ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າ​ໜ້າ​ທີ່ ຊີ​ເຣຍ ພົບ​ເຫັນ 5,000 ສົບ ໃນ​ຂຸມ​ຝັງ​ສົບ ​ຂະ​ໜາດ​ໃຫຍ່ ຢູ່​ເມືອງ ຣັກ​ກາ


ພະ​ນັກ​ງານ​ຂອງ​ກຸ່ມ ຣັກ​ກາ ຫາມ​ຊາກ​ສົບ​ຂອງ​ມະ​ນຸດ ຢູ່​ສະ​ຖານ​ທີ່​ຂຸມ​ຝັງ​ສົບ​ຂະ​ໜາດ​ໃຫຍ່ ທີ່​ເຊື່ອ​ວ່າ​ບັນ​ຈຸ​ສົບ​ຂອງ​ພົນ​ລະ​ເຮືອນ ແລະ ພວກ​ຫົວ​ຮຸນ​ແຮງ ລັດ​ອິ​ສ​ລາມ, ໃນ​ເມືອງ ຣັກ​ກາ.
ພະ​ນັກ​ງານ​ຂອງ​ກຸ່ມ ຣັກ​ກາ ຫາມ​ຊາກ​ສົບ​ຂອງ​ມະ​ນຸດ ຢູ່​ສະ​ຖານ​ທີ່​ຂຸມ​ຝັງ​ສົບ​ຂະ​ໜາດ​ໃຫຍ່ ທີ່​ເຊື່ອ​ວ່າ​ບັນ​ຈຸ​ສົບ​ຂອງ​ພົນ​ລະ​ເຮືອນ ແລະ ພວກ​ຫົວ​ຮຸນ​ແຮງ ລັດ​ອິ​ສ​ລາມ, ໃນ​ເມືອງ ຣັກ​ກາ.

ທ່ານ ຮາ​ມີດ ອາ​ຍຸ 40 ປີ, ໄດ້​ວາງ​ຊ້ວນ​ຂອງ​ລາວ ແລະ ເອົາ​ຮູບ​ຂອງ​ພີ່​ນ້ອງ​ຂອງ​ລາວ​
ໃນເຟສບຸກຢູ່ໂທລະສັບມືຖືໃຫ້ພວກເຮົາເບິ່ງ. ເຊິ່ງແມ່ນ ທ້າວ ອາເມັດ ດີໂບ ທີ່ນັ່ງຄຸ
ເຂົ່າລົງ, ຖືກປິດຕາ ແລະ ໃສ່ຊຸດຊ້ອມກິລາ.

ທ່ານ ຮາ​ມີດ ກ່າ​ວວ່າ “ຂ້າ​ພະ​ເຈົ້າ​ໄດ້​ເອົາ​ຮູບ​ນີ້ ​ໃຫ້​ທຸກ​ຄົນ​ທີ່​ເຮັດ​ວຽກ​ຢູ່​ທີ່ນີ້​ເບິ່ງ. ເຂົາ​
ເຈົ້າກຳລັງພະຍາຍາມຊອກຫາເຄື່ອງນຸ່ງຂອງລາວ.”

ນັບ​ຕັ້ງ​ແຕ່​ຕົ້ນ​ປີ 2018, ຫຼາຍກວ່າ 5,000 ​ສົບແມ່ນ​ໄດ້​ຖືກ​ຂຸດ​ຄົ້ນ​ຂຶ້ນ​ມາ​ຢູ່​ໃນ ແລະ
ອ້ອມເມືອງ ຣັກກາ, ທັງໝົດເຊື່ອວ່າຖືກຖິ້ມລົງໃນຂຸມຝັງສົບໃຫຍ່ໂດຍພວກຫົວຮຸນແຮງ
ລັດອິສລາມ. ແຕ່ການປາສະຈາກແຫຼ່ງຊັບພະຍາກອນສຳລັບການກວດສອບ DNA
ແລະ ການສັນນະສູດສົບນັ້ນ, ຊາກສົບສ່ວນໃຫຍ່ແມ່ນຍັງບໍ່ທັນໄດ້ຖືກລະບຸຕົວ.

ທ່ານ ຮາ​ມີດ ໄດ້​ເຫັນ​ພີ່​ນ້ອງ​ຂອງ​ລາວ​ຖືກ​ຍິນ​ຫົວ​ໂດຍ​ພວກ​ຫົວ​ຮຸນ​ແຮງ, ໃນ​ເວ​ລາ​ທີ່
ພວກເຂົາຄວບຄຸມເມືອງ ຣັກກາ, ຫຼັງຈາກທ້າວ ດີໂບ ຖືກກ່າວຫາ ກ່ຽວກັບ ດູໝິ່ນສາ
ສະໜາ ແລະ ຕອນນີ້ລາວຢາກມອບສົບໃຫ້ລູກຂອງພີ່ນ້ອງຂອງລາວ.

