຮືອນ ໄຕ້​ຫວັນ​ໄດ້​ຮັບ​ມື
​ກັບການ​ຕິດ​ແປດທີ່ເພີ້​ມ​ຂຶ້ນ​ຢູ່​ໃນ​ປະ​ເທດ ນັບ​ແຕ່ເລີ້ມ​ຕົ້ນປີ​ນີ້ມາ ຊຶ່ງ​ມີ​ຈຳ​ນວນຕິດ​ແປດ​ປະ​ມານ 75,000 ​ຄົນ
ຈາກ​ສາຍ​ພັນ​ໂອ​ໄມ​ຄ​ຣອນ.

​ແຕ່​ວ່າ ມີ​ຫລາຍກວ່າ 99 ເປີ​ເຊັນຂອງ​ບັນ​ດາ​ຜູ້ມີ​ອາ​ການ​ບໍ່​ຮ້າຍ​ແຮງຫລື​ບໍ່​ຮູ້​ສຶກ​ໂຕ​ເລີຍ​ນັ້ນ ເທົ່​າ​ທີ່​ຜ່ານ​ມາໄດ້​ມີກ​ານ​ເສຍຊີ​ວິດພຽງ​ເລັກ​ນ້ອຍ ແລະ​ລະ​ດັບ​ການ​ສັກ​ຢາ​ສູງ ລັດ​ຖະ​ບານ​ຈຶ່ງ​ໄດ້​ຫລຸດ​ຜ່ອນການ​ຈຳ​ກັດ​ຮັດ​ແຄບ ໃນ​ຂະ​ນະ​ທີ່​ຊອກ​ຫາ​ຄວາມ​ເປັນ​ປົກ​ກະ​ຕິ ແລະ​ຄ່ອຍ​ໆເລີ້ມ​ເປີດປະ​ເທດເກາະ​ດັ່ງ​ກ່າວ ທີ່​ມີ​ປະ​ຊາ​ກອນ 23 ລ້ານ​ຄົນ ​ໃຫ້​ແກ່​ໂລກ​ພາຍນອກ.

ແຕ່ເພື່ອນ​ບ້ານ​ຍັກ​ໃຫຍ່​ຂອງ​ໄຕ້​ຫວັນ ຄືຈີນ ໃນ​ຕົງ​ກັນ​ຂ້າມ​ໄດ້​ປະ​ຕິ​ບັດ​ການ​ປິດ​ປະ​ເທດຢ່າງ​ເຂັ້ມ​ງວດ​ໃນ​ນະ​ຄອນ​ຊຽງ​ໄຮ້ ແລະ​ຄວບ​ຄຸມ​ນະ​ຄອນ​ຫລວງ​ປັກ​ກິ່ງ​ຢ່າງເຄັ່ງ​ຄັດ.

​ໃນກ່າວ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ສູນ​ກາງ​ຄວບ​ຄຸມ​ພະ​ຍາດ​ຂອງ​ໄຕ້​ຫວັນ ທ່ານ​ຊູ ກ່າວ​ວ່າ​ ມາດ​ຕະ​ການ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ເຂົາ​ເຈົ້າ ໄດ້ຖືກ “​ສັນ​ລະ​ເສີນ​ຈາກ​ໂ​ລກ.”

“ພວກ​ເຮົາ​ຈະ​ບໍ່​ປິດ​ປະ​ເທດ ແລະ​ບັນ​ດາ​ເມືອງ​ຕ່າງ​ໆຢ່າງ​ໂຫດ​ຮ້າຍ​ຄື​ຈີນ” ​ຊຶ່ງ​ທ່ານ​ໄດ້​ກ່າວເພີ້ມ​ວ່າ ​ວິ​ທີ​ຂອງ​ໄຕ້​ຫວັນແມ່ນ “​ຄ່ອຍ​ເປັນ​ຄ່ອຍ​ໄປ.”

“ພວກ​ເຮົາ​ມີ​ແຜນ ແລະ​ມີ​ທຳ​ນອງ​ແກ່​ມັນ.”

​ຈີນໄດ້​ອ້າງ​ເ​ອົ​າ​ເກາະ​ໄຕ້​ຫວັນ ທີ່​ປົກ​ຄອງແບບ​ປະ​ຊາ​ທິ​ປະ​ໄຕວ່າ ​ເປັນ​ດິນ​ແດນຂອງ​ຕົນ​ ແລະ​ທັງ​ສອງ​ບໍ່​ຄ່ອຍ​ພາດ​ໂອ​ກາດ ໃນ​ແລ​ກ​ປ່ຽນ​ການ​ໂຕ້​ຖຽງ​ກັນ ລະ​ຫວ່າງ​ທີ່ເກີດ​ໂຣກ​ລະ​ບາດ.

ໃນອາ​ທິດ​ແລ້ວ​ນີ້ ຫ້ອງ​ການ​ພົວ​ພັບ​ກັບ​ໄຕ້​ຫວັນ​ຂອງ​ຈີນ ກ່າວ​ວ່າ ໂຕ​ຢ່າງ​ການ​ຮັບ​ມື ການ​ແຜ່​ລະ​ບາດ​ຂອງໄຕ້​ຫວັນ ຈະ​ນຳ​ໄປ​ສູ່​ການ​ເສຍ​ຊີ​ວິດເພີ້ມ​ຂຶ້ນ.

ຊີ​ວິດ​ໄດ້​ດຳ​ເນີນ​ໄປ ຊຶ່ງ​ສ່ວນ​ໃຫຍ່​ແລ້ວ ​ຢ່າງ​ເປັນ​ປົກ​ກະ​ຕິ ​ຢູ່​ໃນ​ໄຕ້​ຫວັນ ເຖິງ​ແມ່ນ​ວ່າ​ໄດ້​ມີ​ການ​ລົບ​ກວນ​ຕໍ່​ໂຮງ​ຮຽນ​ຈຳ​ນວນ​ນຶ່ງ ແລະ​ລັດ​ຖະ​ບານ​ກຳ​ລັງ​ຈັບ​ຕາ​ເບິ່ງ​ ເພື່ອຊອກ​ຫາ​ທາງຫລຸດ​ຜ່ອນ​ກົດ​ລະ​ບຽບ​ການ​ກັກ​ໂຕ​ຢູ່​ໃນ​ບ້ານ​ເຮືອນ.

​ທຸກ​ຄົນ​ທີ່​ເດີນ​ທາງ​ເຂົ້າ​ໄປ​ໄຕ້​ຫວັນ​ ຕ້ອງ​ໄດ້​ກັກ​ໂຕ​ເປັນ​ເວ​ລາ 10 ມື້ ອັນ​ເປັນ​ກົດ​ລະ​ບຽບ​ສ່ວນ​ໃຫຍ່​ຂອງ​ເອ​ເຊຍ ​ທີ່​ໄດ້​ປະ​ຕິ​ບັດ​ກັນ​ໃນ​ເວ​ລານີ້.

Lockdowns to control the spread of COVID-19 are "cruel" and Taiwan will not follow suit, Premier Su Tseng-chang said on Sunday.

Having controlled the pandemic with tough border controls and quarantines, Taiwan has been dealing with a surge in domestic infections since the start of this year, with some 75,000 infections driven by the omicron variant.

But with more than 99% of those having mild or no symptoms, a handful of deaths so far and high vaccination levels, the government has moved to ease restrictions as it seeks normalcy and to gradually reopen the island of 23 million people to the outside world.

Taiwan's giant neighbor China, by contrast, has enacted tough lockdowns in Shanghai and tightened controls in capital Beijing.

Speaking during a visit to Taiwan's Centers for Disease Control, Su said their pandemic-containment measures had been "praised by the world."

"We will not lock down the country and cities as cruelly as China," he said, adding Taiwan's methods were "gradual."

"We have a plan, and there is a rhythm to it."

China claims democratically governed Taiwan as its own territory, and the two have rarely missed an opportunity to exchange barbs during the pandemic.

Last week, China's Taiwan Affairs Office said Taiwan's new model of handling the pandemic would lead to many deaths.

Life has continued mostly as normal in Taiwan, though there has been disruption to some schools, and the government is eyeing further easing of quarantine rules.

All arrivals into Taiwan have to isolate for 10 days, rules that large parts of Asia have already ditched.

XS
SM
MD
LG