ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຕ້ຫວັນ ຂໍໂທດສຳລັບຄວາມເຫັນຂອງລັດຖະມົນຕີກະຊວງແຮງງານ ກ່ຽວກັບ ຄົນງານຊາວອິນເດຍ


ແຟ້ມພາບ - ຄົນງານຜູ້ນຶ່ງກຳລັງກຽມເຂັມສັກຢາປ້ອງກັນໂຄວິດ-19 ຢູ່ທີ່ສູນກາງການສຶກສາດ້ານວິທະຍາສາດແຫ່ງຊາດຂອງໄຕ້ຫວັນ ໃນນະຄອນຫຼວງໄທເປ ຂອງໄຕ້ຫວັນ, ເມື່ອວັນທີ 3 ກໍລະກົດ 2021.
ແຟ້ມພາບ - ຄົນງານຜູ້ນຶ່ງກຳລັງກຽມເຂັມສັກຢາປ້ອງກັນໂຄວິດ-19 ຢູ່ທີ່ສູນກາງການສຶກສາດ້ານວິທະຍາສາດແຫ່ງຊາດຂອງໄຕ້ຫວັນ ໃນນະຄອນຫຼວງໄທເປ ຂອງໄຕ້ຫວັນ, ເມື່ອວັນທີ 3 ກໍລະກົດ 2021.

ກະຊວງການຕ່າງປະເທດຂອງໄຕ້ຫວັນ ໄດ້ອອກ “ຄຳຂໍໂທດຢ່າງຈິງໃຈ” ພາຍ ຫຼັງທີ່ໄດ້ມີຄວາມເຫັນທີ່ບໍ່​ໄດ້​ຄິດ​ຢ່າງ​ລະ​ມັດ​ລະ​ວັງ​ໂດຍລັດຖະມົນຕີກະຊວງແຮງ ງານຂອງໄຕ້ຫວັນ ທີ່ໄດ້ເປັນ​ໄພຂົ່ມ​ຂູ່​ທຳ​ລາຍສາຍສຳພັນທີ່ກຳລັງອົບອຸ່ນຂຶ້ນ ຢ່າງໄວວາລະຫວ່າງປະເທດເກາະສາທາລະນະລັດ ແລະອິນເດຍ ນັ້ນ.

ທ່ານນາງ ຊູ ມິງ-ຈຸນ ລັດຖະມົນຕີກະຊວງແຮງງານຂອງໄຕ້ຫວັນ ໄດ້ກ່າວໃນ ການໃຫ້ສຳພາດກັບໂທລະພາບຢາຮູ ເມື່ອອາທິດແລ້ວນີ້ວ່າ ໄຕ້ຫວັນອາດເລີ້ມ ເກນເອົາພວກຄົນງານຂ້າມຊາດຈາກຂົງເຂດທາງພາກຕາເວັນອອກສຽງເໜືອ ຂອງອິນເອຍ ເນື່ອງຈາກວ່າ “ສີຜິວຂອງພວກເຂົາ ແລະນິໄສໃນການຢູ່ກິນຂອງ ພວກເຂົານັ້ນ ແມ່ນຄ້າຍຄືກັນກັບພວກເຮົາ.” ທ່ານນາງໄດ້ກ່າວຕື່ມວ່າ “ພວກເຂົາສ່ວນຫຼາຍນັບຖືສາສະໜາຄຣິສຕຽນ ແລະມີທັກສະໃນການຜະລິດ, ການກໍ່ສ້າງ ແລະການກະສິກຳ.”

ພວກນັກວິພາກວິຈານຢູ່ໃນສື່ສັງຄົມ ໄດ້ເອີ້ນຄວາມເຫັນທັງຫຼາຍນັ້ນວ່າ ເປັນການຈຳແນກເຊື້ອຊາດ.

ກະຊວງການຕ່າງປະເທດຂອງໄຕ້ຫວັນ ໄດ້ອອກຖະແຫລງການສະບັບນຶ່ງເມື່ອ ຕອນແລງວັນຈັນຜ່ານມານີ້ ໂດຍເອີ້ນຄຳເຫັນຂອງທ່ານນາງຊູ ວ່າ “ບໍ່ເໝາະ ສົມຢ່າງສິ້ນ​ເຊີງ” ແລະໄດ້ສະແດງຄວາມຮູ້ສຶກ “ຂໍໂທດດ້ວຍຄວາມຈິງໃຈ.”

ຖະແຫລງການຂອງໄຕ້ຫວັນ ກ່າວຕື່ມວ່າ “ໄຕ້ຫວັນຈະຍິນດີຕ້ອນຮັບພວກ ຄົນງານຊາວອິນເດຍທຸ​ກ​ຄົນ ຜູ້ທີ່ມີບັນ​ລຸເງື່ອນໄຂໃນການຮັບສະໝັກ ແລະ ເປັນທີ່ພໍໃຈໃນການຕອບສະໜອງຄວາມຕ້ອງການຂອງອຸດສາຫະກຳ ໂດຍບໍ່ຄຳ ນຶງເຖິງປະ​ຫວັດ​ດ້ານ​ຊົນເຜົ່າຂອງພວກເຂົາເຈົ້າ.”

Taiwan's Foreign Ministry has issued "sincere apologies" following a remark by Taiwan's labor minister that has threatened to disrupt fast-warming ties between the island republic and India.

In an interview with Yahoo TV last week, Hsu Ming-chun, Taiwan's minister of labor, said that Taiwan may start recruiting migrant workers from India's northeast region because "their skin color and eating habits are similar to ours." She added that "most of them believe in Christianity, and [have] skills in manufacturing, construction and agriculture."

Critics on social media called the remarks racist.

Taiwan's Foreign Ministry issued a statement late Monday calling Hsu's comments "not entirely appropriate" and expressed "sincere apologies."

"Taiwan will welcome any Indian worker who meets conditions for recruitment and satisfies industry demand, regardless of their ethnic background," the ministry said in a statement.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG