ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບຊີເຣຍ ກຳລັງວາງແຜນ ໂຈມຕີທີ່ໝັ້ນ ຂອງກຸ່ມ IS ສອງແຫ່ງ


ຮູບພາບນີ້ເຜີຍແຜ່ໂດຍອົງການຂ່າວ SANA ຂອງລັດຖະບານ ຊີເຣຍ ທີ່ສະແດງໃຫ້ເຫັນກອງທະຫານລັດຖະບານ ແລະພັນທະມິດທະຫານບ້ານ.
ຮູບພາບນີ້ເຜີຍແຜ່ໂດຍອົງການຂ່າວ SANA ຂອງລັດຖະບານ ຊີເຣຍ ທີ່ສະແດງໃຫ້ເຫັນກອງທະຫານລັດຖະບານ ແລະພັນທະມິດທະຫານບ້ານ.

ທ່ານ Alexei Borodavkin ທູດ​ຣັດ​ເຊຍ ປະຈຳ​ສະຫະ​ປະຊາ​ຊາດ ທີ່​ນະຄອນ Geneva ກ່າວ​ໃນ​ວັນ​ສຸກ​ວານມື້​ນີ້​ວ່າ ກອງທັບ​ຊີ​ເຣຍ ​ໄດ້​ວາງ​ແຜນ ​ທີ່​ຈະ​ເລີ້ມ​ໂຈມຕີ​ເມືອງ Deir Ez-Zor ​ແລະ Raqqa ທີ່​ໝັ້ນ​ອັນ​ແຂງ​ແຮງ​ ຂອງກຸ່ມ​ລັດ​ອິສລາມ ຫຼື IS ​ຕັ້ງ​ຢູ່​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໝືອຂອງ​ປະ​ເທດ​ແລ້ວ​ໂດຍ​ໄດ້ ຮັບ​ກາ​ນຊ່ວຍ​ເຫລືອ​ຈາກກອງທັບ​ອາ​ກາດຣັດ​ເຊຍ.

ທ່ານ Borodavkin ທີ່​ຍັງ​ເປັນ​ຜູ້ຕາງໜ້າ​ຖາວອນ ​ປະຈຳບັນດາອົງການສາກົນ​ອຶ່ນໆ​ໃນ​ນະຄອນ Geneva ກ່າວ​ວ່າ ກອງທັບ​ຊີ​ເຣຍໄດ້​ປະສົບ​ຜົນສຳ​ເລັດ​ໃນ​ການຕໍ່ສູ້ກັບກຸ່ມ IS ​ແລະ​ບັນດາ​ກຸ່​ມກໍ່​ການ​ຮ້າຍ​ອຶ່ນໆ ​ເຊັນ​ວ່າ ກຸ່ມ al-Nusra ໃນ​ໄລຍະຜ່າ​ມນາ ​ແລະ​ຫວັງ​ວ່າ​ ຈະ​ສືບ​ຕໍ່​ໃນ​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ດັ່ງ ກ່າວ.

ອີງ​ຕາມ​ສື່​ມວນ​ຊົນ​ຂອງ​ທາງ​ການ​ຣັດ​ເຊຍ​ແລ້ວ ທ່ານ Borodavkin ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ​ທີ່​ນະຄອນ Geneva ວ່າ “ເພື່ອ​ໃຫ້​ເປັນ​ການ​ສອດຄ່ອງ​ກັບ​ມະ ຕິເລກ​ທີ 2254 ຂອງສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ດ​ແລ້ວ ການ​ຢຸດ​ຍິງ​ ​ຢູ່​ໃນ​ຊີເຣຍ ຈະ​ບໍ່​ມີ​ຜົນ​ຫຍັງກັບກຸ່ມ Daesh ກຸ່ມ al-Nusra ແລະ​ບັນດາ​ກຸ່​ມກໍ່​ການ​ຮ້າຍ​ອຶ່ນໆ ອັນ​ເປັນ​ຜົນຕໍ່ການ​ປະຕິບັດ​ງານ​ໂດ​ຍກອງ​ທັບຊີ​ເຣຍ ດ້ວຍ​ການ​ສະໜັບສະໜູນ​ຂອງເຮືອບິນ​ລົບຣັດ​ເຊຍ ທີ່ເມືອງ Palmyra ຂອງຊີ​ເຣຍ​ໄດ້​ຖືກ​ປົດປ່ອຍ ​ແລະ​ບັດ​ນີ້ກຳລັງວາງ​ແຜນປະຕິບັດ​ງານການ​ໂຈມ​ຕີ​ໄປ​ສູ່ທິດ​ທາງຂອງ ​ເມືອງ Deir Ez-Zor ​ແລະ Raqqa.”

ການ​ຢຸດ​ຍິງລະຫວ່າງ​ລັດຖະບານ​ຊີ​ເຣຍ ​ແລະ​ກຳລັງຕໍ່ຕ້ານ​ລັດຖະບານ​ໄດ້​ມີ​ຜົນ ບັງຄັບ​ໃຊ້​ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 27 ​ເດືອນ​ກຸມພາ ຫລັງ​ຈາກ​ຄວາມ​ພະ ຍາຍາມ​ຮັກສາ​ສັນຕິພາບໂດຍສະຫະລັດ ​ແລະຣັດ​ເຊຍ. ​ແຕ່​ວ່າການ​ຢຸດ​ຍິງບໍ່​ໄດ້​ມີ​ຜົນ​ບັງຄັບ​ຕໍ່​ບັນດາ​ກຸ່ມ​ກໍ່​ການ​ຮ້າຍ.

​ອີງ​ຕາມ​ທ່າ​ນ Borodavkin ຖ້າ​ຫາກບັນດາ​ກຸ່ມ​ຫົວ​ຮຸນ​ແຮງ​ຕ້ອງການ​ຢາກ​ເປັນ ພາກສ່ວນ​ຂອງ​ຂໍ້​ຕົກລົງຢຸດ​ຍິງ​ແລ້ວ ​ເຂົາ​ເຈົ້າ​ຕ້ອງ​ເຊັນເອກ​ກະສາ​ນທີ່​ກ່ຽວຂ້ອງ ລາຍ​ງານ​ຈຸດ​ທີ່​ໝັ້ນ​ເຂົາ​ເຈົ້າ​ຢ່າງ​ແທ້​ຈິງ ​ແລະ​ບໍ່​ພົວພັນ ​ກັບ​ກຳລັງຂອງ​ກຸ່ມ al-Nusra ​ເພາະວ່າ ປັດ​ຈຸ​ບັນ​ນີ້ ​ເຂົາ​ເຈົ້າ ​ແມ່ນ​ບໍ່​ເປັນ​ຈັ່ງ​ບຸນ ​ໄດ້​ມີ​ການ​ປະສົມ​ກັນ​ຢ່າງ​ໜັກ ​ຢູ່ໃນ​ສະໜາມ​ລົບ."

​ເມືອງ Deir Ez-Zor ​ເປັນ​ຈຸດ​ຍຸດ​ທະ​ສາດ​ທີ່​ສຳຄັນ​ເພາະວ່າ ຂົງ​ເຂດ​ດັ່ງກ່າວ ຕັ້ງຢູ່ໃກ້ໆ​ບ່ອນ​ກັ່ນ​ນໍ້າມັນ​ຫລາຍ​ແຫ່ງ ທີ່​ໄດ້​ຕົກຢູ່​ພາຍ​ໃຕ້​ການຄວບ​ຄຸມ​ຂອງກຸ່ມ IS ມາ​ໄດ້​ຫລາຍ​ເດືອນ​ແລ້ວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG