ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຄັດຄ້ານ ການແຊກແຊງ ຂອງສະຫະລັດ ຢູ່ຊີເຣຍ ຂະຫຍາຍ ກ້ວາງອອກ (ວີດິໂອ)


ພວກປະທ້ວງຈຸນຶ່ງ ທີ່ຄັດຄ້ານການແຊກແຊງຂອງສະຫະລັດ ໃນຊີເຣຍ
ພວກປະທ້ວງຈຸນຶ່ງ ທີ່ຄັດຄ້ານການແຊກແຊງຂອງສະຫະລັດ ໃນຊີເຣຍ
ພວກ​ຄັດຄ້ານ​ການ​ແຊກ​ແຊງ​ທາ​ງທະຫານ​ຂອງ​ສະຫະລັດ​ໃນ​
ຊີ​ເຣຍ ​ໄດ້ພາກັນ​ລົງ​ສູ່​ຖະໜົນ​ຫົນທາງ​ ເພື່ອ​ປະ​ທ້ວງ.

ການ​ເດີນ​ຂະ​ບວນປະ​ທ້ວງ​ຕໍ່ຕ້ານ​ສົງຄາມ ​ໄດ້ມີຂຶ້ນ​ເມື່ອ​ວັນ​ເສົາ
​ວາ​ນນີ້ ຢູ່​ນອກ​ບໍລິ​ເວນ ທໍານຽບຂາວ​ທີ່​ນະຄອນຫຼວງວໍ​ຊິງ​ຕັນ
ແລະ​ໃນ​ປະ​ເທດ​ອື່ນໆ ​ໂຮມ​ທັງ ຝຣັ່ງ ເຢຍຣະມັນ ອັງກິດ ອອສ​
ເຕຣ​ເລຍ ຈໍ​ແດນ ​ແລະ​ເທີ​ກີ ມື້​ນຶ່ງຫຼັງຈາກ​ລັດຖະບານ​ສະຫະ
ລັດ ​ໄດ້​ນໍາ​ສະ​ເໜີ​ລາຍ​ງານຂອງ​ຕົນ​ກ່ຽວ​ກັບການໃຊ້​ອາວຸດ​ເຄມີ
​ເຂັ່ນຂ້າ​ພົນລະ​ເຮືອນຂອງ​ລັດຖະບານຊີ​ເຣຍ ຕາມທີ່​ມີ​ການ​ກ່າວ
​ຫານັ້ນ. ​ແຕ່​ຂະນະ​ດຽວ​ກັນ ​ກໍ​ມີ​ການ​ເດີນ​ຂະ​ບວນສະໜັບສະໜຸນ​
ການ ປະຕິບັດ​ການ​ທາງ​ທະຫານ​ຕໍ່ຕ້ານ​ຊີ​ເຣຍ ນໍາເຊັ່ນ​ກັນ.

ສ່ວນ​ບັນດາ​ພັນທະ​ມິດ​ຂອງ​ຊີ​ເຣຍ ກໍ​ພາກັນສະ​ແດງ​ການ​ສະ​ໜັບສະ​ໜຸນ​ຕໍ່​ລັດຖະບານ​ຂອງ​ປະທາ​ນາ​ທິບໍດີ Bashar al-Assad.

​ໃນ​ນັ້ນ ກໍ​ມີຣັດ​ເຊຍ ຊຶ່ງທ່ານ Vladimir Putin ປະທານາທິບໍດີຣັດ​ເຊຍ ​ເວົ້າ​ວ່າມັນ​ຈະ​ເປັນເລຶ່ອງ​ໄຮ້​ສາລະ​ທີ່​ສຸດ ສໍ​າລັບ​ລັດຖະບານ​ຊີ​ເຣຍ ທີ່​ໃຊ້​ອາວຸດ​ເຄມີໃນ​ເມື່ອຕົນ​ກໍາລັງ​
ຊະ​ນະຝ່າຍ​ຕໍ່ຕ້ານ​ຢູ່​ແລ້ວນັ້ນ. ທ່ານພູ​ຕິນໄດ້​ຮຽກຮ້ອງ​ໃຫ້ ສະຫະລັດນໍາ​ສະ​ເໜີຫຼັກຖານ
​ອາ​ວຸດ​ເຄມີທີ່​ໃຊ້​ໃນ​ຊີ​ເຣຍ ຕໍ່​ອົງການ​ສະຫະປະຊາ​ຊາດ.

ເບິ່ງວີດິໂອກ່ຽວກັບທ່າທີຂອງຣັດເຊຍໃນເລື້ອງນີ້:

Russia Seethes on Sidelines as West Prepares Syria Actions
please wait

No media source currently available

0:00 0:03:07 0:00
ລິງໂດຍກົງ
XS
SM
MD
LG