ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫົວໜ້າ ຝ່າຍຕໍ່ຕ້ານ ຊີເຣຍວ່າ ຕົນຕ້ອງການ ອາວຸດ (ສະໄລດ໌)


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry (ຊ້າຍ) ແລະລັດຖະມົນຕີການຕ່າງປະເທດເທີກີ ທ່ານ Ahmet Davutoglu ທີ່ນະຄອນຫຼວງອັງກາຣາ (1 ມີນາ 2013)
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry (ຊ້າຍ) ແລະລັດຖະມົນຕີການຕ່າງປະເທດເທີກີ ທ່ານ Ahmet Davutoglu ທີ່ນະຄອນຫຼວງອັງກາຣາ (1 ມີນາ 2013)
ຜູ້ນຳພວກຕໍ່ຕ້ານລັດຖະບານຊີເຣຍ ທ່ານ Salim Idris ກ່າວວ່າ ນັກລົບຂອງທ່ານຕ້ອງການອາວຸດຈາກສະຫະລັດບໍ່ແມ່ນອາຫານ
ແລະຜ້າພັນບາດ.

ທ່ານ Idris ກ່າວຕໍ່ອົງການຂ່າວເອພີວ່າທ່ານຕ້ອງການລູກສອນ
ໄຟຕໍ່ຕ້ານລົດຖັງແລະລູກສອນໄຟຕໍ່ຕ້ານເຮືອບິນ ເພື່ອຍຸຕິບໍ່ໃຫ້
ກຳລັງຂອງປະທານາທິບໍດີ Bashar al-Assad ທຳລາຍລ້າງປະ
ຊາຊົນຊາວຊີເຣຍ. ທ່ານກ່າວວ່າ ແຜນການຊ່ອຍເຫລືອທີ່ບໍ່ແມ່ນ
ອາວຸດຂອງສະຫະລັດ ທີ່ຈະສົ່ງໄປໃຫ້ພວກຕໍ່ຕ້ານນັ້ນ ຈະບໍ່ເຮັດ
ໃຫ້ພວກເຂົາເຈົ້າ ໃກ້ຈະໄດ້ຮັບໄຊຊະນະແຕ່ຢ່າງໃດເລີຍ.

ວໍຊິງຕັນໄດ້ປະກາດໃນອາທິດນີ້ວ່າ ຕົນຈະຈັດສົ່ງການຊ່ອຍເຫຼືອ
ທີ່ບໍ່ແມ່ນອາວຸດໃນມູນຄ່າ 60 ລ້ານໂດລາໄປໃຫ້ພວກຕໍ່ຕ້ານລັດ ຖະບານໂດຍກົງເປັນເທື່ອທຳອິດ. ເປັນທີ່ຄາດກັນວ່າ ຫຼາຍໆປະ ເທດໃນຢູໂຣບກໍຈະເຮັດແບບດຽວກັນກັບທີ່ສະຫະລັດໄດ້ກະທຳ.

ຣັດເຊຍ ຊຶ່ງເປັນພັນທະມິດມາເປັນເວລາດົນນານຂອງຊີເຣຍນັ້ນ
ກ່າວວ່າ ການຊ່ອຍເຫຼືອຂອງສະຫະລັດ ຈະບໍ່ຊ່ອຍຍຸດຕິສົງຄາມ
ກາງເມືອງທີ່ດຳເນີນມາເປັນເວລາສອງປີ ແລະມີແຕ່ຈະຊຸກຍູ້ພວກຫົວຮຸນແຮງ ຊອກຫາຊ່ອງ
ທາງເຂົ້າກຳອຳນາດ.


ທຳນຽບຂາວກ່າວວ່າ ປະທານາທິບໍດີບາຣັກ ໂອບາມາໄດ້ໂທລະສັບໄປຫາປະທານາທິບໍດີຣັດ ເຊຍ ທ່ານ Vladimir Putin ໃນມື້ວັນສຸກວານນີ້ ເພື່ອໂລ້ລົມກ່ຽວກັບເລື່ອງຊີເຣຍແລະບັນຫາ
ອື່ນໆ. ມີລາຍງານວ່າ ປະທານາທິບໍດີທັງສອງໄດ້ເຫັນພ້ອມນຳກັນວ່າມັນເປັນສິ່ງສຳຄັນ ທີ່ລັດ ຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ແລະລັດຖະມົນຕີການຕ່າງປະເທດ ຣັດເຊຍ ທ່ານ Sergei Lavrov ຈະສືບຕໍ່ພົວພັນຫາທາງແກ້ໄຂບັນຫາຊີເຣຍ.

ທີ່ນະຄອນຫຼວງອັງກາຣາຂອງເທີກີໃນມື້ວານນີ້ ທ່ານ Kerry ກ່າວວ່າ ເວລາສຳລັບການແກ້ໄຂ ບັນຫາຊີເຣຍຢ່າງສັນຕິວິທີນັ້ນກຳລັງຈະໝົດລົງ. ທ່ານເວົ້າວ່າ ໂລກຂອງເຮົາຈະບໍ່ຍອມຮັບອຳ ນາດການປົກຄອງທີ່ຍິງລູກສອນໄຟ Scud ໃສ່ປະຊາຊົນຜູ້ບໍ່ມີຄວາມຜິດ ຮວມທັງແມ່ຍິງແລະ ເດັກນ້ອຍ.

ທ່ານ Kerry ໄດ້ສັນລະເສີນເທີກີ ທີ່ໄດ້ດຳເນີນຄວາມພະຍາຍາມທາງດ້ານມະນຸດສະທຳເພື່ອ ໃຫ້ການຊ່ອຍເຫຼືອແກ່ພວກອົບພະຍົບຊີເຣຍ.

XS
SM
MD
LG