ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກອງທັບອາກາດ ຊີເຣຍ ໂຈມຕີ ໂຮງຮຽນ ເທັກນິກ ແຫ່ງນຶ່ງ (ວີດີໂອ)


ເຮືອບິນລົບໄອພົ່ນລໍານຶ່ງ ຂອງກອງທັບອາກາດຊີເຣຍ ຂະນະບິນ ຢູ່ເທິງນ່ານຟ້າແຂວງ Raqqa ພາກຕາເວັນອອກຂອງຊີເຣຍ
ເຮືອບິນລົບໄອພົ່ນລໍານຶ່ງ ຂອງກອງທັບອາກາດຊີເຣຍ ຂະນະບິນ ຢູ່ເທິງນ່ານຟ້າແຂວງ Raqqa ພາກຕາເວັນອອກຂອງຊີເຣຍ
ກຸ່ມ​ສິ້ງ​ຊອມສິດທິ​ມະນຸດ​ໃນ​ຊີ​ເຣຍ ​ເວົ້າ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ ໃສ່​ໂຮງ​ຮຽນ​ເທັກ​ນິກແຫ່ງ​ນຶ່ງ ໃນ​ເມືອງ​ທີ່​ພວກ​ຕໍ່ຕ້ານ​ລັດຖະບານ​ຢຶດຄອງ ຢູ່​ເຂດ​ພາກ​ເໜືອ​ຂອງຊີ​ເຣຍ ​ໄດ້​ສັງຫານ​ຢ່າງ​ໜ້ອຍ 9 ຄົນ ສ່ວນ​ໃຫຍ່ແມ່ນ​ພວກ​ນັກຮຽນ ອາຍຸ​ຕໍ່າ​ກວ່າ 18 ປີ.

ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ​ຊີ​ເຣຍ ທີ່​ມີ​ສໍານັກງານ​ຢູ່​ອັງກິດ ​ເວົ້າ​ວ່າ ກອງທັບ ອາ​ກາດ​ຂອງ​ຊີ​ເຣຍ ​ໄດ້​ຖິ້ມ​ລະ​ເບີດ​ໃສ່​ໂຮງຮຽນ​ດັ່ງ​ກ່າວ ທີ່​ເມືອງ Raqa ວັນ​ອາທິດ​ມື້​ນີ້.

​ເມືອງ Raqa ຊຶ່ງຕັ້ງ​ຢູ່​ຫ່າງ​ຈາກ​ເມືອງ​ Aleppo 160 ກິ​ໂລ​ແມັດໄປ​ທາງ ກໍ້າຕາ​ເວັນ​ອອກ ​ແມ່ນ​ໄດ້​ຖືກ​ຄວບ​ຄຸມໂດຍ​ພວກ​ຕໍ່ຕ້ານ ທີ່​ສູ້​ລົບ​ເພື່ອ​ໂຄ່ນ​ລົ້ມ ປະທາ​ນາ​ທິບໍດີ Bashar al-Assad ນັບ​ຕັ້ງ​ແຕ່​ເດືອນ​ມີນາ​ເປັນ​ຕົ້ນ ມາ.

ຢູ່​ແຫ່ງ​ອື່ນ​ໃນ​ຊີ​ເຣຍວັນ​ອາທິດ​ມື້​ນີ້ ກຸ່ມ​ຜູ້​ຊ່ຽວຊານ​ອາວຸດ​ເຄມີ​ສະຫະ​ປະຊາ​ຊາດ ​ໄດ້ ອອກ​ຈາກ​ໂຮງ​ແຮມຂອງ​ພວກ​ເຂົາ​ເຈົ້າ​ ​ເພື່ອໄປ​ສື​ບສວນ ​ເຈັດ​ພື້ນ​ທີ່​ທົ່ວ​ປະ​ເທດ ​ເພື່ອ​ຊອກ​ຫາຫຼັກຖານ​ຂອງ​ການ​ໂຈມ​ຕີ​ດ້ວຍ​ອາວຸດ ເຄມີ ດັ່ງ​ທີ່​ຖືກ​ກ່າວ​ຫາ​ນັ້ນ.

ກຸ່ມ​ຊ່ຽວຊານ​ອາວຸດ​ເຄມີ ​ເປັນ​ກຸ່ມ​ທີ່​ແຍກ​ອອກ​ຈາກ​ທີ​ມງານ​ກວດກາຂອງ​ອົງການ​ເກື​ອດ​ຫ້າມການ​ໃຊ້​ອາ​ວຸດ​ເຄມີ ຊຶ່ງ​ມີ​ກຳນົດ​ເລີ່​ມການປະຕິ​ບັດ​ງານ​ໃນ​ບໍ່​ເທົ່າ​ໃດ​ມື້​ຕໍ່ໜ້າ​ນີ້ ​ເພື່ອ​ທໍາລາຍ​ຄັງ​ອາວຸດ​ເຄມີ​ຂອງ​ຊີ​ເຣຍ ລຸ​ນຫຼັງຈາກ​ການ​ລົງ​ຄະແນ​ນສຽງ​ ​ໂດຍ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດໃຫ້ການ ອະນຸດມັດຕໍ່​ມະຕິ ທີ່​ບັງຄັບ​ໃຫ້​ຊີ​ເຣຍກຳຈັດ ອາວຸດເຄມີທັງ​ໝົດນັ້ນ.

​ເມື່ອ​ວັນ​ເສົາ​ວານ​ນີ້ ກຸ່ມ​ສິ້ງ​ຊອມ​ສິດທິມະນຸດ​ຊີ​ເຣຍ ​ເວົ້າ​ວ່າ ພວກ​ຕໍ່ຕ້ານ​ໂຮມ​ທັງສະມາ​ຊິກ​ຂອງ​ສະມາຊິກ​ຂອງ​ເຄືອ​ຂ່າຍ​ອາລຄາ​ອີ​ດາ ​ໄດ້​ຍຶດ​ເອົາ​ຄ້າຍ​ທະຫານ​ແຫ່ງ​ນຶ່ງ​ຢູ່​ໃກ້​ຊາຍ​ແດນ​ຕິດ​ກັບ​ຈໍ​ແດນ ຫຼັງຈາກ​ການ​ສູ​ລົບ​ກັນ​ຢ່າງ​ໜັກມາ​ໄດ້​ສີ່​ວັນ​ແລ້ວ​ນັ້ນ. ​ເຈົ້າ ໜ້າ​ ທີ່​ເວົ້າ​ວ່າ​ທະຫານ 26 ຄົນ​ແລະ​ ​ນັກ​ລົບ​ຊາວ​ຕ່າງປະ​ເທດ​ຢ່າງ​ໜ້ອຍ 7 ຄົນທີ່ຮ່ວມ​ສູ້​ລົບກັບ​ພວກ​ກະບົດ​ນັ້ນ ກໍ​ໄດ້ຖືກ​ສັງຫານ​ເຊັ່ນ​ກັນ.

SYRIA
please wait
Embed

No media source currently available

0:00 0:00:46 0:00
XS
SM
MD
LG