ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານ ຊີເຣຍ ຍິງຖະຫລົ່ມ ເຂດຊານເມືອງ ນະຄອນຫຼວງ ດາມັສກັສ


ກໍາລັງລັດຖະບານ ຖະຫລົ່ມ​ຊານ​ເມືອງ Damascus ​ທໍາ​ການ​ໂຈມ​ຕີ​ທາງ​ອາກາດ ​ແລະ​ລູກ​ສອນ​ໄຟ ຕ້ານພວກ​ກະບົດ ທີ່​ຍຶດຢູ່​ໃນ​ຂົງ​ເຂດ.
ກໍາລັງລັດຖະບານ ຖະຫລົ່ມ​ຊານ​ເມືອງ Damascus ​ທໍາ​ການ​ໂຈມ​ຕີ​ທາງ​ອາກາດ ​ແລະ​ລູກ​ສອນ​ໄຟ ຕ້ານພວກ​ກະບົດ ທີ່​ຍຶດຢູ່​ໃນ​ຂົງ​ເຂດ.
ກໍາລັງທະຫານ​ຊີ​ເຣຍ ຍັງ​ດໍາ​ເນີນ​ການ​ໂຈມຕີ ຢູ່​ໃນ​ຂົງ​ເຂດ
Damascus ​ໃນ​ຂະນະ​ທີ່​ເຂົາ​ເຈົ້າພະຍາຍາມ ຕີ​ຖອຍ​ຕ້ານ​
ກຸ່ມກະບົດ ທີ່​ພະຍາຍາມ​ເຂົ້າ​ມາ​ອ້ອມ ເມືອງ​ຫລວງ.


ນັກ​ເຄື່ອ​ນ​ໄຫວ​ຝ່າຍ​ຄ້ານ ກ່າວ​ວ່າ ກໍາລັງລັດຖະບານ ຖະຫລົ່ມ​ຊານ​ເມືອງ Damascus ​ໃນ​ວັນ​ຈັນ ມື້​ນຶ່ງ​ຫລັງ​ຈາກ​ທີ່​ໄດ້​ ທໍາ​ການ​ໂຈມ​ຕີ​ທາງ​ອາກາດ ​ແລະ​ລູກ​ສອນ​ໄຟ ຕ້ານພວກ​ກະບົດ ທີ່​ຍຶດຢູ່​ໃນ​ຂົງ​ເຂດ.

ບັນດາ​ນັກ​ລົບຕ້ານ​ ປະທານາທິບໍດີ Bashar al-Assad ​ໄດ້​ພະຍາ ຍາມ​ຮັກສາ​ຂົງ​ເຂດ ອ້ອມ​ແອ້ມ​ກຸງ Damascus ຈາກ​ທີ່​ໝັ້ນ​ຂອງ​ເຂົາ​ເຈົ້າ​ທີ່​ຕັ້ງຢູ່​ນອກ​ເມືອງ.

ໃນ​ຂະນະ​ດຽວ​ກັນ ກະ​ຊວງ​ການ​ຕ່າງປະ​ເທດ ສະຫະລັດ ກ່າວ​ວ່າ ມັນ​ ​ເປັນ​ທີ່​ “ຫວັງ​ວ່າ NATO ຈະ​ຮັບ​ຮູ້​ແຜນ​ຕິດ​ຕັ້ງ ຍິງ​ຂີ​ປະ​ນາ​ວຸດ ​ຢູ່​ໃກ້​ຊາຍ​ແດນ​ຂອງ ​ເທີ​ກີ ຕິດ​ກັບ​ຊາຍ​ແດນ​ຂອງ ຊີ​ເຣຍ. ​ເທີ​ກີ ​ໄດ້​ຂໍ​ຮ້ອງ ພັນ​ມະ​ມິດ ຕິດ​ຕັ້ງ​ຂີ​ປະ​ນາ​ວຸດ ​ເພື່ອ​ເສີມ​ສ້າງ​ການ​ປ້ອງກັນ​ທາງ​ອາກາດ​ຂອງ​ຕົນ.

​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ ກະຊວງ​ການ​ຕ່າງປ​ະ​ເທດ ສະຫະລັດ ຄົນ​ນຶ່ງ​ກ່າວ​ໃນ​ວັນ​ຈັນ ທີ່​ຜ່ານ​ມາ​ນີ້ວ່າ ຖ້າ​ຫາກ NATO ​ເຊ​ນອະ​ນຸຍາດແຜນ​ດັ່ງກ່າວ ມັນ​ຍັງເປັນ​ພ່ຽງ “ບໍ່​ເທົ່າ​ໃດ​ອາທິດ” ກ່ອນ​ທີ່ ຂີ​ປະ​ນາ​ວຸດ ຈະ​ຖືກ​ຕິດ​ຕັ້ງ. ບັນດາ​ເຈົ້າ​ໜ້າ​ທີ່​ການ​ຕ່າງປະ​ເທດ NATO ພາກັນ​ປະຊຸມ​ ​ໃນ​ວັນອັງ​ຄານ ​ແລະ​ວັນ​ພຸດ ທີ່ກຸງ Bryssels.

​ພັນທະ​ມິດ​ຂອງ ຊີ​ເຣຍ ຄື ຣັດ​ເຊຍ ​ໄດ້​ເຕືອນ​ຕ້ານແຜນການ​ຕິດ​ຕັ້ງ ​ໂດຍ​ກ່າວວ່າ ມັນ​ຈະ​ບໍ່​ສົ່ງ​ເສີມ​ໃຫ້​ເກີດສະຖຽນລະ​ພາບ ​ຢູ່​ໃນ​ຂົງ​ເຂດ.

ປະທາ​ນາ​ທິບໍດີ Vladimir Putin ຂອງ ຣັດ​ເຊຍ ມີ​ກໍາໜົດ​ທີ່​ຈະ​ພົບ​ກັບ ນາຍົກລັດຖະມົນ​ຕີ ​ເທີ​ກີ ທ່ານ Recep Tayyip Erdogan ​ເພື່ອ​ສົນທະນາ​ກັນ ​ໃນ​ວັນ​ຈັນ ທີ່​ກຸງ Istanbul. ທັງ​ສອງ​ຝ່າຍ​ມີ​ການ​ແລກປ່ຽນ​ການ​ຄ້າ​ກັນ​ຢ່າງ​ໃກ້​ສິດ ​ແຕ່​ວ່າ ຍັງ​ຄົງ​ຂັດ​ຄ້ານ​ກັນຕໍ່​ສະພາ​ບ ການຂອງ ຊີ​ເຣຍ.

ກ່ຽວຂ້ອງກັນ

XS
SM
MD
LG