ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ການໂຈມຕີ ຂອງຊີເຣຍ ສັງຫານ ພົນລະເຮືອນ 14 ຄົນ ໃນແຕ່ລະມື້ ຢູ່ Aleppo (ສະໄລດ໌/ວີດີໂອ)


ຊາວບ້ານກຳລັງຊອກຫາຜູ້ລອດຊີວິດ ຫລັງຈາກການໂຈມຕີ ໂດຍກຳລັງທີ່ຈົງຮັກພັກດີ ຕໍ່ປະທານາທິບໍດີ Bashar al-Assad
ຊາວບ້ານກຳລັງຊອກຫາຜູ້ລອດຊີວິດ ຫລັງຈາກການໂຈມຕີ ໂດຍກຳລັງທີ່ຈົງຮັກພັກດີ ຕໍ່ປະທານາທິບໍດີ Bashar al-Assad
ນັກ​ເຄື່ອນ​ໄຫວ​ຊີ​ເຣຍກຸ່ມ​ນຶ່ງກ່າວ​ວ່າ ການໂຈມ​ຕີ​ທາງ​ອາກາດ​
ຂອງລັດຖະບານ ​ໄດ້​ເຮັດ​ໃຫ້​ພົນລະ​ເຮືອນ ​ເກືອບ 2,000 ຄົນ ​
ເສຍ​ຊີວິດ​ໃນ​ປີ​ນີ້ ຢູ່​ໃນແລະເຂດອ້ອ​ມ​ແອ້ມເມືອງ Aleppo ​ຊຶ່ງ
ເປັນເມືອງໃຫຍ່​ສຸດ​ຂອງ​ປະ​ເທດ.

ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ​ໃນຊີ​ເຣຍ ກ່າວ​ໃນ​ວັນ​ສຸກ​ມື້​ນີ້​ວ່າ ​ເດັກ
ນ້ອຍ 567 ຄົນແລະ​ຜູ້ຍິງ 283 ຄົນ​ແມ່ນຮວມ​ຢູ່​ໃນ​ບັນດາ​ຜູ້​ເສຍ
​ຊີວິດຢູ່ໃນຫົວເມືອງທາງພາ​ກ ເໜືອຂອງປະເທດ ຊຶ່ງເປັນ​ທີ່​ໝັ້ນ
ຂອງພວກ​ນັກ​ລົບນັ້ນ.

​ໂຕ​ເລກຊຶ່ງ​ອີງ​ຕາມ ຄະນະຕິດຕໍ່ປະສານງານ ທາງພາກພື້ນດິນ
ຂອງກຸ່ມ​ສິ້ງຊອມ​ສິດທິ​ມະນຸດໃນຊີເຣຍ ທີ່ມີຫ້ອງການຢູ່ປະເທດອັງ​ກິດ ດັ່ງກ່າວແມ່ນເທົ່າ
ກັນກັບ ມີ​ພົນ​ລະ​ເຮືອນ​ເສຍ​ຊີວິດ 14 ຄົນ​ຕໍ່​ມື້ໃນລະຫວ່າງວັນ​ທີ 1 ມັງກອນຫາວັນທີ 29 ພຶ​ດ ສະພາ ຜ່ານມານີ້.

ທ່ານ Rami Abd al-Rahman ຈາກກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍ ກ່າວ​ຕໍ່ VOA
ວ່າ ​ຄວາມຮຸນ​ແຮງທີ່ຍັງດຳເນີນຢູ່ຕໍ່ມາ ​ເຮັດ​ໃຫ້​ເປັນ​ໄປ​ບໍ່​ໄດ້​ທີ່ຈັດໃຫ້ ມີການ​ເລືອກ​ຕັ້ງ​
ປະທານາທິບໍດີ ຢ່າງເສລີ ​ແລະ​ທ່ຽງ​ທຳ ຂຶ້ນ​ໃນ​ວັນ​ທີ 3 ​ເດືອນ​ມິຖຸນາ ດັ່ງທີ່​ໄດ້​ວາງ​ແຜນ
​ເອົາ​ໄວ້.

ທ່ານ Rahman ກ່່າວ​ວ່າ “ທ່ານ​ຈະໄປ​ປ່ອນ​ບັດ ​ເລືອກ​ຕັ້ງ​ເອົາປະທານາທິບໍດີ ​ແລະ
​ທ່ານຂ້າ​ຄົນ​ຂອງ​ທ່ານເອງ ​ແລະທ່ານຂ້າ​ພົນລະ​ເຮືອນ ​ແລະ​ພວກ​ທ່ານ​ຂ້າ​ເດັກນ້ອຍ
​ປະມານ 600 ຄົນ​ໃນ​ບໍ່ເທົ່າ​ໃດ​ເດືອນ​ທີ່​ຜ່ານ​ມາ​ຢູ່​ໃນ​ເຂດ​ດຽວ​. ບັດ​ນີ້​ເຂົາເຈົ້າກ່າວ​ວ່າ
ພວກ​ເຮົາສາມາດ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງແບບ​ປະຊາທິປະ​ໄຕ. ພວກ​ທ່ານ​ສົມຄວນ​ໄປ​
ສານຫຼາຍກວ່າ ​ແລະ​ເຂົາ​ເຈົ້າ​ສົມຄວນ​ສົ່ງ​ພວກທ່ານ​ໄປ​ເຂົ້າຄຸກ.”

ປະທານາທິບໍດີ Bashar al-Assad ຄາດ​ວ່າ​ ຈະ​ໄດ້ຮັບໄຊຊະນະ​ຢ່າງ​ງ່າຍດາຍ​ເຂົ້າ
ຮັບຕຳແໜ່ງເປັນ​ສະໄໝທີ​ສາມ ​ໃນ​ການ​ປ່ອນ​ບັດ​ເລືອກຕັ້ງ​ປະທານາ ທິບໍດີ. ບັນດາ
​ກຸ່ມຝ່າຍ​ຄ້ານ ​ແລະ​ບັນດາ​ຜູ້​ສັງ​ເກ​ດການ​ນາ​ໆ​ຊາດ ​ໄດ້​ປະຕິ​ເສດ​ບໍ່ຮັບ ຮູ້ການ​ເລືອກ​
ຕັ້ງດັ່ງກ່າວນີ້​ວ່າ​ ເປັນການ​ຫລີ້ນ​ລະຄອນ​ຕະລົກ.

ມີຫລາຍກວ່າ 150,000 ຄົນແລ້ວໄດ້ເສຍຊີວິດໃນສົງຄາມກາງເມືອງຢູ່ຊີເຣຍ ຊຶ່ງໄດ້
ລະເບີດຂຶ້ນເມື່ອ 3 ປີກ່ອນ ຫລັງຈາກປະທານາທິບໍດີ Assad ໄດ້ຕອບໂຕ້ຕໍ່ການປະ
ທ້ວງຕໍ່ຕ້ານການປົກຄອງຂອງທ່ານ ດ້ວຍກຳລັງ.

ເບິ່ງວີດີໂອກ່ຽວຂ້ອງ:
CN-Assad Re-election Virtually Assured
please wait

No media source currently available

0:00 0:02:27 0:00
XS
SM
MD
LG