ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນັກເຄື່ອນໄຫວ ຊີເຣຍ ກ່າວຫາວ່າ ກອງທັບ ໃຊ້ອາວຸດ ເຄມີ ໂຈມຕີ (ສະໄລດ໌/ວີດີໂອ)


ຄົນທີ່ໄດ້ຮັບບາດເຈັບ ນອນຢູ່ໂຮງໝໍ ທີ່ບັນດານັກເຄຶ່ອນໄຫວກ່າວ
ວ່າ ລັດຖະບານໃຊ້ອາວຸດເຄມີໂຈມຕີ.
ຄົນທີ່ໄດ້ຮັບບາດເຈັບ ນອນຢູ່ໂຮງໝໍ ທີ່ບັນດານັກເຄຶ່ອນໄຫວກ່າວ ວ່າ ລັດຖະບານໃຊ້ອາວຸດເຄມີໂຈມຕີ.
ບັນດາ​ນັກ​ເຄື່ອນ​ໄຫວ​ຊີ​ເຣຍ ​ກ່າວວ່າ ມີ​ຢ່າງ​ນ້ອຍ 100 ຄົນ​ເສຍ​
ຊີວິດ ​ໃນ​ການ​ໂຈມ​ຕີ​ຂອງ​ຝ່າຍ​ລັດຖະບານ ໃນ​ວັນ​ພຸດ​ມື້​ນີ້ ຢູ່​
ໃກ້ໆ​ກັບ​ນະຄອນຫລວງ Damascus ບ່ອນ​ທີ່ ເຂົາ​ເຈົ້າ​ກ່າວ​ຫາ​
ວ່າ ກອງ​ກໍາລັງ​ທີ່​ຈົງ​ຮັກ​ພັກດີ ຕໍ່ປະທາ ນາທິບໍດີ Bashar
al-Assad ​ໄດ້ໃຊ້​ອາວຸດ​ເຄມີ​ໃນ​ການ​ໂຈມ​ຕີ​.

ຊີ​ເຣຍ​ໄດ້​ປະຕິ​ເສດ​ໂດຍ​ໄວ​ຕໍ່​ການ​ກ່າວ​ຫາ​ເລື້ອງ​ການໂຈມ​ຕີ​
ດ້ວຍ​ອາວຸດ​ເຄມີ​ນັ້ນ. ສື່​ຂອງ​ລັດ​ລາຍ​ງານ​ກ່ຽວ​ກັບການ​ເຄື່ອນ​
ໄຫວ​ຂອງ​ທະຫານ​ຢູ່​ໃນ​ບໍລິ​ເວນ​ນັ້ນ ວ່າ​ກໍາລັງ​ຂອງ​ລັດຖະບານ​
ໄດ້​ສັງຫານ​ພວກ​ກໍ່​ການ​ຮ້າຍ​ຫລາຍ​ຄົນ ຊຶ່ງ​ເປັນ​ຄໍາ​ສັບ​ທີ່​ໃຊ້​
ໝາຍ​ເຖິງ​ຝ່າຍ​ທີ່​ຕໍ່ຕ້ານ​ທ່ານ Assad.

ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດໃນ​ຊີ​ເຣຍ ທີ່​ມີ​ຫ້ອງການ​ຢູ່ອັງກິດ ກ່າວ​ວ່າ​ ທະຫານ​ໄດ້​ຍິງ​ລູກ​ຈະ​ຫລວດ​ໃສ່ຫຼາຍ​ຈຸດ ​ໃນ​ເມືອງ Ghouta ຕາ​ເວັນ​ອອກ ​ແລະ ​ເມືອງ Ghouta ຕາ​ເວັນ​ຕົກ. ​ກຸ່ມ​ດັ່ງກ່າວ​ໄດ້ອ້າງ​ຄຳ​ເວົ້າຂອງ​ພວກ​ນັກ​ເຄື່ອນໄຫວ​ຢູ່​ໃນ​ຂົງ​ເຂດ ທີ່ກ່າວ​ວ່າ ​ໄດ້​ມີ​ການ​ນຳ​ໃຊ້ “ອາຍ​ແກັ​ສພິດ.”



ຂະນະ​ດຽວ​ກັນນີ້ ອັງກິດ​ແລະ​ສັນນິບາດ​ອາຣັບ​ໄດ້​ຮຽກຮ້ອງ​ໃຫ້​ຊີ​ເຣຍ ອະນຸຍາດ​ໃຫ້ ບັນດາ​ຜູ້​ກວດກາຂອງສະຫະ​ປະຊາ​ຊາດ ທີ່ກໍາລັງ​ຢູ່ໃນຊີ​ເຣຍນັ້ນ ໄດ້​ເຂົ້າ​ໄປ​ຍັງ​ສໍາ​ຫລວດ​ເບິ່ງ​ຈຸດ​ທີ່​ມີ​ການ​ກ່າວ​ຫາ ກ່ຽວ​ກັບ​ການ​ໃຊ້​ອາວຸດ​ເຄມີ​ທໍາ​ການ​ໂຈມ​ຕີ​ນັ້ນ.

ລັດຖະມົນຕີ​ຕ່າງປະ​ເທດ​ອັງກິດ ທ່ານ William Hague ກ່າວ​ວ່າ ທ່ານ​ມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ທີ່​ສຸດ ກ່ຽວ​ກັບ​ລາຍ​ງານ​ຂ່າວ​ເລື້ອງ​ການ​ໂຈມ​ຕີ​ດ້ວຍ​ອາວຸດ ​ເຄມີ​ນັ້ນ ​ແລະ​ກ່າວ​ຕໍ່​ໄປ​ວ່າ ຖ້າ​ຫາກ​ມີ​ການ​ພິສູດ​ໃຫ້​ເຫັນ​ວ່າ​ເປັນຄວາມ​ຈິງ​ແທ້ ມັນ​ກໍ​ຈະ​ເປັນ​ການ​ເພີ້​ມທະວີ​ຂຶ້ນ​ທີ່​ໜ້າ​ຕົກ​ໃຈ​ທີ່​ສຸດ ​ໃນ​ວິ​ກິດ​ການ​ຢູ່​ຊີ​ເຣຍນັ້ນ. ທ່ານ​ກ່າວ​ອີກ​ວ່າ ອັງກິດ​ຈະ​ຍົກ​ເອົາ​ບັນຫາ​ນີ້ ຂຶ້ນ​ໄປ​ຫາ​ສະພາ​ຄວາມ​ໝັ້ນຄົງ​ຂອງ​ອົງການ​ສະຫະ​ປະຊາຊາດ.

Syria
please wait
Embed

No media source currently available

0:00 0:00:59 0:00
XS
SM
MD
LG