ໃນຂະນະທີ່ກຳລັງ ຂອງພັກຝ່າຍຕ່າງໆຢູ່ໃນຂົງເຂດ ກະກຽມທີ່ຈະເຂົ້າຄວບຄຸມ ຫຼັງຈາກ ທະຫານສະຫະລັດ ຊຶ່ງຄາດວ່າ ຖອນໂຕອອກຈາກຊີເຣຍນັ້ນ ແຕ່ເຈົ້າໜ້າທີ່ສະຫະລັດກໍ
ເຕືອນວ່າ ສະຖານະການທາງພາກພື້ນດິນ ຍັງບໍ່ມີການປ່ຽນແປງຫຍັງເລີຍ.
ສະຫະລັດ ໃນມື້ວັນສຸກວານນີ້ ໄດ້ປະຕິເສດ ຕໍ່ການກ່າວອ້າງຂອງກຳລັງຊີເຣຍທີ່ວ່າຕົນ
ໄດ້ເຂົ້າຄວບຄຸມເມືອງແມນບິຈ (Manbij) ທາງພາກຕາເວັນອອກສຽງເໜືອຂອງປະເທດ
ຊຶ່ງເປັນຈຸດທີ່ພວມຈະເກີດລະເບີດ ລະຫວ່າງພວກທະຫານບ້ານຊາວເຄີດ ທີ່ໄດ້ຮັບການ
ໜຸນຫລັງຈາກສະຫະລັດ ແລະເທີກີ ຕາມການຂໍຮ້ອງຂອງກຳລັງຊາວເຄີດໃນຊີເຣຍ.
ໃນຖະແຫຼງການສະບັບນຶ່ງນັ້ນ ກອງທັບຊີເຣຍ ກ່າວວ່າ ທະຫານຂອງຕົນໄດ້ເຂົ້າປະຈຳ
ການຢູ່ຕາມຈຸດທີ່ສຳຄັນຕ່າງໆ ແລະກ່າວຕື່ມວ່າ ຕົນ “ຂໍໃຫ້ການຄ້ຳປະກັນໂດຍເຕັມ ຕໍ່
ຄວາມປອດໄພຂອງປະຊາຊົນຊາວຊີເຣຍທັງມວນ ແລະບຸກຄົນອື່ນໆທີ່ມີໜ້າຢູ່ທີ່ນັ້ນ.”
ແຕ່ພວກແນວໂຮມທີ່ພວມຕໍ່ສູ້ຕ້ານກຸ່ມລັດອິສລາມ ທີ່ຢູ່ພາຍໃຕ້ການນຳພາຂອງສະຫະລັດ ກ່າວຕອບຜ່ານທາງທວີດເຕີ້ວ່າ ຕົນ “ຍັງມອງບໍ່ເຫັນຮ່ອງຮອຍໃດໆທີ່ວ່າການກ່າວອ້າງເຫຼົ່ານີ້ເປັນຄວາມຈິງ.”
ພວກແນວໂຮມກ່າວຕື່ມວ່າ “ພວກເຮົາຂໍຮຽກຮ້ອງໃຫ້ທຸກໆຄົນ ເຄົາລົບກຽດສັກສີຂອງເມືອງແມນບິຈ ແລະຄວາມປອດໄພຂອງປະຊາຊົນໃນເມືອງດັ່ງກ່າວ.”
ນອກນັ້ນແລ້ວ ເຈົ້າໜ້າທີ່ກະຊວງປ້ອງກັນປະເທດສະຫະລັດ ຍັງແຈ້ງໃຫ້ວີໂອເອຊາບວ່າ ທະຫານອາເມຣິກັນຫຼາຍສິບຄົນທີ່ຍັງປະຈຳການຢູ່ນອກເມືອງແມນບິຈນັ້ນ ບໍ່ໄດ້ມີການເຄື່ອນໄຫວໃດໆ.”
ເຈົ້າໜ້າທີ່ສະຫະລັດທ່ານນີ້ກ່າວວ່າ “ພວກເຮົາຍັງມີທະຫານຢູ່ທີ່ນັ້ນ” ແລະເວົ້າວ່າ ສະຫະລັດແມ່ນຍັງເພັ່ງເລັງໃສ່ເລື້ອງການຖອນກຳລັງທະຫານອອກຈາກຊີເຣຍ ດ້ວຍຄວາມປອດໄພ.”
ໂດຍຢ້ານເທີກີຈະຮຸກຮານ, ກຳລັງຊາວເຄີດຈຶ່ງໄດ້ຕິດຕໍ່ໄປຫາລັດຖະບານຊີເຣຍແລະຣັດເຊຍ ໂດຍໄດ້ເຊີນໃຫ້ກຳລັງລັດຖະບານຊີເຣຍເຂົ້າຄວບຄຸມເຂດດັ່ງກ່າວໂດຍຜ່ານທາງທວີດເຕີ້.
ກຳລັງປົກປ້ອງ ປະຊາຊົນຊາວເຄີດ ໃນຊີເຣຍ ທີ່ເອີ້ນຫຍໍ້ວ່າ YPG ທີ່ເປັນກຸ່ມທະຫານບ້ານທີ່ສຳຄັນສຸດຂອງຊາວເຄີດ ໃນຊີເຣຍ ກ່າວວ່າ “ພວກເຮົາຈຶ່ງເຊີນໃຫ້ ລັດຖະບານຊີເຣຍຊຶ່ງພວກເຮົາເປັນພົນລະເມືອງນັ້ນ ສົ່ງກຳລັງທະຫານຂອງຕົນ ເຂົ້າໄປຄວບຄຸມຈຸດສຳຄັນໆ ແລະປ້ອງກັນເມືອງແມນບິຈ ທ່າມກາງການຂົ່ມຂູ່ຂອງເທີກີ.” ເຖິງແມ່ນໄດ້ມີການເຊື້ອເຊີນລັດຖະບານຊີເຣຍກໍຈິງຢູ່ ແຕ່ເຈົ້າໜ້າທີ່ຊາວເຄີດໃນຊີເຣຍ ໃຫ້ການຢືນຢັນວ່າ ທະຫານສະຫະລັດຍັງບໍ່ທັນຖອນອອກໄປເທື່ອຈາກເມືອງແມນບິຈ ແລະທະຫານຊີເຣຍກໍເຕົ້າໂຮມກຳລັງກັນຢູ່ໃນບາງເຂດ ນອກເມືອງດັ່ງກ່າວ.