ໃນ​ຖາ​ນະ​ເປັນ​ພະ​ນັກ​ງານ​ ສຳ​ລັບ​ກອງ​ກຳ​ລັງ​ປ້ອງ​ກັນ​ພົນ​ລະ​ເຮືອນ​ຂອງ​ເມືອງ ຣັກ​ກາ
ນັ້ນ, ທ່ານ ຮາມີດ ແມ່ນນຶ່ງໃນພະນັກງານຫຼາຍຄົນຜູ້ທີ່ໄດ້ອາສາສະໝັກເພື່ອຮັກວຽກ
ດັ່ງກ່າວນີ້. ພວກຜູ້ຊາຍດັ່ງກ່າວແມ່ນໄດ້ເຮັດວຽກມື້ນຶ່ງ 8 ຊົ່ວໂມງ ເພື່ອຂຸດເອົາສົບຂຶ້ນ
ມາ, ເຊິ່ງໃນແຕ່ລະມື້ມັກຈະພົບເຫັນຫຼາຍກວ່າສິບສົບ.

ຕອນນີ້​ຊາກ​ສົບ​ຂອງ​ປະ​ມານ 700 ຄົນ​ແມ່ນ​ໄດ້​ຖືກ​ສົ່ງ​ຄືນ​ໃຫ້​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ,
ອີງຕາມການກ່າວຂອງທ່ານ ຢາສເຊີ ຄາມິສ, ຫົວໜ້າຂອງກອງກຳລັງປ້ອງກັນພົນລະ
ເຮືອນ. ແຕ່ປາສະຈາກການສະໜັບສະໜູນດ້ານການເງິນ ສຳລັບການກວດສອບທີ່ມີ
ຄວາມກ້າວໜ້າກວ່າເກົ່ານັ້ນ, ທ່ານໄດ້ກ່າວຕື່ມວ່າ, ມີພຽງວິທີດຽວ ເພື່ອທີ່ຈະລະບຸຕົວ
ຂອງສົບຜູ້ເສຍຊີວິດໃນປັດຈຸບັນນັ້ນ ແມ່ນຈາກສິ່ງຂອງຕ່າງໆຄືເຄື່ອງນຸ່ງ ຫຼື ຜົມ.

ທ່ານ ຄາ​ມິ​ສ ໄດ້​ອະ​ທິ​ບາຍ​ໃນ​ຫ້ອງ​ການ​ຂອງ​ລາວ ໃນ​ເມືອງ ຣັກ​ກາ ວ່າ “ຫຼາຍ​ຄົນ​ໄດ້
ສູນເສຍລູກຊາຍ, ລູກສາວ ແລະ ອ້າຍນ້ອງຂອງເຂົາເຈົ້າ. ເຂົາເຈົ້າຢາກຝັງສົບນັ້ນໃນ
ວິທີທີ່ດີ.”

ຢູ່​ນຶ່ງ​ໃນ​ຂຸມ​ຝັງ​ສົບ​ຂະ​ໜາດ​ໃຫຍ່​ ຕັ້ງ​ຢູ່ບໍ່​ໄກ​ຈາກ​ຕົວ​ເມືອງ​ນັ້ນ, ສົບ​ທັງຫຼາຍ​ແມ່ນ​ລຽນ
ກັນໃນຖົງຢ່າງສີຂາວໃນວັນຈັນທີ່ຜ່ານມາ ແລະ ແພດໝໍຄົນນຶ່ງທີ່ໃສ່ຊຸດສີຟ້າ ໄດ້ເກັບ
ກຳການວັດແທກກະດູກ ແລະ ເກັບເອົາຕົວຢ່າງຕ່າງໆ.

ຕົວ​ຢ່າງ​ທັງຫຼາຍ​ແມ່ນ​ໄດ້ຖືກຫໍ່​ໄວ້​ໃນ​ຖົງ​ຢ່າງ ແລະ ຖົງ​ສົບ​ຄົນ​ຕາຍ​ແມ່ນ​ຖືກ​ໝາຍ​ກາ
ໃສ່ ດ້ວຍຄວາມຫວັງວ່າມື້ນຶ່ງມັນຈະຖືກກວດສອບ. ສົບທີ່ບໍ່ມີຜູ້ໃດມາຮັບເອົາແມ່ນໄດ້
ຖືກຝັງເທື່ອລະສົບ ຢູ່ນຶ່ງໃນສຸສານທັງຫຼາຍຂອງເມືອງ ຣັກກາ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG