ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການຢຸດຍິງໃນ ຊີເຣຍ ສືບຕໍ່ນຳ ຄວາມສະຫງົບ ມາສູ່ປະເທດຊາດ


ນັກຮົບຈາກກອງກຳລັງປະຊາທິປະໄຕຂອງ ຊີເຣຍ ຍ່າງຢູ່ນອກຄຸກ ເຊິ່ງພວກເຂົາເຈົ້າກ່າວວ່າ ມັນເປັນ
ຂອງພວກນັກຮົບ ລັດອິສລາມ, ເມືອງ al-Shadadi,
ແຂວງ Hasaka, ປະເທດ Syria, 26 ກຸມພາ, 2016.
ນັກຮົບຈາກກອງກຳລັງປະຊາທິປະໄຕຂອງ ຊີເຣຍ ຍ່າງຢູ່ນອກຄຸກ ເຊິ່ງພວກເຂົາເຈົ້າກ່າວວ່າ ມັນເປັນ ຂອງພວກນັກຮົບ ລັດອິສລາມ, ເມືອງ al-Shadadi, ແຂວງ Hasaka, ປະເທດ Syria, 26 ກຸມພາ, 2016.

ການຢຸດຍິງ ໃນຊີເຣຍ ໄດ້ນຳເອົາຄວາມສະຫງົບມາສູ່ພື້ນທີ່ສ່ວນ ໃຫຍ່ຂອງ ປະເທດເປັນຄັ້ງທຳອິດໃນຮອບຫຼາຍປີ.

ສັນຍາສະຫງົບເສິກເຊິ່ງທຳການເຈລະຈາໂດຍ ສະຫະລັດ ແລະ ຣັດເຊຍ ທີ່ໄດ້ ເລີ່ມຂຶ້ນໃນວັນເສົາວານນີ້ ບໍ່ໄດ້ເກີດຂຶ້ນໂດຍບໍ່ມີ ເຫດການຂອງຄວາມຮຸນແຮງ ຢ່າງສິ້ນເຊີງ, ແຕ່ວ່າທູດພິເສດ ຊີ ເຣຍ ປະຈຳອົງການສະຫະປະຊາຊາດ ກ່າວວ່າ ມື້ທຳອິດຂອງການ ຢຸດຍິງແມ່ນ “ຂ້ອນຂ້າງຈະເຮັດໃຫ້ອຸ່ນໃຈຂຶ້ນ.”

ທ່ານ Steffan de Mistura ໄດ້ກ່າວວ່າ ບາງເຫດການຂອງຄວາມ ຮຸນແຮງແມ່ນ ຄາດວ່າຈະມີຂຶ້ນຫຼັງຈາກໄດ້ມີຄວາມຂັດແຍ້ງກັນມາເປັນເວລາ 5 ປີ. ທ່ານໄດ້ ກ່າວເພີ່ມເຕີມວ່າ, ແນວໃດກໍຕາມ, “ຄືນທຳອິດ ແລະ ມື້ທຳອິດຂອງການ ຢຸດຍິງ ແນ່ນອນ ມັນໄດ້ເຮັດໃຫ້ມີຄວາມປະທັບໃຈທີ່ວ່າ ທຸກໆຄົນແມ່ນຈິງຈັງໃນຄຳ ໝັ້ນສັນຍາຂອງພວກ ເຂົາເຈົ້າທີ່ຈະເຮັດໃຫ້ພາວະສົງຄາມສິ້ນສຸດລົງ.”

ຄະນະກຳມະການການເຈລະຈາລະດັບສູງ ເຊິ່ງເປັນກຸ່ມຄຸ້ມຄອງຂອງຝ່າຍຄ້ານ ຊີເຣຍ ກ່າວ ວ່າມີ 97 ກຸ່ມໄດ້ສັນຍາທີ່ຈະເຂົ້າຮ່ວມໃນການຢຸດຍິງ.

ສັນຍາຢຸດຍິງບໍ່ໄດ້ເປັນຜົນຕໍ່ກຸ່ມກໍ່ການຮ້າຍ ລັດອິສລາມ ແລະ ພວກ al-Nusra ທີ່ເຊື່ອມໂຍງ ກັບພວກ al-Qaida.

XS
SM
MD
LG