ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຈລະຈາ ສັນຕິພາບ ຊີເຣຍ ທີ່ເຈນີວາ ຖືກເລື່ອນ ໄປໃສ່ ທ້າຍເດືອນກຸມພາ


ຈາກຊ້າຍ ຮອງລັດຖະມົນຕີຕ່າງປະທດເທີກີ ທ່ານ Sedat Onal ທູດພິເສດຣັດເຊຍ ປະຈຳຊີເຣຍ ທ່ານ Alexander Lavrentiev ລັດຖະມົນຕີຕ່າງປະເທດ ກາຊັກສະຖານ ທ່ານ Kairat Abdrakhmanov ທູດພິເສດສະຫະປະຊາຊາດ ປະຈຳຊີເຣຍ ທ່ານ Staffan de Mistura ແລະ ຮອງລັດຖະມົນຕີຕ່າງປະເທດ ອີຣ່ານ ທ່ານ Hossein Jaber Ansari.
ຈາກຊ້າຍ ຮອງລັດຖະມົນຕີຕ່າງປະທດເທີກີ ທ່ານ Sedat Onal ທູດພິເສດຣັດເຊຍ ປະຈຳຊີເຣຍ ທ່ານ Alexander Lavrentiev ລັດຖະມົນຕີຕ່າງປະເທດ ກາຊັກສະຖານ ທ່ານ Kairat Abdrakhmanov ທູດພິເສດສະຫະປະຊາຊາດ ປະຈຳຊີເຣຍ ທ່ານ Staffan de Mistura ແລະ ຮອງລັດຖະມົນຕີຕ່າງປະເທດ ອີຣ່ານ ທ່ານ Hossein Jaber Ansari.

ລັດຖະມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍ ກ່າວ​ວ່າ ການ​ເຈລະຈາ​ສັນຕິພາບ​ຊີ​ເຣຍ ທີ່​ກຳນົດ​ໃສ່​ວັນ​ທີ 8 ກຸມພາ​ນັ້ນ ​ໄດ້​ຖືກ​ເລື່ອນ​ເວລາ​ອອກ​ໄປ ​ໃສ່​ທ້າຍ​ເດືອນ​ກຸມພາ.

ທ່ານ Sergei Lavrov ​ໄດ້​ປະກາດ ກ່ຽວ​ກັບ​ການ​ເລື່ອນ​ເວລາ​ດັ່ງກ່າວ​ໃນ​ວັນ​ສຸກ​ມື້ນີ້ ​ໃນ​ການ​ພົບ​ປະກັນ ​ທີ່​ນະຄອນຫຼວງມົສກູ ກັບ​ພວກ​ຕໍ່ຕ້ານ​ລັດຖະບານຫລາຍໆ​ກຸ່ມ.

ທ່ານ Lavrov ບໍ່​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ ການ​ເຈລະຈາ​ສັນຕິພາບ​ທີ່​ໄກ່​ເກ່ຍ​ໂດຍ​ອົງການ​ສະ ຫະປະຊາ​ຊາດ​ທີ່​ນະຄອນ​ເຈ​ນີວາ ຈຶ່ງ​ມີ​ການ​ເລື່ອນ​ເວລາ​ອອກ​ໄປ.

​ເມື່ອ​ຕົ້ນອາທິດ​ນີ້ ​ເທີ​ກີ ​ແລະຣັດ​ເຊຍ​ ພ້ອມໆ​ກັບ​ອີຣ່ານ ​ໄດ້​ນຳ​ເອົາ​ຜູ້ຕາງໜ້າ ຂອງ​ລັດຖະ
ບານ​ຊີ​ເຣຍ ​ແລະ​ກຸ່ມ​ຕ່າງໆ​ຂອງ​ພວກ​ຕໍ່ຕ້ານ​ລັດຖະບານ ມາ​ເຂົ້າຮ່ວມ​ການ​ເຈລະຈາ​ສັນ
ຕິພາບ ທີ່​ກາ​ຊັກ​ສະຖານ ຊຶ່ງ​ສິ້ນສຸດ​ລົງ​ໂດຍ​ທີ່​ປະ​ເທດທັງ​ສາມ ຕົກລົງ​ກັນ​ທີ່​ຈະ​ຊ່ວຍ​ໃນ​ການ​ເປັນ​ຜູ້​ສັງ​ເກດ​ການ​ ການ​ຢຸດ​ຍິງ​ທີ່​ມີ​ຂຶ້ນ ​ເປັນ​ບາງ​ສ່ວນ​ ​ແລະ​ເຮັດ​ວຽກ​ໄປ​ສູ່​ການ​ແກ້​ໄຂ​ທາງ​ການ​ເມືອງຕໍ່​ບັນຫາ​ຂັດ​ແຍ້​ງ ຢູ່​ໃນ​ຊີ​ເຣຍ.

