ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວຊີເຣຍ ປ່ອນປັດ ທີ່ຄາດວ່າ ທ່ານ Assad ຈະໄດ້ຮັບ ໄຊຊະນະອີກ (ສະໄລດ໌/ວີດີໂອ)


Syria CNPK
please wait
Embed

No media source currently available

0:00 0:01:52 0:00
ຊາວ​ຊີ​ເຣຍ​ພວມພາກັນໄປ​ລົງ​ຄະ​ແນນ​ເລືອກ​ຕັ້ງ​ໃນ​ວັນ​ອັງຄານ
​ມື້​ນີ້ ທີ່​ຄາດໝາຍ​ວ່າປະທານາທິບໍດີຊິີເຣຍ ທ່ານ Bashar al-
Assad ຈະ​ໄດ້​ຮັບໄຊຊະນະ​ຢ່າງ​ຖ້ວມ​ລົ້ນ ​ເພື່ອເຂົ້າຮັບຕຳແໜ່ງ
ຕື່ມອີກສະໄໝນຶ່ງ ໃນ​ຂະນະ​ທີ່ສົງຄາມ​ການ​ເມືອງ​ຮ້າຍແຮງ ​ຍັງ​ດຳ
ເນີນຕໍ່ໄປ​ໃນ​ທົ່ວ​ປະ​ເທດ​ນັ້ນ.

ພວກຕໍ່ຕ້ານລັດຖະບານ​ຊີ​ເຣຍ​ແລະ​ບັນດາ​ພັນທະມິດຂອງປະເທດ​ຕາ​ເວັນ​ຕົກ ໄດ້​ປະນາມການ​ເລືອກ​ຕັ້ງ​ທີ່​ວ່າ​ນີ້ ຊຶ່ງທ່ານ Assad ໄດ້ລົງແຂ່ງຂັນ ກັບຜູ້​ສະໝັກ 2 ຄົນ ທີ່ລັດຖະບານໃຫ້ການອະນຸມັດ ທີ່ຜູ້ຄົນບໍ່ຄ່ອຍຮູ້ຈັກກັນເລີຍ.

ນາຍົກລັດຖະມົນຕີຊີ​ເຣຍ ທ່ານ Wael al-Halqi ​ໄດ້​ຮຽກຮ້ອງ​ໃຫ້​ປະຊາຊົນໄປປ່ອນບັດ ໃນການ​ເລືອກ​ຕັ້ງ ທີ່ທ່ານເອີ້ນ ໃນວັນ​ອັງຄານມື້ນີ້ວ່າ​ ເປັນ​ມື້ “ທີ່ມີຄວາມສຳຄັນທາງ​ປະ ຫວັດ​ສາດ” ສຳລັບຊີເຣຍ ທີ່​ທ່ານ​ກ່າວ​ວ່າ ​ຈະ​ນຳພາ​ປະ​ເທດ​ໄປສູ່​ເສັ້ນທາງ​ຂອງການ​ຟື້ນ​ໂຕຄືນ.

ພວກ​ນັກລົບຝ່າຍຕໍ່ຕ້ານ ​ໄດ້​ສູ້​ລົບມາ​ນານ​ກ່ວາ 3 ປີແລ້ວ ​ເພື່ອ​ໂຄ່ນ​ລົ້ມ​ທ່ານ Assad ອອກ​ຈາກ​ອຳນາດ.

ທ່ານ Assad ໄດ້ຂຶ້ນກຳອຳນາດນັບຕັ້ງແຕ່ປີ 2000 ເປັນຕົ້ນມາ ເວລາທ່ານເຂົ້າຮັບຕຳ ແໜ່ງເປັນປະທານາທິບໍດີ ຫຼັງຈາກບິດາຂອງທ່ານໄດ້ເຖິງແກ່ອະສັນະກຳ ແລະທ່ານເປັນ ຜູ້ສະໝັກພຽງຄົນດຽວເທົ່ານັ້ນ ເວລາທີ່ທ່ານໄດ້ຮັບໄຊຊະນະໃນຕອນເຂົ້າຮັບຕຳແໜ່ງ
ເປັນ ສະໄໝທີ 2 ໃນປີ 2007.

ກອງກຳລັງຂອງທ່ານ ໄດ້ທຳການປາບປາມພວກປະທ້ວງຢ່າງສັນຕິ ທີ່ຕໍ່ຕ້ານລັດຖະບານ ໃນເດືອນມີນາປີ 2011 ທີ່ໄດ້ເກີດຂຶ້ນ ພ້ອມໆກັນກັບຄື້ນຟອງຂອງອັນທີ່ເອີ້ນວ່າ ການລຸກ ຮືຂຶ້ນໃນລະດູບານໃໝ່ ຫລື “Arab Spring” ທີ່ໄດ້ມີຂຶ້ນ ໃນທົ່ວພາກພື້ນນັ້ນ.
Syrians Vote With Little Contest Expected for Assad
please wait

No media source currently available

0:00 0:01:36 0:00
XS
SM
MD
LG