ເກົ້າປະເທດໄດ້ຂັບໄລ່ນັກການທູດຊີເຣຍໃຫ້ໜີອອກຈາກປະເທດ ໃນການປະທ້ວງການສັງຫານໝູ່ທີ່ໄດ້ເຂັ່ນຂ້າຫຼາຍກວ່າ 100 ຄົນເມື່ອວັນສຸກຜ່ານມາ ໃນເມືອງ Houla ຂອງຊີເຣຍນັ້ນ.
ບັນດາປະເທດເຫຼົ່ານີ້ແມ່ນມີໂຮມທັງຝຣັ່ງ ອັງກິດ ອອສເຕຣເລຍ ເຢຍຣະ ມັນ ເນເທີແລນດ໌ ອີຕາລີ ສະເປນ ຄານາດາ ແລະສະຫະລັດ.
ທ່ານນາງ Victoria Nuland ໂຄສົກກະຊວງຕ່າງປະເທດສະຫະລັດກ່າວ ວ່າ “ໃນການຕອບໂຕ້ ຕໍ່ການສັງຫານໝູ່ເມື່ອວັນທີ 25 ເດືອນນີ້ ທີ່ບ້ານ Houla ນັ້ນ ມື້ນີ້ ສະຫະລັດໄດ້ແຈ້ງໃຫ້ທ່ານ Zuheir Jabbour ອຸບປະທູດຊີເຣຍຊາບກ່ຽວກັບການຂັບໄລ່ທ່ານໃຫ້ອອກໄປຈາກສະຫະລັດ ພວກ ເຮົາໃຫ້ລັດຖະບານຊີເຣຍເປັນຜູ້ຮັບຜິດຊອບຕໍ່ການເຂັ່ນຂ້າປະຊາຊົນທີ່ບໍ່ມີຄວາມຜິດໃດໆນັ້ນ. ການສັງຫານໝູ່ນີ້ ຖືວ່າເປັນຄໍາຟ້ອງທີ່ຊັດເຈນທີ່ສຸດເທົ່າເຖິງປັດຈຸບັນນີ້ຂອງການລ່ວງລະເມີດຢ່າງເປີດແປນຂອງລັດຖະບານຊີເຣຍ ຕໍ່ພັນທະຕ່າງໆຂອງຕົນທີ່ມີຕໍ່ສະພາຄວາມໝັ້ນຄົງສະຫະປະຊາຊາດ.
ທ່ານ Guido Westerwelle ລັດຖະມົນຕີຕ່າງປະເທດເຢຍຣະມັນກ່າວວ່າ ພວກເຮົາໝັ້ນໃຈວ່າ ຄຳເຕືອນທີ່ຈະແຈ້ງແລະໜັກແໜ້ນນີ້ ຄົງຈະບໍ່ມີການເຮັດບໍ່ຮູ້ບໍ່ເຫັນ ຢູ່ໃນກຸງດາມັສກັສນັ້ນ.
ແລະພ້ອມດຽວກັນ ທ່ານ William Hague ລັດຖະມົນຕີຕ່າງປະເທດ ອັງກິດ ກໍກ່າວວ່າ “ມື້ນີ້ພວກເຮົາໄດ້ຮຽກຕົວອຸບປະທູດຊີເຣຍໃນກຸງລອນດອນ ເຂົ້າມາກະຊວງຕ່າງປະເທດ ແລະໃຫ້ເວລາແກ່ອຸບປະທູດເຈັດມື້ ໃຫ້ເດີນທາງອອກຈາກອັງກິດ. ພວກນັກການທູດຊີເຣຍຄົນອື່ນໆກໍຈະຖືກຂັບໄລ່ເຊັ່ນກັນ ນັກການທູດອື່ນອີກສອງຄົນກໍຈະຖືກຂັບໄລ່ເວລາດຽວກັນ. ແລະບັນດາປະເທດພັນທະມິດ ແລະພາຄີຂອງພວກເຮົາໃນທົ່ວໂລກກໍຈະດຳເນີນມາດຕະການທໍານອງດຽວກັນ ແລະຈະປະກາດໃຫ້ຊາບໃນມື້ນີ້.