​ໂຄສົກ​ຂອງ​ລັດຖະບານ​ເທີ​ກີ ທ່ານ Muftuoglu ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ປະ​ເທດ​ຂອງ​ທ່ານ​ຈະ​ບໍ່​ອະນຸຍາດ​ໃຫ້ ພວກ​ນັກ​ລົບ​ບາງ​ກຸ່ມ​ລະ​ເມີດ​ການ​ຢຸດ​ຍິງ ຊຶ່ງ​ເລີ້ມມີ​ຜົນ​ບັງ
ຄັບ​ໃຊ້​ມາ​ແຕ່​ທ້າຍ​ເດືອນ​ທັນວາ​ພຸ້ນ. ນອກ​ນັ້ນທ່ານ​ຍັງ​ໄດ້​ກ່າວຢ້ຳ​ເຖິງ​ທ່າ​ທີ​ຂອງ​ລັດຖະ
ບານ​ເທີ​ກີ ທີ່​ວ່າ ປະທານາທິບໍດີ​ຊີ​ເຣຍ ທ່ານ Bashar al-Assad ຈະ​ບໍ່​ມີ​ບ່ອນຢູ່​ໃນອະ ນາຄົດ​ຂອງ​ຊີ​ເຣຍ. ​ເທີ​ກີ​ໄດ້​ໃຫ້ການ​ສະໜັບສະໜຸນພວກ​ ຕໍ່ຕ້ານ​ລັດຖະບານຕະຫຼອດ ມາໃນ​ບັນຫາ​ຂັດ​ແຍ້​ງ ທີ່​ເລີ້ມຂຶ້ນ ເມື່ອ​ປີ​ 2011 ດ້ວຍ​ການ​ປະ​ທ້ວງ ​ແບບ​ສັນຕິ ​ແຕ່​ໄດ້ ​ກາຍ​ມາ​ເປັນ​ສົງຄາມ​ກາງ​ເມືອງ​ໃນ​ທີ່​ສຸດ​ນັ້ນ.

ຊະ​ຕາ​ກຳ​ຂອງ​ທ່ານ Assad ​ແມ່ນ​ເລື່ອງ​ທີ່​ບໍ່​ສາມາດ​ຕົກລົງ​ກັນ​ໄດ້ໃນ​ລະຫວ່າງການ​ເຈ ລະຈາ​ຫລາຍໆ​ຄັ້ງຂອງ​ນາໆ​ຊາດ ​ເພື່ອ​ບັນລຸ​ຂໍ້​ຕົກລົງ​ສັນຕິພາບຢູ່​ໃນ​ຊີ​ເຣຍ. ອົງການ​ສະ ຫະ​ປະຊາ​ຊາດ​ ໄດ້​ກຳນົດ​ໂຄງ​ຮ່າງ ທີ່​ຮຽກຮ້ອງ​ໃຫ້​ມີ​ການຮ່າງ ລັດຖະທຳ​ມະນູນ​ສະບັບ​ໃໝ່ແລະ​ຈັດການ​ເລືອກ​ຕັ້ງ​ໃໝ່​. ​ແຕ່​ພັນທະ​ມິດ​ຂອງ​ປະທາ​ນາ​ທິບໍດີ Assad ທີ່​ຮວມທັງ ຣັດ​ເຊຍ​ແລະ​ອີຣ່ານ​ກ່າວ​ວ່າ ທ່ານ​ຄວນ​ຈະກຳອຳນາດ​ຕໍ່​ໄປ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Syria Russia
please wait
Embed

No media source currently available

0:00 0:00:52 0:00

XS
SM
MD
LG